ການໄກ່ເກ່ຍການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຮຽກຮ້ອງໃຫ້ບາງປະເທດ ເຊັ່ນ: ອາເມຣິກາຮ່ວມມືກັບປະຊາຄົມໂລກ

2023-11-15 10:08:36 cri

ຕາມສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນໃນຮອບນີ້ໄດ້ເຫັນໃຫ້ທັງສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 12.500 ຄົນແລ້ວ. ໃນນັ້ນ, ຢູ່ເຂດກາຊາມີຜູ້ເສຍຊີວິດ 11.180 ຄົນ ເຊິ່ງລວມທັງເດັກນ້ອຍ 4.600 ຄົນ, ສ່ວນຝ່າຍອິດສະຣາແອນມີຜູ້ເສຍຊີວິດປະມານ 1.200 ຄົນ. ພ້ອມກັນນັ້ນ, ວິກິດການດ້ານມະນຸດສະທຳຢູ່ເຂດກາຊາສືບຕໍ່ຮ້າຍແຮງຂຶ້ນ, ໂຮງໝໍຖືກໂຈມຕີ, ສະຖານທີ່ສາທາລະນະຖືກນຳໃຊ້ນັ້ນກໍເກີນຄວາມສາມາດໃນການຮອງຮັບໄດ້, ຢູ່ເຂດກາຊາບໍ່ມີຄວາມປອດໄພແຕ່ຢ່າງໃດເລີຍ.

ນັກວິເຄາະຊີ້ອອກວ່າ: ເປັນເວລາດົນນານແລ້ວທີ່ອາເມຣິກາໄດ້ເຂົ້າຂ້າງອິດສະຣາແອນ, ນີ້ເປັນສາເຫດຕົ້ນຕໍທີ່ເຮັດໃຫ້ບັນຫາປາແລັດສະຕິນ-ອິດສະຣາແອນ ດຳເນີນມາເປັນເວລາຫຼາຍສິບປີ. ທ່າທີ ແລະ ການກະທຳຂອງອາເມຣິກາໄດ້ເຮັດໃຫ້ຄວາມທຸກຍາກລຳບາກຂອງຊາວປາແລັດສະຕິນຮ້າຍແຮງຂຶ້ນ ເຊິ່ງເປັນການສ້າງອຸປະສັກຕໍ່ການບັນລຸຄວາມຍຸຕິທຳ ແລະ ສັນຕິພາບທີ່ໝັ້ນຄົງລະຫວ່າງປາແລັດສະຕິນກັບອິດສະຣາແອນ.

ລັດຖະບານອາເມຣິກາຖືກກ່າວຫາວ່າມີສ່ວນກ່ຽວຂ້ອງໃນບັນຫາປາແລັດສະຕິນ-ອິດສະຣາແອນມາເປັນເວລາຫຼາຍປີ. ພາຍຫຼັງລັດຖະບານໂຈ ໄບເດັນຂຶ້ນຮັບຕຳແໜ່ງແລ້ວ ໄດ້ໃຫ້ຄຳໝັ້ນສັນຍາຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ຊຸກຍູ້ສັນຕິພາບປາແລັດສະຕິນ-ອິດສະຣາແອນ, ເປີດສະຖານກົງສຸນໃຫຍ່ປະຈຳເຢຣູຊາແລັມທີ່ຮັບຜິດຊອບວຽກງານປາແລັດສະຕິນຄືນໃໝ່, ສະກັດກັ້ນອິດສະຣາແອນໃນການຂະຫຍາຍຖິ່ນຖານ ແລະອື່ນໆ, ແຕ່ຈົນມາຮອດປັດຈຸບັນຍັງບໍ່ທັນໄດ້ຮັບການປະຕິບັດເທື່ອ. ພາຍຫຼັງເກີດການປະທະກັນປາແລັດສະຕິນ-ອິດສະຣາແອນຮອບນີ້ແລ້ວ, ການນຳຂັ້ນສູງຫຼາຍທ່ານຂອງອາເມຣິກາໄດ້ເດີນທາງໄປຢ້ຽມຢາມອິດສະຣາແອນຕາມລຳດັບ ເພື່ອສະແດງການສະໜັບສະໜູນຢ່າງເດັດດ່ຽວໜຽວແໜ້ນຕໍ່ອິດສະຣາແອນ. ພ້ອມກັນນັ້ນ, ອາເມຣິກາບໍ່ພຽງແຕ່ໄດ້ເພີ່ມກຳລັງການທະຫານໄປສູ່ເຂດຕາເວັນອອກກາງ ແລະ ໃຫ້ການຊ່ວຍເຫຼືອດ້ານການທະຫານແກ່ອິດສະຣາແອນເປັນຈຳນວນຫຼວງຫຼາຍເທົ່ານັ້ນ ຍັງໄດ້ຂັດຂວາງບໍ່ໃຫ້ສະພາ ຄວາມໝັ້ນຄົງອົງການສະຫະປະຊາຊາດຜ່ານຮ່າງມະຕິກ່ຽວກັບສະຖານະການ ປາແລັດສະຕິນ-ອິສຣາແອນເຖິງສອງຄັ້ງອີກດ້ວຍ.

