ຈີນແລະອາເມຣິກາຜູກມິດດ້ວຍເມືອງແຮກສ່ຽວ

2023-11-13 15:17:24 cri

   ວັນທີ3ພະຈິກ2023, ກອງປະຊຸມເມືອງແຮກສ່ຽວຈີນ-ອາເມຣິກາຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຊູໂຈ່ວແຂວງຈ່ຽງຊູ ປະເທດຈີນ, ຜູ້ຕາງໜ້າຈາກ10ກວ່າແຂວງ, ກຳແພງນະຄອນຂອງຈີນ ແລະເຈົ້າຄອງນະຄອນເກືອບ20ທ່ານຈາກ 22ລັດຂອງອາເມຣິກາແລະແຂກຖືກເຊີນຜູ້ມີກຽດອື່ນໆຂອງຈີນແລະອາເມຣິກາປະມານ 200ຄົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ກໍຄືກິດຈະກຳທີ່ກ່ຽວຂ້ອງ.

 

ກອງປະຊຸມເມືອງແຮກສ່ຽວຈີນ-ອາເມຣິກາເປັນກົນໄກສຳຄັນແຫ່ງການແລກປ່ຽນລະຫວ່າງທ້ອງຖິ່ນຈີນ-ອາເມຣິກາ,ມີຈຸດປະສົງເພື່ອສ້າງເວທີການສື່ສານແລະແລກປ່ຽນກັນລະຫວ່າງຕົວເມືອງຂອງຈີນແລະອາເມຣິກາ, ສົ່ງເສີມໃຫ້ສອງຝ່າຍເພີ່ມທະວີການຮ່ວມມືຕົວຈິງ,ເສີມຂະຫຍາຍມິດຕະພາບແລະຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການພົວພັນລະຫວ່າງເມືອງແຮກສ່ຽວຈີນ-ອາເມຣິກາໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຫຼັງຈາກຈັດກອງປະຊຸມຄັ້ງທຳອິດຢູ່ນະຄອນຫຼວງວໍຊິງຕັນປະເທດອາເມຣິກາໃນເດືອນມີນາປີ2014ແລ້ວ, ກອງປະຊຸມຄັ້ງທີ2ໄດ້ຈັດຂຶ້ນຢູ່ນະຄອນຊີຄາໂກ (Chicago)ອາເມຣິກາ, ຄັ້ງທີ3ຈັດຂຶ້ນຢູ່ນະຄອນໜານຊ່າງປະເທດຈີນ, ຄັ້ງທີ4ຈັດຂຶ້ນຢູ່ນະຄອນຮີວສຕັນ (Houston)ອາເມຣິກາ.

 

ໃນມື້ໄຂກອງປະຊຸມເມືອງແຮກສ່ຽວຈີນ-ອາເມຣິກາຄັ້ງທີ5ເມື່ອວັນທີ3ພະຈິກ2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານເຖິງກອງປະຊຸມໂດຍມີເນື້ອໃນລະບຸວ່າ: “ພື້ນຖານການພົວພັນຈີນ-ອາເມຣິກາແມ່ນຢູ່ນຳປະຊາຊົນ ແລະແຫຼ່ງພະລັງແຮງແມ່ນຢູ່ນຳມິດຕະພາບລະຫວ່າງປະຊາຊົນ. ແຂວງແລະລັດແຮກສ່ຽວກໍຄືເມືອງແຮກສ່ຽວເປັນສື່ກາງສຳຄັນໃນການລົງເລິກມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາ ເພື່ອບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.”

