ເຈົ້າໜ້າທີ່ລະດັບສູງຫຼາຍທ່ານຂອງອາເມຣິກາ ຕ້ອນຮັບທ່ານປະທານສີຈິ້ນຜິງຢູ່ສະໜາມບິນ

2023-11-15 11:04:24 CRI

 

    ຕອນບ່າຍວັນທີ 14 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຂີ່ເຮືອບິນພິເສດເດີນທາງໄປຮອດນະຄອນຊານຟຣານຊິສໂກປະເທດອາເມຣິກາ, ເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຕາມຄຳເຊີນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ,ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 ຕາມຄຳເຊີນ.


    ໃນເວລາເດີນທາງໄປຮອດສະໜາມບິນສາກົນຊານຟຣານຊິສໂກ, ທ່ານສີຈິ້ນຜິງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຜູ້ຕາງໜ້າຝ່າຍອາເມຣິກາຫຼາຍທ່ານ ເຊິ່ງລວມທັງທ່ານນາງຈາເນັດ ເຢເລັນ, ລັດຖະມົນຕີກະຊວງການເງິນອາເມຣິກາ, ທ່ານກາວິນ ນິວຊຳ ເຈົ້າຄອງລັດກາລິໂຟເນຍ ແລະ ທ່ານອື່ນໆ.