ທ່ານສີຈິ້ນຜິງ: “ຂ້າພະເຈົ້າມີຄວາມຫ່ວງໃຍຕໍ່ປະຊາຊົນເຂດປະສົບໄພຢູ່ໃນໃຈຕະຫຼອດ”

2023-11-14 16:52:35 cri

  



ຢູ່ຈີນ ເມື່ອຮອດວັນລີ້ຕຸ່ງ ເຊິ່ງເປັນ1ໃນ24ຈຸດແບ່ງລະດູການຕາມຈັນທະຄະຕິຈີນທີ່ເປັນຂີດໝາຍແຫ່ງການເລີ່ມຕົ້ນຂອງລະດູໜາວ, ຈະມີລົມພັດແຮງ, ອາກາດໜາວເຢັນ, ໂດຍສະເພາະຢູ່ພາກເໜືອຂອງປະເທດ,ດິນແລະນ້ຳກໍເລີ່ມເປັນກ້າມ.

 

ການທີ່ປະຊາຊົນມີເຮືອນຢູ່ອາໄສ ແລະສາມາດໃຊ້ຊີວິດຍາມລະດູໜາວຢ່າງອົບອຸ່ນໄດ້ເປັນສິ່ງສຳຄັນທີ່ທ່ານສີຈິ້ນຜິງ  ປະທານປະເທດຈີນມີຄວາມຫ່ວງໃຍຢູ່ໃນໃຈຕະຫຼອດ.

 

   ວັນທີ 10 ພະຈິກ2023, ວັນ “ລີ້ຕຸ່ງ” ຫາກໍຜ່ານໄປໄດ້ສອງມື້, ອຸນຫະພູມຕ່ຳສຸດຢູ່ພາກເໜືອປະເທດຈີນໄດ້ຫຼຸດລົງເຖິງລົບສູນອົງສາ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປເຂດແຄວ້ນທີ່ກ່ຽວຂ້ອງຢູ່ນະຄອນຫຼວງປັກກິ່ງແລະແຂວງເຫີເປີຍ ເຊິ່ງໄດ້ປະສົບໄພໜັກໜ່ວງສົມຄວນຈາກຝົນຕົກແຮງທີ່ສຸດໃນລະດູຮ້ອນປີ2023, ເພື່ອໄປຢື້ຢາມຖາມຂ່າວປະຊາຊົນເຂດປະສົບໄພ.

 



   ເວລາໃກ້ຈະຮອດຕອນທ່ຽງ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງບ້ານສຸຍຢວີ້ຈຸຍ ຕາແສງມ້ຽວເຟີ່ງຊ່ານເມືອງເມີນໂຖໂກ່ວ ນະຄອນຫຼວງປັກກິ່ງ ໂດຍເພິ່ນໄດ້ຍ່າງເຂົ້າໄປໃນເຮືອນທີ່ຜ່ານການສ້ອມແປງຄືນໃໝ່ຫຼັງຈາກປະສົບໄພຂອງທ່ານຫຼີເໝີງ ຊາວບ້ານແຫ່ງນີ້. ເມື່ອຢືນຢູ່ໃນຫ້ອງຮັບແຂກທີ່ສະອາດແລະແຈ້ງສະຫວ່າງ, ທ່ານສີຈິ້ນຜິງໄດ້ເປີດເບິ່ງຮູບພາບແຕ່ລະໃບກ່ຽວກັບເຮືອນທີ່ຖືກຜົນເສຍຫາຍ, ພ້ອມທັງສອບຖາມຢ່າງລະອຽດກ່ຽວກັບສະພາບຜົນເສຍຫາຍຕອນເກີດໄພນ້ຳຖ້ວມ, ລາຍຈ່າຍການສ້ອມແປງເຮືອນ, ອາຍອຸ່ນຢູ່ໃນເຮືອນແລະອື່ນໆ.ເພິ່ນກ່າວວ່າ: “ການຮັບປະກັນໃຫ້ປະຊາຊົນເຂດປະສົບໄພສາມາດໃຊ້ຊີວິດຍາມລະດູໜາວດ້ວຍຄວາມປອດໄພແລະອົບອຸ່ນເປັນໜ້າທີ່ເດັດຂາດຢ່າງໜຶ່ງ.” ນີ້ບໍ່ພຽງແຕ່ເປັນແຜນງານທີ່ທ່ານສີຈິ້ນຜິງວາງໄວ້ກັບຄະນະພັກແລະອົງການປົກຄອງທຸກຂັ້ນເທົ່ານັ້ນ, ຍິ່ງເປັນຄຳໝັ້ນສັນຍາອັນໜັກແໜ້ນທີ່ໃຫ້ໄວ້ກັບປະຊາຊົນ.