 

ພາຍຫຼັງຈີນແລະອາເມຣິກາສ້າງຕັ້ງສາຍພົວພັນທາງການທູດໃນ1979ແລ້ວ, ຫຼາຍຕົວເມືອງຂອງອາເມຣິກາຕ່າງກໍຕັ້ງໜ້າສະແຫວງຫາເມືອງແຮກສ່ຽວຢູ່ຈີນ. ທ່ານເຈມຄອນເວ ເຈົ້າຄອງນະຄອນແຊນລຸຍສ  (Saint Louis) ອາເມຣິກາໃນເວລານັ້ນໄດ້ຂຽນຈົດໝາຍເຖິງທ່ານສູຈ່ຽງ ເຈົ້າຄອງນະຄອນນານກິ່ງແຂວງຈ່ຽງຊູໃນເວລານັ້ນເພື່ອສະແດງເຈດຈຳນົງທີ່ຫວັງຢາກຊຸກຍູ້ໃຫ້ນະຄອນແຊນລຸຍສແລະນະຄອນນານກິ່ງຜູກມິດເປັນເມືອງແຮກສ່ຽວໂດຍໄວ,ຕໍ່ມາ,ຜ່ານຈາກຄວາມພະຍາຍາມຂອງຫຼາຍຝ່າຍ, ເດືອນພະຈິກປີດຽວກັນ, ສອງຕົວເມືອງນີ້ໄດ້ຜູກມິດເປັນເມືອງແຮກສ່ຽວຄູ່ທຳອິດລະຫວ່າງຈີນ-ອາເມຣິກາ ເຊິ່ງເປັນການເປີດສາກແຫ່ງການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງທ້ອງຖິ່ນຂອງສອງປະເທດ.

 

 

ຕະຫຼອດໄລຍະ40ກວ່າປີຜ່ານມານີ້, ບໍ່ວ່າສະພາບສາກົນຈະຜັນແປໄປຄືແນວໃດກໍຕາມ, ການພົວພັນຮ່ວມມືຢ່າງມີໄມຕີຈິດມິດຕະພາບລະຫວ່າງນະຄອນນານກິ່ງກັບນະຄອນແຊນລຸຍສໄດພັດທະນາຢ່າງໜັກແໜ້ນແບບສະເໝີຕົ້ນສະເໝີປາຍ.

 



“ສວນໂຢນິງ” ຢູ່ໃນສວນພືດມິຊູຣີຂອງນະຄອນແຊນລຸຍສ

   ປີ1994,ນະຄອນແຊນລຸຍສໄດ້ມອບອຸປະກອນກໍ່ສ້າງສວນສະໜຸກເດັກນ້ອຍຄົບຊຸດຊຸດໜຶ່ງໃຫ້ນະຄອນນານກິ່ງໂດຍຕິດຕັ້ງຢູ່ໃນສວນສາທາລະນະສຽນອູຫູ, ເຊິ່ງໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ກັບຄົນຈີນທີ່ເກີດເມື່ອຊຸມປີ 1980 -1990. ສ່ວນນະຄອນນານກິ່ງກໍໄດ້ສ້າງ “ສວນໂຢນິງ” ເຊິ່ງເປັນສວນອຸທິຍານທີ່ມີເອກະລັກເກົ່າແກ່ບູຮານແຫ່ງພາກໃຕ້ແມ່ນ້ຳຢາງຊີກ້ຽງຂອງຈີນຢູ່ໃນສວນພືດມິຊູຣີ(Missouri) ຂອງນະຄອນແຊນລຸຍສເຊັ່ນດຽວກັນ. ຢູ່ໃນສວນອຸທິຍານດັ່ງກ່າວ ຜູ້ບັນຍາຍໄດ້ເລົ່າມິດຕະພາບແລະສະພາບການໄປມາຫາສູ່ກັນລະຫວ່າງສອງທ້ອງຖິ່ນດັ່ງກ່າວໃຫ້ນັກທ່ອງທ່ຽວຟັງ ພ້ອມທັງໝູນໃຊ້ວິດີໂອເພື່ອນຳສະເໜີວິຖີຊີວິດແລະຮີດຄອງປະເພນີຂອງຊາວນະຄອນນານກິ່ງ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກປະຊາຊົນນະຄອນແຊນລຸຍສ.ນອກນີ້, ພໍຮອດວັນສ້າງຕັ້ງສາຍພົວພັນເມືອງແຮກສ່ຽວຄົບຮອບ5 ຫຼື10ປີ, ສອງຕົວເມືອງນີ້ຕ່າງກໍໄດ້ສົ່ງຄະນະຜູ້ໄປແທນແລກປ່ຽນຢ້ຽມຢາມເຊິ່ງກັນແລະກັນ.

