ຄະນະກຳມະການເລືອກຕັ້ງອິນໂດເນເຊຍຕົກລົງຮັບຮອງຊື່ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີຢ່າງເປັນທາງການ

2023-11-14 10:47:34 cri


ວັນທີ 13 ພະຈິກນີ້, ຄະນະກຳມະການເລືອກຕັ້ງແຫ່ງຊາດອິນໂດເນເຊຍ ຫຼື KPU ໄດ້ຈັດກອງປະຊຸມຄົບຄະນະ ໂດຍໄດ້ຕົກລົງຮັບຮອງຊື່ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ທີ່ຈະເຂົ້າຮ່ວມການເລືອກຕັ້ງທົ່ວປະເທດໃນປີ 2024 ຢ່າງເປັນທາງການ.

ອິນໂດເນເຊຍຈັດການເລືອກຕັ້ງທົ່ວປະເທດ 5 ປີຕໍ່ຄັ້ງ ເພື່ອເລືອກຕັ້ງປະທານາທິບໍດີ, ຮອງປະທານາທິບໍດີ, ສະມາຊິກສອງລັດຖະສະພາ ແລະ ອື່ນໆ. ກ່ອນໜ້ານີ້, ທ່ານໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍຢືນຢັນວ່າ: ການເລືອກຕັ້ງທົ່ວປະເທດປີ 2024 ຈະຈັດຂຶ້ນຕາມເວລາກຳນົດ. ວັນທີ 19 ຕຸລາຜ່ານມານີ້, ຄະນະກຳມະການເລືອກຕັ້ງອິນໂດເນເຊຍເລີ່ມຈົດທະບຽນໃຫ້ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ, ວຽກງານນີ້ໄດ້ສິ້ນສຸດລົງໃນວັນທີ 25 ຕຸລາຜ່ານມາ. ວັນທີ 28 ພະຈິກ 2023 ຫາວັນທີ 10 ກຸມພາ 2024 ຈະເປັນໄລຍະການຫາສຽງເລືອກຕັ້ງ.