ຈີນຍິນດີເພີ່ມກຳລັງແຮງທີ່ເຂັ້ມແຂວງກວ່າເກົ່າໃຫ້ແກ່ການພັດທະນາແບບຍືນຍົງຂອງພາກພື້ນອາຊີປາຊີຟິກກໍຄືຂອງໂລກ

2023-11-15 15:35:33 cri

ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 ຈະຈັດຂຶ້ນຢູ່ນະຄອນຊານຟຣານຊິສໂກປະເທດອາເມຣິກາ. ປະຊາຄົມໂລກຫວັງວ່າກອງປະຊຸມຄັ້ງນີ້ສາມາດເສີມຂະຫຍາຍບົດບາດນຳພາອາຊີປາຊີຟິກ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຂອງພາກພື້ນອາຊີປາຊີຟິກ, ຊຸກຍູ້ຝ່າຍຕ່າງໆຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກທີ່ກວມລວມ, ເຕີບໂຕແບບປະດິດສ້າງໃໝ່, ເຊື່ອມໂຍງເຊື່ອມຈອດກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.


    ປະຊາກອນກວມ 1 ສ່ວນ 3 ຂອງໂລກ, ເສດຖະກິດຫຼາຍກວ່າ 60% ແລະ ມີມູນຄ່າການຄ້າປະມານເຄິ່ງໜຶ່ງຂອງໂລກ, ເຂດອາຊີປາຊີຟິກແມ່ນແຫຼ່ງພະລັງແຮງທີ່ຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕ. ພາຍຫຼັງຈັດກອງປະຊຸມຜູ້ນຳອົງການ APEC ຄັ້ງທຳອິດເປັນຕົ້ນມາເປັນເວລາ 30 ປີ, ໃນກະແສເສດຖະກິດໂລກ, ອົງການ APEC ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອສ້າງເສດຖະກິດໂລກແບບເປີດປະຕູ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ແລະ ນຳພາເສດຖະກິດໂລກາພິວັດ.


ປີນີ້ແມ່ນປີປະເທດຈີນປະຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 45 ປີ. ພາຍຫຼັງປະຕິບັດນະໂຍບາຍດັ່ງກ່າວ, ອົງການຮ່ວມມືເສດຖະກິດພາກພື້ນແຫ່ງທຳອິດທີ່ປະເທດຈີນເຂົ້າຮ່ວມນັ້ນກໍຄືອົງການ APEC. ໃນຂະນະທີ່ບັນລຸການພັດທະນາຕົນເອງ, ປະເທດຈີນກໍໄດ້ແບ່ງປັນໂອກາດພັດທະນາກັບທົ່ວໂລກ. ປີ 2022, ຍອດມູນຄ່າການຄ້າລະຫວ່າງຈີນກັບເຂດອາຊີປາຊີຟິກໄດ້ບັນລຸເຖິງ 3.100 ຕື້ໂດລາ, ໄດ້ເພີ່ມຂຶ້ນ 19,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໄດ້ກວມ 36,8% ໃນຍອດມູນຄ່າການຄ້າຕໍ່ຕ່າງປະເທດຂອງຈີນ; ພ້ອມດຽວກັນນັ້ນ, ປະເທດຈີນກໍໄດ້ປະຕິບັດ “ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ຢ່າງມີຄຸນນະພາບສູງ, ຍອດມູນຄ່າຂາເຂົ້າຂາອອກກັບປະເທດສະມາຊິກ RCEP ບັນລຸເຖິງ 12.950 ຕື້ຢວນ, ໄດ້ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ອີງຕາມ “”ບົດລາຍງານເສດຖະກິດອາຊີເຊື່ອມໂຍງເຂົ້າກັນປີ 2023” ທີ່ທະນາຄານພັດທະນາອາຊີເປີດເຜີຍໃຫ້ຮູ້ນັ້ນ, ເສດຖະກິດຂອງເຂດອາຊີປາຊີຟິກຟື້ນຟູຄືນໃໝ່ໃນ 6 ເດືອນຕົ້ນປີນີ້ແມ່ນຍ້ອນໄດ້ຮັບຜົນມາຈາກປະເທດຈີນໃນລະດັບສູງ, ອັດຕາການປະກອບສ່ວນຂອງເສດຖະກິດຈີນຕໍ່ພາກພື້ນດັ່ງກ່າວບັນລຸເຖິງ 64,2%.