 

   

ຕົວເມືອງເປັນປັດໄຈທີ່ມີຊີວິດຊີວາທີ່ສຸດຂອງແຕ່ລະປະເທດ, ການພົວພັນເມືອງແຮກສ່ຽວເປັນຊ່ອງທາງຫຼັກແຫ່ງການໄປມາຫາສູ່ກັນລະຫວ່າງປະຊາຊົນແລະການຮ່ວມມືທ້ອງຖິ່ນ, ເປັນແຫຼ່ງພະລັງແຮງທີ່ບໍ່ເຫືອດແຫ້ງໃນການຊຸກຍູ້ການພັດທະນາການພົວພັນຂອງສອງປະເທດ. ທ່ານສີຈິ້ນຜິງແມ່ນໃຫ້ຄວາມສຳຄັນເປັນຢ່າງສູງຢ່າງສະເໝີຕົ້ນສະເໝີປາຍຕໍ່ການຜູກມິດແຮກສ່ຽວລະຫວ່າງຕົວເມືອງສອງປະເທດຈີນ-ອາເມຣິກາ.

 

1993, ໃນໄລຍະຢ້ຽມຢາມອາເມຣິກາ, ທ່ານສີຈິ້ນຜິງ ເລຂາຄະນະພັກນະຄອນຟູໂຈ່ວແຂວງຟູຈ້ຽນໃນເວລານັ້ນໄດ້ເດີນທາງໄປນະຄອນທາໂຄມາ(Tacoma) ລັດວໍຊິງຕັນອາເມຣິກາເປັນການສະເພາະເພື່ອຄົ້ນຄວ້າຄວາມອາດເປັນໄປໄດ້ທີ່ຈະສ້າງສາຍພົວພັນເມືອງແຮກສ່ຽວລະຫວ່າງສອງຕົວເມືອງ, ທ່າກຳປັ່ນມ໋າເຫວີ້ຍນະຄອນຟູໂຈ່ວແລະຈະໃຫ້ທ່າກຳປັ່ນທາໂຄມາຜູກມິດເປັນທ່າແຮກສ່ຽວແລະອື່ນໆ. ປີ1994, ພາຍໃຕ້ການຊຸກຍູ້ສົ່ງເສີມຂອງທ່ານສີຈິ້ນຜິງ, ນະຄອນຟູໂຈ່ວແລະນະຄອນທາໂຄມາໄດ້ຜູກມິດເປັນເມືອງແຮກສ່ຽວ ເຊິ່ງເປັນການເປີດປະຫວັດສາດໜ້າໃໝ່ແຫ່ງການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບແລະການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງເມືອງແຮກສ່ຽວດັ່ງກ່າວ.

 

 

ປີ2008, ໂຮງຮຽນມັດທະຍົມສະຖາບັນການສຶກສາຟູໂຈ່ວ ແລະໂຮງຮຽນມັດທະຍົມລິນຄອນນະຄອນທາໂຄມາໄດ້ສ້າງຕັ້ງສ້າງສາຍພົວພັນມິດຕະພາບຂຶ້ນ ໂດຍໄດ້ດຳເນີນການເຄື່ອນໄຫວແລກປ່ຽນກັນໃນດ້ານພາສາອັງກິດ, ກິລາແລະອື່ນໆ.

