ຜູ້ຕອບແບບສອບຖາມໃນທົ່ວໂລກເກືອບ90%ເຫັນວ່າ: ຄວນຈັດຕັ້ງປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສອງປະເທດຈີນ-ອາເມຣິກາດ້ວຍການກະທຳຕົວຈິງ ເພື່ອປົກປັກຮັກສາການພົວພັນສອງປະເທດໃຫ້ພັດທະນາໄປຢ່າງປອດໃສ

2023-11-13 22:30:08 CRI


  ເມື່ອບໍ່ດົນມານີ້, ໂທລະພາບສາກົນຈີນຫຼື CGTNຂອງວິທະຍຸໂທລະພາບສູນກາງຈີນຫຼື CMGໄດ້ດຳເນີນການສຳຫຼວດຄວາມຄິດເຫັນຂອງປະຊາຊົນຜູ້ໃຊ້ອິນເຕີເນັດໃນທົ່ວໂລກໂດຍຜົນການສຳຫຼວດສະແດງໃຫ້ເຫັນວ່າ: ມີປະຊາຊົນຜູ້ໃຊ້ອິນເຕີເນັດໃນທົ່ວໂລກເຖິງ86% ເຫັນວ່າ ການປົກປັກຮັກສາການພົວພັນຈີນ-ອາເມຣິກາໃຫ້ພັດທະນາໄປຢ່າງໝັ້ນທ່ຽງແລະປອດໃສນັ້ນ ບໍ່ຄວນເວົ້າແຕ່ປາກເທົ່ານັ້ນ, ຂໍກຸນແຈສຳຄັນແມ່ນຢູ່ນຳການກະທຳຕົວຈິງເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຕ່າງໆທີ່ຜູ້ນຳສອງປະເທດຕົກລົງຮ່ວມກັນຢູ່ເກາະບາຫຼີ ປະເທດອິນໂດເນເຊຍ. ເມື່ອທຽບໃສ່ຜົນການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ອິນເຕີເນັດໃນທົ່ວໂລກເມື່ອເດືອນກໍລະກົດປີນີ້, ອັດຕາສ່ວນຂອງ ຜູ້ຕອບແບບສອບຖາມທີ່ຖືທັດສະນະດັ່ງກ່າວນີ້ໄດ້ເພີ່ມຂຶ້ນ4,1%.

 

ນອກນີ້, ຜູ້ໃຊ້ອິນເຕີເນັດກວມ91,2%ເຫັນວ່າ ການພົວພັນຈີນ-ອາເມຣິກາຖ້າຢາກມີການພັດທະນາທີ່ດີ, ຈຳຕ້ອງຢູ່ບົນພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ ແລະປະຕິບັດຕໍ່ກັນຢ່າງສະເໝີພາບ, ເຄົາລົບຜົນປະໂຫຍດໃຈກາງແລະຄວາມສົນໃຈທີ່ສຳຄັນຂອງກັນແລະກັນ. ອັດຕາສ່ວນຂອງຜູ້ຕອບແບບສອບຖາມທີ່ຖືທັດສະນະນີ້ໄດ້ເພີ່ມຂຶ້ນ2,1%ເມື່ອທຽບໃສ່ 4ເດືອນກ່ອນ. ພ້ອມດຽວກັນນັ້ນ, ຜູ້ຕອບແບບສອບຖາມ92%ເຫັນວ່າການພົວພັນຈີນ-ອາເມຣິກາບໍ່ແມ່ນເກມຜົນລວມເປັນສູນ,  ເຈຕະນາໃດໆທີ່ຢາກດັດແປງແລະສະກັດກັ້ນຄວາມຄິດຂອງຝ່າຍກົງກັນຂ້າມນັ້ນລ້ວນແຕ່ບໍ່ສອດຄ່ອງກັບຄວາມເປັນຈິງ, ບໍ່ວ່າການພັດທະນາຂອງຝ່າຍໃດກໍຕາມ ລ້ວນແຕ່ບໍ່ຄວນຕັດສິດທີ່ຊອບທຳຂອງຝ່າຍກົງກັນຂ້າມ. ອັດຕາສ່ວນຂອງຜູ້ຕອບແບບສອບຖາມທີ່ຖືທັດສະນະນີ້ໄດ້ເພີ່ມຂຶ້ນ8,3%.

   ແບບສອບຖາມເພື່ອສຳຫຼວດຄວາມຄິດເຫັນຂອງປະຊາຊົນຜູ້ໃຊ້ອິນເຕີເນັດສະບັບນີ້ໄດ້ເຜີຍແຜ່ຜ່ານເວທີ CGTN ດ້ວຍ5ພາສາຄື ພາສາອັງກິດ, ແອັດສະປາຍ, ຝຣັ່ງ, ອາຣັບແລະຣັດເຊຍ, ພາຍໃນເວລາ 24 ຊົ່ວໂມງ ໄດ້ມີຜູ້ໃຊ້ອິນເຕີເນັດຫຼາຍກວ່າ10.000ຄົນເຂົ້າຮ່ວມການຕອບແບບສອບຖາມ.