ທ່ານສີຈິ້ນຜິງ ແລະ ທ່ານໂຈ ໄບເດັນຈັດການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ

2023-11-16 10:18:06 CRI


ວັນທີ 15 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຢູ່ນິຄົມຟີໂລລີນະຄອນຊານຟຣານຊິສໂກປະເທດອາເມຣິກາ. ປະມຸກລັດສອງປະເທດໄດ້ລົງເລິກ ແລກປ່ຽນຄວາມເຫັນຕໍ່ບັນຫາທີ່ມີລັກສະນະຍຸດທະສາດ,ສະພາບລວມແລະທິດທາງກ່ຽວກັບການພົວພັນຈີນ-ອາເມຣິກາກໍຄືບັນຫາສຳຄັນທີ່ກ່ຽວຂ້ອງກັບສັນຕິພາບແລະການພັດທະນາຂອງໂລກ.


ທ່ານສີຈິ້ນຜິງຊີ້ອອກວ່າ, ໂລກປັດຈຸບັນພວມປະເຊີນກັບການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ຈີນ ແລະ ອາເມຣິກາມີ 2 ທາງເລືອກ ຄື: ທາງເລືອກໜຶ່ງແມ່ນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ຮ່ວມກັນຮັບມືກັບສິ່ງທ້າທາຍທົ່ວໂລກ, ຊຸກຍູ້ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ. ອີກທາງເລືອກໜຶ່ງແມ່ນຖືເອົາແນວຄິດຜົນລວມເປັນສູນ, ຍຸແຍ່ຄວາມເປັນປໍລະປັກກັນລະຫວ່າງຝ່າຍ, ເຮັດໃຫ້ໂລກກ້າວໄປສູ່ຄວາມວຸ້ນວາຍ ແລະ ການແຕກແຍກ. 2 ທາງເລືອກນີ້ແມ່ນໝາຍເຖິງ 2 ທິດທາງ, ເຊິ່ງຈະຕັດສິນອະນາຄົດຂອງມວນມະນຸດ ກໍຄືຂອງໜ່ວຍໂລກ. ໃນຖານະເປັນສາຍພົວພັນສອງຝ່າຍສຳຄັນທີ່ສຸດຢູ່ໃນໂລກ, ຕ້ອງພິຈາລະນາ ແລະ ວາງແຜນຂະຫຍາຍສາຍພົວພັນຈີນ-ອາເມຣິກາພາຍໃຕ້ສະພາບເບື້ອງຫຼັງນີ້. ຈີນ ແລະ ອາເມຣິກາຈຳຕ້ອງໄປມາຫາສູ່ກັນ, ແນວຄິດທີ່ຢາກປ່ຽນແປງຝ່າຍກົງກັນຂ້າມນັ້ນແມ່ນບໍ່ສອດຄ່ອງກັບຄວາມເປັນຈິງ, ຜົນຢ້ອນຫຼັງຈາກການປະທະກັນ ແລະ ເປັນປໍລະປັກກັນນັ້ນ ຝ່າຍໃດກໍບໍ່ສາມາດທົນທານໄດ້. ການແຂ່ງຂັນລະຫວ່າງປະເທດໃຫຍ່ບໍ່ສາມາດແກ້ໄຂບັນຫາທີ່ສອງປະເທດຈີນ-ອາເມຣິກາ ກໍຄື ທົ່ວໂລກພວມປະເຊີນຢູ່. ໜ່ວຍໂລກນີ້ສາມາດກວມລວມສອງປະເທດຈີນ ແລະ ອາເມຣິກາໄດ້. ຜົນສຳເລັດຂອງຈີນ ແລະ ອາເມຣິກາເປັນໂອກາດຂອງກັນ ແລະ ກັນ.



ທ່ານສີຈິ້ນຜິງໄດ້ບັນລະຍາຍຢ່າງເລິກເຊິ່ງກ່ຽວກັບຈຸດພິເສດດ້ານທາດແທ້ ແລະ ຄວາມໝາຍຂອງຄວາມທັນສະໄໝແບບຈີນ, ພ້ອມດ້ວຍອະນາຄົດແຫ່ງການພັດທະນາ ແລະ ເຈດຈຳນົງດ້ານຍຸດທະສາດຂອງຈີນ. ທ່ານສີຈິ້ນຜິງຊີ້ອອກວ່າ, ການພັດທະນາຂອງຈີນມີຕັກກະ ແລະ ກົດເກນຂອງຕົນເອງ, ຈີນພວມຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນ, ຈີນຈະບໍ່ເດີນຕາມເສັ້ນທາງເກົ່າຂອງລັດທິລ່າເມືອງຂຶ້ນແບບປຸ້ນສະດົມປະເທດອື່ນ, ຈະບໍ່ເດີນຕາມເສັ້ນທາງທີ່ເຂັ້ມແຂງແລ້ວສະແຫວງຫາຄວາມເປັນເຈົ້າອຳນາດ, ຈະບໍ່ສົ່ງອອກຮູບຖານຈິດສຳນຶກ, ຈະບໍ່ປະທະກັບປະເທດໃດໃນດ້ານຮູບຖານຈິດສຳນຶກ. ຈີນບໍ່ມີແຜນທີ່ຈະລື່ນກາຍ ຫຼື ເຂົ້າແທນທີ່ອາເມຣິກາ, ອາເມຣິກາກໍຢ່າມີແຜນທີ່ຢາກກົດດັນ ແລະສະກັດກັ້ນຈີນ.