 

ເດືອນກັນຍາປີ2015, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມອາເມຣິກາ, ໃນໄລຍະການຢ້ຽມຢາມ, ທ່ານສີຈິ້ນຜິງພ້ອມດ້ວຍ ທ່ານນາງ ເຜີງລີ້ຢວນ ພັນລະຍາໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມລິນຄອນເປັນການສະເພາະ. ຢູ່ສະໂມສອນຂອງໂຮງຮຽນແຫ່ງນີ້, ພວກເພິ່ນໄດ້ຊົມວິດີໂອກ່ຽວກັບສະພາບການໄປມາຫາສູ່ກັນລະຫວ່າງນະຄອນທາໂຄມາກັບນະຄອນຟູໂຈ່ວ ແລະຍັງໄດ້ຊົມນັກຮຽນສັງກັດຄະນະຮ້ອງປະສານສຽງຂອງໂຮງຮຽນມັດທະຍົມລິນຄອນກັບນັກຮຽນໂຮງຮຽນມັດທະຍົມສະຖາບັນການສຶກສາຟູໂຈ່ວສະແດງການຮ້ອງປະສານສຽງໃນເພງຈີນທີ່ມີຊື່ວ່າ “ທົ່ງນາແຫ່ງຄວາມຫວັງ” ແລະເພງອັງກິດທີ່ມີຊື່ວ່າ  What a wonderful world “ໂລກທີ່ສວຍງາມປານນີ້”.

 


   ຫຼັງຈາກນັ້ນ, ທ່າມກາງສຽງຕົບມືດັງຟົດສະໜັ່ນຂອງຄູແລະນັກຮຽນທັງຫຼາຍ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໂດຍໄດ້ຫວນຄືນຫຼັງຕອນທີ່ເພິ່ນຢ້ຽມຢາມນະຄອນທາໂຄມາໃນເມື່ອກ່ອນ ພ້ອມທັງສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ສາຍພົວພັນເມືອງແຮກສ່ຽວລະຫວ່າງນະຄອນທາໂຄມາກັບນະຄອນຟູໂຈ່ວຂອງຈີນທີ່ມີການຂະຫຍາຍຕົວຍິ່ງໆຂຶ້ນ. ໃນເວລາຢ້ຽມຊົມຫໍກິລາຂອງໂຮງຮຽນມັດທະຍົມລິນຄອນ, ທ້າວໄຊມອນ ຫົວໜ້າທີມຣັກບີ  (rugby) ຂອງໂຮງຮຽນໃນເວລານັ້ນພ້ອມເພື່ອນຮ່ວມທີມຫຼາຍຄົນໄດ້ມອບຊຸດຣັກບີເບີ1ໃຫ້ທ່ານສີຈິ້ນຜິງເພື່ອເປັນຂອງຂວັນ, ທ່ານສີຈິ້ນຜິງໄດ້ຮັບເອົາດ້ວຍຄວາມຍິນດີ. ເຖິງຈະເປັນການພົບປະກັນພຽງເວລາຊົ່ວໂມງປາຍເທົ່ານັ້ນ, ແຕ່ພາຍຫຼັງມາ ເມື່ອຄູແລະນັກຮຽນຂອງໂຮງຮຽນຫຼາຍໆຄົນເວົ້າເຖິງເລື່ອງນີ້ຍັງຄົງຮູ້ສຶກຕື່ນເຕັ້ນແບບອົດກັ້ນບໍ່ໄດ້.

 

ກາລະໂອກາດແຫ່ງການຮ່ວມມືຈີນ-ອາເມຣິກາເວລາໃດກໍບໍ່ແມ່ນຍ້ອນການໃຫ້ຂອງຕ້ອນຈາກໃຜ, ແຕ່ແມ່ນຈີນແລະອາເມຣິກາເປັນຜູ້ສ້າງຂຶ້ນຮ່ວມກັນ. ນັບມາຮອດປັດຈຸບັນ, ຈີນແລະອາເມຣິກາໄດ້ສ້າງສາຍພົວພັນລະດັບແຂວງ,ລັດແຮກສ່ຽວ ແລະເມືອງແຮກສ່ຽວຈຳນວນ284ຄູ່ແລ້ວ,ຈໍ່ຕົວເປັນກົນໄກທີ່ດີແຫ່ງການໄປມາຫາສູ່ກັນລະຫວ່າງປະຊາຊົນ.

