ເຮັດໃຫ້ສຽງດົນຕີຂ້າມມະຫາສະໝຸດປາຊີຟິກເສີມສ້າງມິດຕະພາບຈີນ-ອາເມຣິກາ

2023-11-12 16:43:06 CRI

ວັນທີ 10 ພະຈິກນີ້, ງານດົນຕີລະນຶກວົງດົນຕີປະສານສຽງຟີເລີເດວຟີຂອງອາເມຣິກາຢ້ຽມຢາມຈີນຄັ້ງທຳອິດຄົບຮອບ 50 ປີໄດ້ຈັດຂຶ້ນຢູ່ໂຮງລະຄອນແຫ່ງຊາດຈີນ. ນັບແຕ່ປີ 1973 ເປັນຕົ້ນມາ, ວົງດົນຕີຟີເລີເດວຟີໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມຄວາມເຂົ້າໃຈ ແລະ ເສີມສ້າງມິດຕະພາບລະຫວ່າງຈີນ-ອາເມຣິກາ.

ປີ 1973, ວົງດົນຕີຟີເລີເດວຟີໄດ້ຢ້ຽມຢາມຈີນເປັນຄັ້ງທຳອິດ ເຊິ່ງໄດ້ກາຍເປັນ “ທູດວັດທະນະທຳ” ທີ່ເລີ່ມຕົ້ນການໄປມາຫາສູ່ລະຫວ່າງຈີນແລະອາເມຣິກາໃນປະຫວັດສາດ. ຫຼັງຈາກນັ້ນ, ວົງດົນຕີຟີເລີເດວຟີໄດ້ຢ້ຽມຢາມຈີນ 12 ຄັ້ງ ເຊິ່ງໄດ້ກາຍເປັນສັກຂີພິຍານໃຫ້ແກ່ການປ່ຽນແປງອັນໃຫຍ່ຫຼວງຂອງວົງການດົນຕີຂອງຈີນ ທັງໄດ້ເສີມສ້າງມິດຕະພາບຈີນ-ອາເມຣິກາອີກດ້ວຍ.

ທ່ານມາເຕຍສ ຕາໂນໂປນສກີ ຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າຝ່າຍບໍລິຫານຂອງວົງດົນຕີຟີເລີເດວຟີ ເຄີຍໄດ້ຂຽນຈົດໝາຍໄປຍັງທ່ານສີຈິ້ນຜິງ ປະທານປະເທດຈີນ ກ່ອນຈະເດີນທາງມາຢ້ຽມຢາມຈີນໃນຄັ້ງນີ້. ທ່ານເຫັນວ່າ, ການສະແດງສັນຈອນຂອງວົງດົນຕີຟີເລີເດວຟີບໍ່ພຽງແຕ່ເປັນຂີດໝາຍສະແດງໃຫ້ເຫັນເຖິງການແລກປ່ຽນດ້ານວັດທະນະທຳທີ່ເລິກເຊິ່ງກວ່າເກົ່າເທົ່ານັ້ນ, ຫາກຍັງເປັນຫຼັກໝາຍທາງທີ່ສຳຄັນໃນການໄປມາຫາສູ່ທາງການທູດລະຫວ່າງສອງປະເທດຈີນ ແລະ ອາເມຣິກາອີກດ້ວຍ. ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຂອງທ່ານມາເຕຍສ ຕາໂນໂປສກີ ໂດຍກ່າວເນັ້ນໜັກວ່າ: ດົນຕີບໍ່ມີພົມແດນ, ວັດທະນະທຳເປັນຂົວຕໍ່. ຫວັງວ່າ, ວົງດົນຕີຟີເລີເດວຟີ ແລະ ສິນລະປິນປະເທດຕ່າງໆໃນໂລກ ເຊິ່ງລວມທັງຈີນ ແລະ ອາເມຣິກາຈະຮ່ວມກັນຊຸກຍູ້ຄວາມຈະເລີນຮຸ່ງເຮືອງດ້ານສິລະປະ ເພື່ອຂຽນປະຫວັດສາດໜ້າໃໝ່ແຫ່ງການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ ແລະ ອາເມຣິກາ ພ້ອມທັງຊຸກຍູ້ມິດຕະພາບລະຫວ່າງປະເທດຕ່າງໆໃນໂລກ.