 

   ສຳລັບສະພາບລະດູໜາວທີ່ແກ່ຍາວຢູ່ພາກເໜືອຈີນ ໂດຍສະເພາະຢູ່ເຂດພູດອຍມີອາກາດໜາວຈັດທີ່ສຸດນັ້ນ, ທ່ານສີຈິ້ນຜິງແມ່ນຮູ້ດີຢູ່ແລ້ວເພາະເພິ່ນເຄີຍລົງພື້ນຖານດຳລົງຊີວິດຢູ່ຊົນນະບົດເຂດພູພຽງພາກເໜືອແຂວງສ້ານຊີ່ເປັນເວລາເຖິງ7ປີ, ສະນັ້ນ ເພິ່ນໄດ້ຮຽກຮ້ອງໃຫ້ຕ້ອງຈັດຕັ້ງປະຕິບັດວຽກງານດ້ານອາຍອຸ່ນໃຫ້ເປັນຮູບປະທຳຢ່າງລະອຽດເຖິງແຕ່ລະຄອບຄົວ.

 



   ຕອນອອກຈາກບ້ານສຸຍຢວີ້ຈຸຍ, ຢູ່ຕໍ່ໜ້າຊາວບ້ານທັງຫຼາຍທີ່ບໍ່ຢາກຈາກລາ, ທ່ານສີຈິ້ນຜິງເວົ້າວ່າ: “ຂ້າພະເຈົ້າມີຄວາມຫ່ວງໃຍຕໍ່ປະຊາຊົນເຂດປະສົບໄພຢູ່ໃນໃຈຕະຫຼອດ. ພັກກອມມູນິດເປັນພັກທີ່ຮັບໃຊ້ປະຊາຊົນ, ຖືເອົາປະຊາຊົນໄວ້ຢູ່ຖານະສູງສຸດຢູ່ໃນໃຈຕະຫຼອດໄປ, ບໍ່ວ່າຈະເປັນການກູ້ໄພຫຼືການສ້າງສາຄືນໃໝ່ຫຼັງຈາກໄພພິບັດ, ກໍລ້ວນແຕ່ຈະອອກແຮງຈົນສຸດຄວາມສາມາດ.”

 

   ໃນຄວາມເປັນຈິງແລ້ວ, ການຢື້ຢາມຖາມຂ່າວທີ່ເຕັມໄປດ້ວຍຄວາມອົບອຸ່ນໃນຄັ້ງນີ້ເປັນການຢ້ຽມຢາມຕາມການນັດພົບກັນເທື່ອໜຶ່ງ.

 



  ກ່ອນໜ້ານີ້ສອງເດືອນ ຄືໃນວັນທີ 7 ກັນຍາ2023, ທ່ານສີຈິ້ນຜິງ ທີ່ກຳລັງດຳເນີນການສຳຫຼວດກວດກາວຽກງານຢູ່ແຂວງເຮີຍລົງຈ່ຽງ ທາງພາກຕາເວັນອອກສຽງເໜືອຂອງຈີນ, ເພິ່ນໄດ້ອອກຈາກນະຄອນຮາບິນ ຂີ່ລົດໄຟແລ້ວປ່ຽນລົດຍົນເດີນທາງໄປຮອດບ້ານໂຫຼງຫວາງມ້ຽວ ຕາແສງເຫຼົາເຈ່ຍຈີ່ ເມືອງຊ່າງຈື້ ທີ່ປະສົບໄພນ້ຳຖ້ວມຢ່າງໜັກໜ່ວງສົມຄວນ, ເພິ່ນຍ່າງເຂົ້າໄປໃນເຮືອນຫຼັງໜຶ່ງທີ່ກຳລັງ ສ້າງສາຄືນໃໝ່ເນື່ອງຈາກໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມ ແລ້ວສອບຖາມຜູ້ກໍ່ສ້າງຢູ່ກັບທີ່ຢ່າງລະອຽດກ່ຽວກັບເນື້ອທີ່, ຜັງເຮືອນ,ລະດັບຕ້ານແຜ່ນດິນໄຫວແລະສະພາບອື່ນໆຂອງເຮືອນຫຼັງນີ້, ນອກນີ້ ເພິ່ນຍັງເອົາໃຈໃສ່ເປັນພິເສດຕໍ່ຮູບການສ້າງຄວາມອຸ່ນຢູ່ໃນເຮືອນ: “ເຂດພາກຕາເວັນອອກສຽງເໜືອອາກາດໜາວທີ່ສຸດໄດ໋ ເດັດຂາດບໍ່ໃຫ້ທົນໜາວໃນລະດູໜາວເດີ!”, “ຕ້ອງຮັບປະກັນໃຫ້ປະຊາຊົນຜູ້ປະສົບໄພສາມາດຍ້າຍເຂົ້າໄປຢູ່ເຮືອນໃໝ່ກ່ອນລະດູໜາວໃຫ້ໄດ້.”

