ງານວາງສະແດງສິນຄ້ານຳເຂົ້າສາກົນຈີນສະໜອງໂອກາດແບ່ງປັນຕະຫຼາດຈີນໃຫ້ແກ່ປະເທດຕ່າງໆໃນໂລກ

2023-11-13 16:52:39 cri

ວັນທີ 10 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ສິ້ນສຸດລົງ. ຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ, ງານວາງສະແດງຄັ້ງນີ້ໄດ້ບັນລຸມູນຄ່າການຮ່ວມມື 78,41 ຕື້ໂດລາສະຫະລັດ, ທຽບໃສ່ງານວາງສະແດງຄັ້ງແລ້ວນີ້ໄດ້ເພີ່ມຂຶ້ນ 6,74%; ມີຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ການບໍລິການໃໝ່ທີ່ມີລັກສະນະຕົວແທນ 442 ລາຍການໄດ້ນຳມາສະເໜີໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6. ເນື້ອທີ່ວາງສະແດງຂອງການວາງສະແດງວິສາຫະກິດ, ວິສາຫະກິດນຳໜ້າຂະແໜງການ ແລະ 500 ວິສາຫະກິດລະດັບສຸດຍອດຂອງໂລກທີ່ເຂົ້າຮ່ວມງານວາງສະແດງ ແລະ ດ້ານອື່ນໆລ້ວນແຕ່ໄດ້ສ້າງສະຖິຕິໃໝ່.

ໜຶ່ງໃນຈຸດເດັ່ນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້, ແມ່ນປະຊາຄົມໂລກມີຄວາມຄ່ອງຄອຍ ແລະ ຄວາມປາຖະໜາເຂົ້າຮ່ວມງານວາງສະແດງຢ່າງແຮງກ້າ. ອີງຕາມສະຖິຕິ, ມີແຂກທີ່ມາຈາກ 154 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນໄດ້ເຕົ້າໂຮມກັນຢູ່ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້. ມີ 72 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມງານວາງສະແດງລະດັບຊາດ. ງານວາງສະແດງວິສາຫະກິດໄດ້ດຶງດູດວິສາຫະກິດຫຼາຍກວ່າ 3.400 ແຫ່ງທີ່ມາຈາກ 128 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ສ່ວນເຂດວາງສະແດງສະເພາະຜະລິດຕະພັນປະດິດສ້າງໃໝ່ໄດ້ດຶງດູດ 300 ກວ່າໂຄງການປະດິດສ້າງໃໝ່ຈາກ 39 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ, ຈຳນວນດັ່ງກ່າວຫຼາຍກວ່າຍອດຈຳນວນຂອງງານວາງສະແດງສິນຄ້າ 2 ຄັ້ງຜ່ານມາ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ສະໜອງເວທີສຳຄັນໃຫ້ແກ່ປະເທດຕ່າງໆທີ່ມີລະດັບພັດທະນາແຕກຕ່າງກັນໃນດ້ານການເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ງານວາງສະແດງຄັ້ງນີ້ມີ 11 ປະເທດເຊັ່ນ: ບາເຣນ, ອາຟຣິກາກາງ, ໂດມີນິກ ແລະ ປະເທດອື່ນໆເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນຄັ້ງທຳອິດ, ປະເທດຕ່າງໆທີ່ເຂົ້າຮ່ວມງານວາງສະແດງໄດ້ຈັດການເຄື່ອນໄຫວຕ່າງໆທີ່ສົມບູນແບບຫຼາຍກວ່າ 200 ກວ່າເທື່ອ, ຕັ້ງໜ້າໂຄສະນາສະພາບແລດລ້ອມການລົງທຶນ, ຊັບພະຍາກອນທ່ອງທ່ຽວ, ຂະແໜງການທີ່ມີທ່າແຮງ ແລະ ຜະລິດຕະພັນທີ່ມີລັກສະນະພິເສດຂອງປະເທດຕົນ.