ຈີນແມ່ນຜູ້ສະໜັບສະໜູນຢ່າງເດັດດ່ຽວ ແລະ ຜູ້ຊຸກຍູ້ຢ່າງຕັ້ງໜ້າຂອງການຮ່ວມມືເສດຖະກິດຂອງພາກພື້ນອາຊີປາຊີຟິກແຕ່ຕົ້ນຕະຫຼອດປາຍ. ຈາກການຊຸກຍູ້ຂະບວນການເຂດການຄ້າເສລີອາຊີປາຊີຟິກໃນກອງປະຊຸມຜູ້ນຳອົງການ APEC ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ ໃນປີ 2014, ຕັ້ງໜ້າຊຸກຍູ້ເຂົ້າເປັນສະມາຊິກ “ສັນຍາຄູ່ຮ່ວມມືຂ້າມມະຫາສະໝຸດປາຊີຟິກຮອບດ້ານ ແລະ ກ້າວໜ້າ” ຫຼື CPTPP ແລະ “ສັນຍາຄູ່ຮ່ວມມືເສດຖະກິດດີຈີຕອນ” ຫຼື DEPA, ຈົນເຖິງຮ່ວມກັບອາຊຽນຕັ້ງໜ້າຊຸກຍູ້ການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນ 3.0, ປະເທດຈີນໄດ້ລົງເລິກການຮ່ວມມືການຄ້າ ແລະ ການລົງທຶນກັບກຸ່ມເສດຖະກິດພາກພື້ນ, ປະກອບສ່ວນເຂົ້າໃນການສ້າງເສດຖະກິດອາຊີປາຊີຟິກແບບເປີດປະຕູສູ່ພາຍນອກ. ຈາກການເນັ້ນໜັກເຖິງການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກໃຫ້ໝັ້ນຄົງເມື່ອປີ 2013, ລິເລີ່ມຮ່ວມກັນສ້າງສາຍພົວພັນຄູ່ຮ່ວມມືອາຊີປາຊີຟິແບບໄວ້ເນື້ອເຊື່ອໃຈກັນ, ກວມລວມ, ຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນປີ 2014, ຈົນເຖິງສະເໜີສ້າງປະຊາຄົມຮ່ວມຊາຕາກຳແບບເປີດປະຕູສູ່ພາຍນອກ ແລະ ກວມລວມ, ການເຕີບໂຕແບບປະດິດສ້າງໃໝ່, ເຊື່ອມໂຍງເຊື່ອມຈອດກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດເມື່ອປີ 2019; ຈາກການບັນລະຍາຍເນື້ອໃນຢ່າງເລິກເຊິ່ງກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກໃນປີ 2021, ຈົນເຖິງສະເໜີຈຸດຢືນສຳຄັນກ່ຽວກັບການສ້າງສາການພັດທະນາ ແລະ ການຮ່ວມມືຂອງເຂດອາຊີປາຊີຟິກໃນປີ 2022, ປະເທດຈີນໄດ້ຖືສຳຄັນການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກທີ່ມີອະນາຄົດຮ່ວມກັນແຕ່ຕົ້ນຕະຫຼອດປາຍ ແລະ ຊີ້ນຳທິດທາງການຮ່ວມມືຂອງເຂດອາຊີປາຊີຟິກ.

ການຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຊື່ອມຈອດກັນ, ສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ, ບັນລຸຄວາມປາດຖະໜາຮ່ວມກັນຂອງປະເທດຕ່າງໆຢູ່ເຂດອາຊີປາຊີຟິກທີ່ຫວັງໃຫ້ສັງຄົມໝັ້ນທ່ຽງ ແລະ ມີຊີວິດທີ່ຜາສຸກ. ປະເທດຈີນຍິນດີຮ່ວມກັບຄູ່ຮ່ວມມືຕ່າງໆຂອງພາກພື້ນ, ຍຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ ແລະ ລັດທິພາກພື້ນທີ່ເປີດປະຕູສູ່ພາຍນອກ, ຊຸກຍູ້ການພັດທະນາຂອງປະເທດອື່ນດ້ວຍການພັດທະນາຂອງປະເທດຕົນ, ເພີ່ມພະລັງແຮງທີ່ເຂັ້ມແຂງກວ່າເກົ່າໃຫ້ແກ່ການພັດທະນາຂອງພາກພື້ນອາຊີປາຊີຟິກກໍຄືຂອງໂລກ.