ຜົນສຳເລັດຂອງຈີນ ແລະ ອາເມຣິກາຕ່າງກໍເປັນໂອກາດໃຫ້ແກ່ກັນໄດ້

2023-11-16 14:55:14 cri

ວັນທີ 15 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາທີ່ຣີສອດຟີໂລລີທີ່ຊານຟຣານຊິສໂກ ອາເມຣິກາ. ປະມຸກລັດສອງປະເທດໄດ້ລົງເລິກ ແລກປ່ຽນຄວາມເຫັນຕໍ່ບັນຫາທີ່ມີລັກສະນະຍຸດທະສາດ, ສະພາບລວມ ແລະ ທິດທາງກ່ຽວກັບການພົວພັນຈີນ-ອາເມຣິກາກໍຄືບັນຫາສຳຄັນທີ່ກ່ຽວຂ້ອງກັບສັນຕິພາບ ແລະ ການພັດທະນາຂອງໂລກ. ໃນການພົບປະດັ່ງກ່າວ, ທ່ານສີຈິ້ນຜິງຊີ້ອອກວ່າ: ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ສາມາດແກ້ໄຂບັນຫາທີ່ຈີນ ແລະ ອາເມຣິກາ ກໍຄືໂລກກຳລັງປະເຊີນໜ້າ, ໂລກໜ່ວຍນີ້ສາມາດໃຫ້ຈີນ ແລະ ອາເມຣິກາຢູ່ຮ່ວມກັນໄດ້, ຜົນສຳເລັດຂອງພວກເຮົາຕ່າງກໍເປັນ ໂອກາດໃຫ້ແກ່ກັນໄດ້ເຊັ່ນກັນ.

ທ່ານສີຈິ້ນຜິງໄດ້ບັນລະຍາຍຢ່າງເລິກເຊິ່ງກ່ຽວກັບຈຸດພິເສດດ້ານທາດແທ້ ແລະ ຄວາມໝາຍຂອງຄວາມທັນສະໄໝແບບຈີນ ພ້ອມດ້ວຍ ອະນາຄົດແຫ່ງການພັດທະນາ ແລະ ເຈດຈຳນົງ ດ້ານຍຸດທະສາດຂອງຈີນ. ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນກຳລັງຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ຂອງຊົນຊາດຈີນ ດ້ວຍຄວາມທັນສະໄໝແບບຈີນ, ຈີນຈະບໍ່ ເດີນຕາມເສັ້ນທາງເກົ່າຂອງລັດທິລ່າເມືອງຂຶ້ນແບບປຸ້ນສະດົມປະເທດອື່ນ, ຈະບໍ່ ເດີນຕາມເສັ້ນທາງທີ່ເຂັ້ມແຂງແລ້ວສະແຫວງຫາຄວາມເປັນເຈົ້າອຳນາດ, ຈີນບໍ່ມີ ແຜນທີ່ຈະລື່ນກາຍ ຫຼື ເຂົ້າແທນທີ່ອາເມຣິກາ, ອາເມຣິກາກໍຢ່າມີແຜນກົດດັນ ແລະສະກັດກັ້ນຈີນ. ໃນເວລາຈັດການພົບປະຢູ່ເກາະບາຫຼີ ປະເທດອິນໂດເນເຊຍ, ອາເມຣິກາກ່າວວ່າ: ຈະບໍ່ສະແຫວງຫາການປ່ຽນແປງລະບອບຂອງຈີນ, ບໍ່ສະແຫວງຫາ “ສົງຄາມເຢັນຄັ້ງໃໝ່”, ບໍ່ສະແຫວງຫາຄັດຄ້ານປະເທດຈີນໂດຍຜ່ານການຮັດແໜ້ນການພົວພັນລະຫວ່າງພັນທະມິດ, ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນເປັນເອກະລາດ, ບໍ່ມີເຈຕະນາໃຫ້ເກີດການປະທະກັນກັບຈີນ. ສ່ວນການພົບປະຢູ່ນະຄອນຊານຟຣານຊິສໂກຄັ້ງນີ້, ຈີນ ແລະ ອາເມຣິກາຄວນມີວິໄສທັດໃໝ່, ຮ່ວມກັນພະຍາຍາມບຳລຸງສ້າງ 5 ເສົາຄ້ຳຂອງສາຍພົວພັນຈີນ-ອາເມຣິກາ ຄື: ຮ່ວມກັນສ້າງຄວາມຮັບຮູ້ທີ່ຖືກຕ້ອງ, ຮ່ວມກັນຄຸ້ມຄອງຄວາມເຫັນທີ່ຂັດແຍ້ງກັນຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຮ່ວມກັນ, ຮ່ວມກັນແບກຫາບຄວາມຮັບຜິດຊອບຂອງປະເທດໃຫຍ່ ແລະ ຮ່ວມກັນຊຸກຍູ້ການແລກປ່ຽນດ້ານວັດທະນະທຳ. ທ່ານສີຈິ້ນຜິງຊີ້ອອກວ່າ: ຂໍພຽງແຕ່ສອງປະເທດເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ກໍສາມາດຜ່ານຜ່າຄວາມຂັດແຍ້ງກັນ ແລະ ຄົ້ນພົບຊ່ອງທາງຢູ່ຮ່ວມກັນອັນຖືກຕ້ອງລະຫວ່າງສອງປະເທດໃຫຍ່.

