ໂຄງການຜະລິດໄຟຟ້າແສງຕາເວັນລອຍນ້ຳໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງໄດ້ສ້າງສຳເລັດແລະເລີ່ມຜະລິດໄຟຟ້າຢູ່ອິນໂດເນເຊຍ

2023-11-10 10:58:48 cri

ວັນທີ 9 ພະຈິກນີ້, ໂຄງການຜະລິດໄຟຟ້າແສງຕາເວັນລອຍນ້ຳໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງ ຕັ້ງຢູ່ອ່າງເກັບນ້ຳຊີຣາຕາ ແຂວງຈາວາຕາເວັນຕົກ ອິນໂດເນເຊຍ ໄດ້ສ້າງຳເລັດແລະເລີ່ມຜະລິດໄຟຟ້າແລ້ວ.

ທ່ານໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍກ່າວໃນພິທີເປີດນຳໃຊ້ດັ່ງກ່າວວ່າ, ຄວາມຝັນຂອງອິນໂດເນເຊຍທີ່ຢາກມີໂຄງການຜະລິດໄຟຟ້າດ້ວຍພະລັງງານສະອາດຂະໜາດໃຫຍ່ ໄດ້ບັນລຸຜົນເປັນຈິງໃນທີ່ສຸດ, ນີ້ແມ່ນໂຄງການຜະລິດໄຟຟ້າແສງຕາເວັນລອຍນ້ຳໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ອິນໂດເນເຊຍຈະສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານພະລັງງານໝູນວຽນປະເພດຕ່າງໆ ເພື່ອບັລຸເປົ້າໝາຍທີ່ຈະເຮັດໃຫ້ການລະບາຍກາກບອນເປັນສູນໃນປີ 2060.

ຕາມຂ່າວແຈ້ງວ່າ, ໂຄງການດັ່ງກ່າວໄດ້ຕິດຕັ້ງເຄື່ອງຈັກຜະລິດໄຟຟ້າທັງໝົດ 192 ເມກາວັດ ແລະ ເນື້ອທີ່ປົກຄຸມທັງໝົດປະມານ 250 ເຮັກຕາ.