ເຄັດລັບແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຟົດຟື້ນ

2023-11-14 12:02:45 CRI


ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານແມ່ນໜ້າທີ່ສຳຄັນຂອງຈີນທີ່ສ້າງປະເທດເຂັ້ມແຂງດ້ານກະສິກຳໃນຍຸກໃໝ່. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່າວເນັ້ນໜັກວ່າ, ການພັດທະນາອຸດສາຫະກຳເປັນຂໍກຸນແຈສຳຄັນໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ແມ່ນຈຸດລົງມືຂອງວຽກງານຕົວຈິງ. ປີ 2023 ເປັນປີທຳອິດທີ່ເລັ່ງລັດຊຸກຍູ້ການສ້າງສາປະເທດເຂັ້ມແຂງດ້ານກະສິກຳ, ແຫ່ງຕ່າງໆຂອງຈີນໄດ້ອີງໃສ່ຊັບພະຍາກອນທີ່ເປັນເອກະລັກຂອງທ້ອງຖິ່ນຕົນ, ຊຸກຍູ້ໃຫ້ອຸດສາຫະກຳທີ່ມີສີສັນພິເສດຂອງຕົນພັດທະນາຢ່າງໝັ້ນທ່ຽງ ແລະຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງໜັກແໜ້ນ.



ອຸດສາຫະກຳທີ່ມີເອກະລັກພິເສດແຂ່ງຂັນກັນພັດທະນາ, ເຊິ່ງກາຍເປັນຈຸດເດັ່ນໃນພາລະກິດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງໃນປີນີ້. ອີງຕາມຂໍ້ມູນທີ່ກະຊວງກະສິກຳ ແລະ ວຽກງານຊົນນະບົດຈີນເປີດເຜີຍຫຼ້າສຸດສະແດງໃຫ້ເຫັນວ່າ: ໃນ 3 ໄຕມາດຂອງປີນີ້ຢູ່ແຫ່ງຕ່າງໆຂອງຈີນໄດ້ເກີດມີຜະລິດຕະພັນ ແລະ ອຸດສາຫະກຳທີ່ມີສີສັນພິເສດຕ່າງໆ, ເຊັ່ນ: ການປູກຝັງ, ການລ້ຽງສັດ, ອາຫານການກິນ, ຫັດຖະກຳ ແລະອື່ນໆ, ຜະລິດຕະພັນທີ່ມີເອກະລັກ ແລະ ຫຼາກຫຼາຍສີສັນນັບມື້ນັບເພີ່ມຂຶ້ນ.



ທ່ານສີຈິ້ນຜິງໃຫ້ຄວາມສຳຄັນໃນລະດັບສູງຕໍ່ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງດ້ວຍອຸດສາຫະກຳມາໂດຍຕະຫຼອດ. ທ່ານກ່າວເນັ້ນໜັກວ່າ, ອຸດສາຫະກຳຈະເລີນຮຸ່ງເຮືອງ, ແມ່ນປະຖົມປັດໄຈທີ່ແກ້ໄຂບັນຫາທຸກຢ່າງຢູ່ຊົນນະບົດ. ນັບແຕ່ຕົ້ນປີນີ້ມາ, ລັດຖະບານຈີນໄດ້ນຳໃຊ້ມາດຕະການຕ່າງໆຢ່າງຖືກຕ້ອງກັບເປົ້າໝາຍກວ່າເກົ່າ ແລະ ເຂັ້ມແຂງກວ່າເກົ່າ, ເຊິ່ງໄດ້ສະໜອງແຮງຂັບເຄື່ອນຢ່າງແຂງແຮງຕໍ່ການພັດທະນາອຸດສາຫະກຳຢູ່ຊົນນະບົດດ້ວຍຄຸນນະພາບສູງ.

ງົບປະມານສູນກາງໄດ້ສະໜັບສະໜູນການສ້າງເຂດນິຄົມກະສິກຳທັນສະໄໝລະດັບຊາດ 50 ແຫ່ງ, 40 ກຸ່ມອຸດສາຫະກຳທີ່ມີເອກະລັກດ້ານທ່າແຮງ ແລະ 200 ຕາແສງເຂັ້ມແຂງດ້ານອຸດສາຫະກຳກະສິກຳ, ເຊິ່ງໄດ້ຊຸກຍູ້ການເຊື່ອມໂຍງອຸດສາຫະກຳຢ່າງໝັ້ນທ່ຽງ, ເງິນອຸດໜູນການພັດທະນາຊົນນະບົດຂອງງົບປະມານສູນກາງມີ 60% ໄດ້ຖືກນຳໃຊ້ເຂົ້າໃນການພັດທະນາອຸດສາຫະກຳຢູ່ຊົນນະບົດ, ເຊິ່ງໄດ້ເພີ່ມແຮງຂັບເຄື່ອນພາຍໃນຂອງເຂດທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ.