ຜູ້ຕາງໜ້າຊາວໜຸ່ມພັກການເມືອງຂອງບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້: ຍິນດີເປັນຜູ້ເຂົ້າຮ່ວມແລະຜູ້ຊຸກຍູ້ “ໜຶ່ງແລວໜຶ່ງເສັ້ນທາງ”

2023-11-11 14:57:48 cri

      ຫວ່າງມໍ່ໆມານີ້,ກິດຈະກຳແລກປ່ຽນ “ພັກການເມືອງ+ສ້າງຄວາມສາມາດໃຫ້ແກ່ຊາວໜຸ່ມ”ຂອງກອງປະຊຸມສົນທະນາລະຫວ່າງພັກຄອມມູນິດຈີນກັບພັກການເມືອງຂອງບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລຊົນເຜົ່າຢຸນນານຂອງຈີນ ໂດຍມີຜູ້ຕາງໜ້ານັກວິຊາການທີ່ເປັນຊາວໜຸ່ມຈາກພັກການເມືອງແລະຄັງປັນຍາຂອງຫຼາຍປະເທດເຊັ່ນ:ຈີນ,ກຳປູເຈຍ,ອິນໂດເນເຊຍ,ໄທ,ມາເລເຊຍ,ມານດິຟ,ເນປານ,ປາກິດສະຖານ,ສີລັງກາແລະອື່ນໆຫຼາຍສິບຄົນໄດ້ເຂົ້າຮ່ວມ. ຜູ້ຕາງໜ້າຂອງຫຼາຍປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ກ່າວວ່າ: ຍິນດີເປັນຜູ້ເຂົ້າຮ່ວມແລະຜູ້ຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.