 

  ການຈັດວາງແຜນງານສຳຄັນທຸກປະການ, ຄຳຊີ້ນຳດ້ວຍຄວາມເອົາໃຈໃສ່ທຸກເທື່ອຂອງທ່ານສີຈິ້ນຜິງລ້ວນແຕ່ເຕັມໄປດ້ວຍຄວາມດູດດື່ມທີ່ “ຖືປະຊາຊົນສຳຄັນກວ່າໝູ່ແລະຖືຊີວິດຂອງປະຊາຊົນສຳຄັນກວ່າໝູ່.”

 

   ເມື່ອໂອ້ລົມສົນທະນາກັບພີ່ນ້ອງຊາວບ້ານທັງຫຼາຍກ່ຽວກັບສະພາບການປະສົບໄພນ້ຳຖ້ວມຢູ່ນະຄອນຫຼວງປັກກິ່ງ, ກຳແພງນະຄອນທຽນສິນແລະແຂວງເຫີເປີຍ, ທ່ານສີຈິ້ນຜິງໄດ້ເວົ້າວ່າ: “ຂ້າພະເຈົ້າມີຄວາມຫ່ວງໃຍຕໍ່ເຂດປະສົບໄພ. ຫຼັງຈາກໄພພິບັດ, ຂ້າພະເຈົ້າຕ້ອງໄດ້ໄປຢາມທ້ອງຖິ່ນເຫຼົ່ານັ້ນແນ່ນອນ.”

 

   ເວົ້າແນວໃດເຮັດແນວນັ້ນ, ຮັກສາຄວາມຈິງໃຈແລະຍຶດໝັ້ນສັດຈະທຳ.

 

   ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນແມ່ນມີຄວາມຫ່ວງໃຍຕໍ່ປະຊາຊົນເຂດປະສົບໄພໂດຍປ່ອຍວາງບໍ່ໄດ້, ເພິ່ນເປັນຫ່ວງວ່າ ເຂົາເຈົ້າຈະສາມາກິນອີ່ມນຸ່ງອຸ່ນໄດ້ຫຼືບໍ່, ເຊິ່ງໄດ້ມີເລື່ອງລາວຕ່າງໆທີ່ໜ້າປະທັບ.

 

   ຕົວຢ່າງ: ວັນທີ21ພຶດສະພາ2013, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງເຂດປະສົບໄພແຜ່ນດິນໄຫວເມືອງລູຊ່ານແຂວງເສສວນ, ດ້ວຍຄວາມຫ່ວງໃຍວ່າ ຫຼັງຈາກເກີດໄພພິບັດແລ້ວ, ບ່ອນຢູ່ອາໄສຂອງຊາວກະສິກອນມັນເປັນຄືແນວໃດ, ຢູ່ສູນລວມຈັດສັນບ່ອນຢູ່ອາໄສຊົ່ວຄາວສຳລັບຊາວບ້ານຊິງໂຫຼງສາງຕາແສງໂຫຼງເມີນ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບປະຊາຊົນທີ່ດຳລົງຊີວິດຢູ່ໃນຕູບຜ້າເຕັ້ນ, ເພິ່ນກ່າວວ່າ: “ເມື່ອໄດ້ຮູ້ຂ່າວວ່າ ເຮືອນຢູ່ຂອງພວກສະຫາຍພັງຖະຫຼົ່ມ, ຊີວິດແລະຊັບສິນຂອງປະຊາຊົນໄດ້ຮັບຜົນເສຍຫາຍຢ່າງຫຼວງຫຼາຍ, ຂ້າພະເຈົ້າຮູ້ສຶກໂສກເສົ້າເສຍໃຈຄືກັນກັບພວກສະຫາຍ. ແຕ່ວ່າດຽວນີ້ໄດ້ເຫັນວ່າ ພວກສະຫາຍໄດ້ຮັບການຈັດສັນບ່ອນຢູ່ເປັນຢ່າງດີແລ້ວ, ຂ້າພະເຈົ້າຮູ້ສຶກໂລ່ງໃຈຫຼາຍ.”