 

ນະຄອນອູຊີ່ຂອງຈີນກັບນະຄອນຊານອັນໂຕນີໂອ (San Antonio)ອາເມຣິກາໄດ້ທົດລອງປະຕິບັດກ່ອນໝູ່ໃນຂົງເຂດເສດຖະກິດປະດິດສ້າງ, ເມືອງເຜີງໄຫຼ ນະຄອນຢ່ຽນຖາຍ ຂອງຈີນແລະນະຄອນໂຊໂນມາ(Sonoma)ລັດຄາລີຟໍເນຍອາເມຣິກາໄດ້ຮ່ວມມືປະຕິບັດໂຄງການສົນທະນາທີ່ຊາວໜຸ່ມເອົາໃຈໃສ່ຕໍ່ການອະນຸລັກສິ່ງແວດລ້ອມແລະອື່ນໆ ເຊິ່ງການຮ່ວມມືຕົວຈິງທີ່ມີປະສິດທິຜົນຢ່າງຫຼວງຫຼາຍເຫຼົ່ານີ້ ບໍ່ພຽງແຕ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາກ່ຽວກັບການໄປມາຫາສູ່ກັນລະຫວ່າງແຂວງແລະລັດແຮກສ່ຽວກໍຄືເມືອງແຮກສ່ຽວຂອງສອງປະເທດນັບມືື້ນັບຂະຫຍາຍຕົວກ້າວລົງສູ່ລວງເລິກ.

 

   ການແລກປ່ຽນກັນລະຫວ່າງເຂດແຄວ້ນໃນແຕ່ລະຍຸກແຕ່ລະສະໄໝໄດ້ເປີດເຜີຍໃຫ້ເຫັນ “ເຄັດລັບ”ສຳຄັນອັນໜຶ່ງຂອງການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງຈີນ-ອາເມຣິກາຄື: ແຫຼ່ງພະລັງແຮງຂອງການພົວພັນຈີນ-ອາເມຮິກາແມ່ນຢູ່ນຳມິດຕະພາບລະຫວ່າງປະຊາຊົນ.

 



ວັນທີ 25 ຕຸລາ 2023, ໃນໂອກາດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຄາວິນ ນີວຊຳ ເຈົ້າຄອງລັດຄາລີຟໍເນຍ ອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກອີກເທື່ອໜຶ່ງວ່າ: “ພື້ນຖານການພົວພັນຈີນ-ອາເມຣິກາແມ່ນຢູ່ນຳປະຊາຊົນ,ຄວາມຫວັງແມ່ນຢູ່ນຳປະຊາຊົນ, ອະນາຄົດແມ່ນຢູ່ນຳຊາວໜຸ່ມແລະພະລັງຊີວິດຊີວາແມ່ນຢູ່ນຳທ້ອງຖິ່ນ.”

 

  

 ເນື້ອໃນສານຂອງທ່ານສີຈິ້ນຜິງທີ່ສົ່ງເຖິງກອງປະຊຸມເມືອງແຮກສ່ຽວຈີນ-ອາເມຣິກາຄັ້ງທີ 5 ໄດ້ຝາກຄວາມຫວັງໄວ້ນຳບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມວ່າ: “ຫວັງວ່າ ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມຈະສືບຕໍ່ເປັນຂົວຕໍ່ແຫ່ງການແລກປ່ຽນລະຫວ່າງທ້ອງຖິ່ນຈີນ-ອາເມຣິກາ,ປະກອບສ່ວນເຂົ້າໃນການແລກປ່ຽນກັນລະຫວ່າງແຂວງ, ລັດ ແລະຕົວເມືອງຕ່າງໆຂອງສອງປະເທດໂດຍຂ້າມຜ່ານມະຫາສະໝຸດປາຊີຟິກອັນກວ້າງໃຫຍ່ໄພສານ, ເພື່ອຮ່ວມກັນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ, ເພີ່ມທະວີຄວາມຜາສຸກໃຫ້ກັບປະຊາຊົນສອງຊາດ. ”