ປະມຸກລັດສອງປະເທດໄດ້ເຫັນດີຕໍ່ຄວາມພະຍາຍາມຂອງສອງຝ່າຍໃນການເປິກສາຫາລືຫຼັກການຊີ້ນໍາຕໍ່ການພົວພັນລະຫວ່າງຈີນ-ອາເມຣິກາພາຍຫຼັງການພົບປະກັນຢູ່ເກາະບາຫຼີ, ພ້ອມທັງເນັ້ນໜັກວ່າ: ຕ້ອງເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮັກສາການແລກປ່ຽນກັນ, ປ້ອງກັນບໍ່ໃຫ້ ເກີດການປະທະກັນ, ປົກປັກຮັກສາກົດບັດອົງການສະຫະປະຊາຊາດ, ດໍາເນີນການຮ່ວມມື ໃນຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ, ຄວບຄຸມປັດໄຈການແຂ່ງຂັນ ໃນການພົວພັນສອງຝ່າຍດ້ວຍຄວາມຮັບຜິດຊອບສູງ. ປະມຸກລັດສອງປະເທດໄດ້ເຫັນດີຊຸກຍູ້ ແລະ ເພີ່ມທະວີການສົນທະນາ ແລະ ການຮ່ວມມືລະຫວ່າງຈີນ ກັບ ອາເມຣິກາໃນດ້ານປັນຍາປະດິດ, ການປາບປາມຢາເສບຕິດ, ການທະຫານ, ການໄປມາຫາສູ່ກັນດ້ານບຸກຄະລາກອນ ແລະ ຂົງເຂດອື່ນໆ. ນອກນີ້, ປະມຸກລັດສອງປະເທດຍັງໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາສຳຄັນຕ່າງໆກ່ຽວກັບສັນຕິພາບ ແລະ ການພັດທະນາຂອງໂລກ ເຊິ່ງລວມທັງ: ການເຄື່ອນໄຫວຫຼຸດການລະບາຍກາກບອນພາຍໃນປະເທດໃນຊຸມປີ 2020, ຮ່ວມກັນຊຸກຍູ້ໃຫ້ກອງປະຊຸມປະເທດພາຄີສົນທິສັນຍາຂອບວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP28 ທີ່ນະຄອນດູໄບ, ເປີດນໍາໃຊ້ໜ່ວຍງານ ເພື່ອເພີ່ມທະວີການເຄື່ອນໄຫວດ້ານດິນຟ້າອາກາດຊຸມປີ 2020 ຈີນ-ອາເມຣິກາ ເພື່ອເລັ່ງລັດການເຄື່ອນໄຫວດ້ານດິນຟ້າອາກາດທີ່ເປັນຮູບປະທຳ.

ສາມາດເວົ້າໄດ້ວ່າ: ການພົບປະລະຫວ່າງປະມຸກລັດຈີນ ແລະ ອາເມຣິກາໃນຄັ້ງນີ້ມີຄວາມຕັ້ງໜ້າ, ຮອບດ້ານ ແລະ ມີປະສິດທິຜົນຢ່າງຫຼວງຫຼາຍ, ໄດ້ຊີ້ທິດທາງໃຫ້ກັບການປັບປຸງ ແລະ ພັດທະນາສາຍພົວພັນຈີນ-ອາເມຣິກາ. ຊານ

ຟຣານຊິສໂກຄວນກາຍເປັນຈຸດເລີ່ມຕົ້ນໃໝ່ໃນການສ້າງຄວາມໝັ້ນທ່ຽງໃຫ້ກັບສາຍພົວພັນຈີນ-ອາເມຣິກາ.