 



   ໃນເວລາອອກຈາກນະຄອນຫຼວງປັກກິ່ງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນເປັນຄັ້ງທຳອິດຂອງປີ2015,  ທ່ານສີຈິ້ນຜິງໄດ້ຍາດເວລາກ່ອນທີ່ວັນ “ຕ້າຫານ” ເຊິ່ງແມ່ນຈຸດແບ່ງລະດູການທີ່ເປັນຂີດໝາຍໃຫ້ກັບຍາມອາກາດໜາວທີ່ສຸດໃນລະດູໜາວນັ້ນຈະມາເຖິງມື້ໜຶ່ງ, ໂດຍເພິ່ນໄດ້ຂ້ຽວເດີນທາງໄປຮອດເມືອງລູຕ້ຽນ ແຂວງຢູນນານທີ່ເກີດແຜ່ນດິນໄຫວຂັ້ນ6,5ຣິກເຕີເມື່ອ5ເດືອນກ່ອນ. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນຕູບຜ້າເຕັ້ນ 5 ຕູບຢ່າງຕິດຕໍ່ກັນເພື່ອຢ້ຽມຢາມປະຊາຊົນ, ເພິ່ນໄດ້ຈັບບາຍຜ້າຫົ່ມເພື່ອກວດເບິ່ງດ້ວຍຕົນເອງ, ຖາມຄວາມທຸກສຸກຂອງປະຊາຊົນດ້ວຍຄວາມເອົາໃຈໃສ່ເປັນຢ່າງສູງ: “ດຽວນີ້ ຂ້າພະເຈົ້າເອົາໃຈໃສ່ເປັນທີ່ສຸດຕໍ່ສະພາບການໃຊ້ຊີວິດຂອງພວກສະຫາຍໃນຍາມລະດູໜາວແລະການສ້າງສາຄືນໃໝ່ຫຼັງຈາກໄພພິບັດ.”

 

   ການເດີນທາງດ້ວຍການຜ່າລົມໜາວ, ຂ້າມຜ່ານພູຜາ, ຍ່າງເຂົ້າໄປໃນທົ່ງນາ, ເຂົ້າໄປໃນເຮືອນຂອງຊາວກະສິກອນເພື່ອກວດເບິ່ງຜ້າຫົ່ມ,ອາຫານການກິ່ນ, ຖາມເຖິງສຸຂະພາບ, ເອົາໃຈໃສ່ວຽກງານລະອຽດທຸກຢ່າງຢູ່ເຂດປະສົບໄພ, ທັງໝົດເຫຼົ່ານີ້ລ້ວນແຕ່ສ່ອງແສງໃຫ້ເຫັນເຖິງ ທ່ານສີຈິ້ນຜິງເອົາໃຈໃສ່ຕໍ່ວຽກງານສຳຄັນຂອງປະເທດຊາດ, ມັນເປັນຄຳໝັ້ນສັນຍາດ້ວຍຄວາມຈິງໃຈໃນ “ສິ່ງທີ່ມີຜົນດີຕໍ່ປະຊາຊົນເຖິງຈະນ້ອຍສ່ຳໃດກໍຕ້ອງເຮັດ”, ເປັນການສະແດງໃຫ້ເຫັນເຖິງຄວາມຫ່ວງໃຍຕໍ່ປະຊາຊົນໃນທຸກສິ່ງຢ່າງແມ່ນແຕ່ເລື່ອງນ້ອຍໆກໍຕາມ.

 

   ທ່ານສີຈິ້ນຜິງເຄີຍກ່າວວ່າ: “ເຮັດວຽກເລີ່ມແຕ່ສິ່ງທີ່ປະຊາຊົນມີຄວາມສົນໃຈ,ເລີ່ມແຕ່ສິ່ງທີ່ປະຊາຊົນມີຄວາມເພິ່ງພໍໃຈ.”, “ຕ້ອງຖືເອົາຄວາມຢູ່ເຢັນເປັນສຸກ, ຄວາມທຸກສຸກ,ຄວາມປອດໄພແລະຄວາມອັນຕະລາຍຂອງປະຊາຊົນໄວ້ຢູ່ໃນໃຈຢ່າງສະເໝີຕົ້ນສະເໝີປາຍ” “ສິ່ງທີ່ປະຊາຊົນກັງວົນ,ຂ້າພະເຈົ້າຕ້ອງຖືໄວ້ຢູ່ໃນໃຈ, ສິ່ງທີ່ປະຊາຊົນປາດຖະໜາ,ຂ້າພະເຈົ້າຕ້ອງປະຕິບັດໃຫ້ດີ”, “ຄິດເພື່ອປະຊົນ,ປະຕິບັດຕາມໜ້າທີ່ມອບໝາຍຈາກປະຊາຊົນ.” ຄຳເວົ້າທີ່ຈິງໃຈເຫຼົ່ານີ້ຄືກັນກັບສິ່ງລະອຽດຕ່າງໆທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ໃນເວລາໄປຢ້ຽມຢາມປະຊາຊົນຫຼັງຈາກໄພພິບັດທຸກເທື່ອ ລ້ວນແຕ່ສ່ອງແສງໃຫ້ເຫັນເຖິງທັດສະນະຄະຕິທີ່ບໍ່ມີການປ່ຽນແປງຢ່າງສະເໝີຕົ້ນສະເໝີປາຍຄື ຖືປະຊາຊົນເປັນໃຈກາງ.