ໂດຍສຸມໃສ່ຫົວຂໍ້ “ຮ່ວມກັນຊຸກຍູ້ການພັດທະນາ ແລະ ເປີດປະຕູສູ່ພາຍນອກເພື່ອເອົາໄຊຊະນະໃນອະນາຄົດ”, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ຈັດກອງປະຊຸມຍ່ອຍ 22 ເທື່ອເພື່ອລົງເລິກຄົ້ນຄວ້າເປິກສາຫາລືກ່ຽວກັບ “ການພັດທະນາແບບເປີດປະຕູສູ່ພາຍນອກ”, “ການຮ່ວມມືແບບເປີດປະຕູສູ່ພາຍນອກ”, “ການປະດິດສ້າງໃໝ່ແບບເປີດປະຕູສູ່ພາຍນອກ” ແລະ “ການແບ່ງປັນແບບເປີດປະຕູສູ່ພາຍນອກ”, ກອງປະຊຸມຍ່ອຍຕ່າງໆໄດ້ລົງເລິກຄົ້ນຄວ້າເປິກສາຫາລືໂດຍປິ່ນອ້ອມການໂຄສະນາສະພາບແວດລ້ອມດຳເນີນທຸລະກິດ, ຊຸກຍູ້ການຄ້າ ແລະ ການລົງທຶນເຊື່ອມຈອດກັນ ແລະ ອື່ນໆ, ລະດັບເຂົ້າຮ່ວມໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ. ອີງຕາມສະຖິຕິ, ກອງປະຊຸມເວທີເປີກສາຫາລືຫົງສຽວມີຜູ້ຮ່ວມປະຊຸມຫຼາຍກວ່າ 8.000 ຄົນ, ມີຜູ້ເຂົ້າຮ່ວມຫຼາຍທີ່ສຸດໃນປະຫວັດສາດຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ.

ປະເທດຈີນທີ່ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ, GDP ສະເລ່ຍຕາມຫົວຄົນຫຼາຍກວ່າ 12.000 ໂດລາ, ກຸ່ມຄົນທີ່ມີລາຍຮັບປານກາງຫຼາຍກວ່າ 400 ລ້ານຄົນ, ແລະ ແມ່ນຕະຫຼາດໃຫຍ່ຂະໜາດຂອງໂລກທີ່ມີລັກສະນະເຕີບໂຕ. ໃນ 5 ປີຕໍ່ໜ້າ, ຍອດມູນຄ່າຂາເຂົ້າຂາອອກສິນຄ້າທີ່ຈັບຕ້ອງໄດ້ຈະຫຼາຍກວ່າ 3.200 ຕື້ໂດລາ, ການນຳເຂົ້າ ແລະ ສົ່ງອອກການຄ້າການບໍລິການອາດຈະຫຼາຍກວ່າ 5.000 ຕື້ໂດລາ. ຜົນງານອັນອຸດົມສົມບູນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ໄດ້ສະແດງໃຫ້ເຫັນເຖິງສະພາບໃໝ່ທີ່ມີລະດັບສູງໃນການເປີດປະຕູສູ່ພາຍນອກຂອງຈີນ, ທັງໄດ້ສະແດງໃຫ້ທົ່ວໂລກເຫັນວ່າ: “ການເປີດປະຕູສູ່ພາຍນອກຂອງຈີນຈະນັບມື້ນັບກວ້າງຂວາງກວ່າເກົ່າ”. ສຳລັບການເປີດປະຕູສູ່ພາຍນອກຂອງຈີນທີ່ນັບມື້ນັບເປີດກວ້າງນັ້ນ, ບໍ່ພຽງແຕ່ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເທົ່ານັ້ນ, ທັງໄດ້ສະໜອງກາລະໂອກາດໃໝ່ດ້ານການພັດທະນາໃຫ້ແກ່ປະເທດຕ່າງໆໃນໂລກ, ແລະ ເຮັດໃຫ້ປະເທດຕ່າງໆໃນໂລກໄດ້ແບ່ງປັນຕະຫຼາດໃຫຍ່ຂອງປະເທດຈີນ.