ການພົວພັນຈີນ-ອາເມຣິກາເລີ່ມຊຸດໂຊມລົງຢ່າງວ່ອງໄວນັບແຕ່ອາເມຣິກາກໍ່ສົງຄາມການຄ້າແຕ່ຝ່າຍດຽວຕໍ່ຈີນເມື່ອປີ 2018 ເປັນຕົ້ນມາ ເຊິ່ງເຮັດໃຫ້ປະຊາຄົມໂລກມີຄວາມກົງວົນຫຼາຍຕໍ່ “ສົງຄາມເຢັນຄັ້ງໃໝ່”.

ເດືອນພະຈິກປີ 2022, ຢູ່ເກາະບາຫຼີປະເທດອິນໂດເນເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ. ປະມຸກລັດສອງປະເທດໄດ້ລົງເລິກແລກປ່ຽນຄວາມເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນຈາກທາງຍຸດທະສາດຕໍ່ການພົວພັນຈີນ-ອາເມຣິກາ ແລະ ຫຼາຍບັນຫາສຳຄັນທີ່ພົວພັນເຖິງສັນຕິພາບ ແລະ ການພັດທະນາຂອງໂລກ. ຈີນບໍ່ທຳຕົວໃຫ້ສູງສົ່ງກໍບໍ່ທຳຕົວໃຫ້ຕ່ຳຕ້ອຍ ປະຕິບັດຕໍ່ການພົວພັນກັບອາເມຣິກາຢ່າງຍຸຕິທຳມາໂດຍຕະຫຼອດ ທັງສຸມກຳລັງເພື່ອຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາຂະຫຍາຍຕົວຢ່າງໜັກແໜ້ນ. ຫຼາຍເດືອນຜ່ານມານີ້, ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງລັດຖະບານອາເມຣິກາໄດ້ເດີນທາງມາຢ້ຽມຢາມຈີນຫຼາຍເທື່ອ, ການໄປມາຫາສູ່ລະຫວ່າງການນຳຂັ້ນສູງຂອງສອງຝ່າຍນັບມື້ນັບເພີ່ມຂຶ້ນ, ການພົວພັນລະຫວ່າງສອງປະເທດນັບມື້ນັບດີຂຶ້ນ. ແຕ່ສິ່ງສຳຄັນຍັງຕ້ອງຕັດສິນຢູ່ນຳຝ່າຍອາເມຣິກາທີ່ຈະສືບຕໍ່ປະຕິບັດຕໍ່ຈີນແບບປາກຢ່າງໃຈຢ່າງຫຼືບໍ່.

ກໍແມ່ນໃນຄ່ຳຄືນທີ່ຈັດງານດົນຕີລະນຶກວົງດົນຕີຟີເລີເດວຟີຢ້ຽມຢາມຈີນຄັ້ງທຳອິດຄົບຮອບ 50 ປີ, ກະຊວງການຕ່າງປະເທດຈີນປະກາດວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຊານຟຣານຊີສໂກຂອງອາເມຣິກາຕາມຄຳເຊີນ ເພື່ອເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ແລະ ຈະເຂົ້າຮ່ວມກອງປະຊຸມສຸດຍອດບໍ່ເປັນທາງການຂອງອົງການອາເປັກຄັ້ງທີ 30. ການພົວພັນຈີນ-ອາເມຣິກາໄດ້ກ້າວເຂົ້າສູ່ “ເວລາຊານຟຣານຊີສໂກ” ຢ່າງເປັນທາງການ.

ຈີນ ແລະ ອາເມຣິກາເໝືອນດັ່ງຄົນຫານສອງຄົນທີ່ເດີນເຮືອໃນຄື້ນທະເລທີ່ຟົດເດືອດ, ສອງຝ່າຍຕ້ອງຮ່ວມແຮງຮ່ວມໃຈກັນ ຈິ່ງຈະສາມາດເດີນເຮືອເຂົ້າທຽບທ່າໄດ້.