ທ່ານສີຈິ້ນຜິງຈະເດີນທາງໄປອາເມຣິກາເພື່ອເຂົ້າຮ່ວມພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ

2023-11-13 11:17:26 cri

ວັນທີ10ພະຈິກນີ້, ທ່ານນາງຮວາຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະຫນອງຕາມຄຳເຊີນຂອງທ່ານໂຈໄບເດັນ ປະທານາທິບໍດີອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຊານຟຣານຊີສໂກອາເມຣິກາໃນລະຫວ່າງວັນທີ14-17ພະຈິກນີ້ເພື່ອເຂົ້າຮ່ວມພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືເອເປັກຄັ້ງທີ30ຕາມຄຳເຊີນ.