ແຕ່ໃນກົງກັນຂ້າມ, ປະຊາຄົມໂລກໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງເຄື່ອນໄຫວຢ່າງຕັ້ງໜ້າເພື່ອຍຸດຕິການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນ ສ່ວນອາເມຣິກາພັດສະໜັບສະໜູນ ແລະ ຍຸຍົງໃຫ້ກັບອິດສະຣາແອນສ້າງຄວາມປັ່ນປ່ວນຢ່າງຕັ້ງໜ້າ. ວັນທີ 10 ພະຈິກນີ້, ສຳນັກງານຂອງ 70 ປະເທດ ແລະ ເຂດແຄວ້ນປະຈຳອົງການສະຫະປະຊາຊາດທີ່ເຊີແນວໄດ້ອອກຖະແຫຼງການຮ່ວມ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກເຄື່ອນໄຫວໃນທັນທີ, ປະຕິບັດຕາມພັນທະທີ່ກຳນົດໃນກົດໝາຍສາກົນ, ຍຸດຕິການປະທະກັນແບບຮຸນແຮງຢູ່ເຂດກາຊາ. ຕອນຄ່ຳວັນທີ 11 ພະຈິກນີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດຮ່ວມການນຳປະເທດອາຣັບ-ອິສຣາມໄດ້ອອກຂໍ້ຕົກລົງກ່ຽວກັບບັນຫາປາແລັດສະຕິນ ໂດຍກ່າວປະນາມອິດສະຣາແອນທີ່ດຳເນີນການໂຈມຕີຕໍ່ເຂດກາຊາ, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດອື່ນໆ ພ້ອມທັງກ່າວຢ້ຳສະໜັບສະໜູນສິດເສລີພາບ ແລະ ເອກະລາດຂອງຊາວປາແລັດສະຕິນໃນດິນແດນຂອງຕົນທີ່ຖືກຍຶດຄອງ.

    ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈີນກ່າວປະນາມ ແລະ ຄັດຄ້ານການທຳລາຍປະຊາຊົນ, ທຳລາຍພື້ນຖານໂຄງລ່າງພົນລະເຮືອນ ແລະ ການກະທຳອື່ນໆທີ່ລະເມີດກົດໝາຍມະນຸດສະທຳສາກົນ ພ້ອມທັງຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດກັ້ນຢ່າງສຸດຂີດ ແລະ ຍຸດຕິການປະທະກັນໂດຍໄວ. ພວກເຮົາຫວັງວ່າ ບາງປະເທດ ເຊິ່ງລວມທັງອາເມຣິກາເປັນຕົ້ນ ຈະໃຫ້ການຮ່ວມມືໄປຕາມທິດທາງອັນດຽວກັບປະຊາຄົມໂລກ, ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອໄກ່ເກ່ຍການປະທະກັນ ແລະ ຜ່ອນຄາຍຄວາມເຄັ່ງຕຶງ, ຊຸກຍູ້ບັນຫາປາແລັດສະຕິນກັບຄືນສູ່ເສັ້ນທາງ “ແຜນການສອງປະເທດ”.