ນາຍົກກໍາປູເຈຍເຫັນວ່າ: “3 ຂໍ້ລິເລີ່ມທົ່ວໂລກ” ຂອງຈີນມີຜົນດີຕໍ່ການບັນລຸຄວາມກົມກຽວ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ

2023-11-13 11:50:55 CRI

 

   ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກໍາປູເຈຍໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນຫວ່າງມໍ່ໆມານີ້ວ່າ: “3 ຂໍ້ລິເລີ່ມທົ່ວໂລກ” ຄື: ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກທີ່ສະເໜີອອກໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ ມີຜົນດີຕໍ່ການບັນລຸຄວາມກົມກຽວ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.


   ໃນໂອກາດນີ້, ທ່ານ ຮຸນມາເນັດ ຢືນຢັນວ່າ: ກໍາປູເຈຍເປັນໜຶ່ງໃນປະເທດທີ່ສະໜັບສະໜູນຂໍ້ລິເລີ່ມເຫຼົ່ານີ້ກ່ອນໝູ່. ສໍາລັບຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກແລ້ວ, ແມ່ນໄດ້ເນັ້ນໜັກເຖິງເປົ້າໝາຍການພັດທະນາແບບກວມລວມ ໂດຍໄດ້ລົງເລິກເອົາໃຈໃສ່ການຫຼຸດຜ່ອນຄວາມທຸກຍາກ ແລະ ເພີ່ມພູນຄູນສ້າງຄວາມສຸກໃຫ້ກັບປະຊາຊົນ ໂດຍສະເພາະແມ່ນເອົາໃຈໃສ່ບັນຫາດັ່ງກ່າວໃນປະເທດພວມພັດທະນາ; ນອກນັ້ນ, ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກຍັງໄດ້ເອົາໃຈໃສ່ການພັດທະນາແບບສີຂຽວ ເຊິ່ງມີຄວາມໝາຍສໍາຄັນຍິ່ງໃນການຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດທີ່ພວກເຮົາພວມປະເຊີນຢູ່; ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກໄດ້ເນັ້ນໜັກໃຫ້ນໍາໃຊ້ວິທີທາງການທູດ ແລະ ລັດທິຫຼາຍຝ່າຍເພື່ອແກ້ໄຂບັນຫາໃນພາກພື້ນ ແລະ ສາກົນ. ເຊັ່ນ: ການຮັບມືກັບການປະທະກັນເປັນຕົ້ນ, ລວມທັງບັນຫາແບບເກົ່າ ແລະ ແບບໃໝ່; ສ່ວນຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກໄດ້ເນັ້ນໜັກໃຫ້ເຄົາລົບທັດສະນະຂອງກັນແລະກັນ ກໍຄືເຄົາລົບອະລິຍະທຳຂອງປະເທດຕ່າງໆ, ພ້ອມດຽວກັນນີ້ກໍສະໜັບສະໜູນການເຄົາລົບເຊິ່ງກັນແລະກັນບົນພື້ນຖານດັ່ງກ່າວ ແລະ ບໍ່ແຊກແຊງວຽກງານພາຍໃນຂອງກັນແລະກັນ. ຈາກສະພາບການສາກົນທີ່ເກີດຂຶ້ນໃນຫວ່າງມໍ່ໆມານີ້ໄດ້ເຮັດໃຫ້ຄົນທັງຫຼາຍຮັບຮູ້ວ່າ: ເກືອບວ່າທຸກໆປະເທດລ້ວນແຕ່ຍາກທີ່ຈະຫຼີກລ່ຽງບໍ່ໃຫ້ຖືກຜົນກະທົບຈາກເຫດການທົ່ວໂລກໄດ້ ເຊັ່ນ: ການແພ່ລະບາດຂອງພະຍາດ ແລະ ສົງຄາມເປັນຕົ້ນ. ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມສໍາຄັນຂອງການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.