ທ່ານສີຈິ້ນຜິງກ່າວຕື່ມວ່າ, ການເຄົາລົບເຊິ່ງກັນ ແລະກັນ, ການຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ແມ່ນບົດຮຽນທີ່ສະຫຼຸບໄດ້ຈາກຂະບວນການ 50 ປີຂອງສາຍພົວພັນຈີນ-ອາເມຣິກາ, ທັງເປັນບົດຮຽນຈາກການປະທະກັນລະຫວ່າງປະເທດໃຫຍ່ໃນປະຫວັດສາດ, ຄວນເປັນທິດທາງທີ່ຈີນ ແລະ ອາເມຣິກາສຸມຄວາມພະຍາຍາມພ້ອມກັນ. ຂໍພຽງແຕ່ສອງຝ່າຍຍຶດໝັ້ນເຄົາລົບເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ, ແລະຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່ານັ້ນ, ກໍສາມາດແກ້ໄຂຄວາມເຫັນທີ່ຂັດແຍ້ງກັນ, ຊອກເຫັນຊ່ອງທາງທີ່ສອງປະເທດໃຫຍ່ຢູ່ຮ່ວມກັນຢ່າງຖືກຕ້ອງ. ສ່ວນການພົບປະຢູ່ນະຄອນຊານຟຣານຊິສໂກຄັ້ງນີ້, ຈີນ ແລະ ອາເມຣິກາຄວນມີວິໄສທັດໃໝ່, ຮ່ວມກັນພະຍາຍາມບຳລຸງສ້າງ 5 ເສົາຄ້ຳຂອງສາຍພົວພັນຈີນ-ອາເມຣິກາ.


ໜຶ່ງ, ຮ່ວມກັນສ້າງຄວາມຮັບຮູ້ທີ່ຖືກຕ້ອງ. ຈີນສຸມໃສ່ສ້າງສາຍພົວພັນຈີນ-ອາເມຣິກາທີ່ໝັ້ນທ່ຽງ ປອດໃສ ແລະ ຍືນຍົງຢ່າງສະເໝີຕົ້ນສະເໝີປາຍ. ພ້ອມກັນນັ້ນ, ຈີນມີຜົນປະໂຫຍດທີ່ຕ້ອງປົກປ້ອງໄວ້ ຫຼັກການທີ່ຕ້ອງປ້ອງກັນ ແລະ ເສັ້ນພື້ນຖານທີ່ຕ້ອງຍຶດໝັ້ນຢ່າງເດັດດ່ຽວ, ຫວັງວ່າສອງປະເທດຈະເປັນຄູ່ຮ່ວມມື ເຄົາລົບເຊິ່ງກັນແລະກັນ ແລະຢູ່ຮ່ວມກັນໂດຍສັນຕິ.


ສອງ, ຮ່ວມກັນຄຸ້ມຄອງຄວາມເຫັນທີ່ຂັດແຍ້ງກັນຢ່າງມີປະສິດທິຜົນ. ບໍ່ຄວນເຮັດໃຫ້ຄວາມເຫັນທີ່ຂັດແຍ້ງກັນກາຍເປັນອຸປະສັກທີ່ຂັ້ນກາງລະຫວ່າງສອງປະເທດ, ແຕ່ຄວນຊອກຫາທຸກວິທີທາງເພື່ອສ້າງຂົວຕິດຕໍ່ກັນ. ສອງຝ່າຍຄວນຮັບຮູ້ຫຼັກການ ແລະ ເສັ້ນພື້ນຖານຂອງກັນ ແລະ ກັນ, ບໍ່ສ້າງຄວາມສັບສົນ ບໍ່ຊອກຫາເລື່ອງ ແລະບໍ່ເກີນຂອບເຂດ, ຄວນແລກປ່ຽນຄຳຄິດເຫັນໃຫ້ຫຼາຍ, ສົນທະນາໃຫ້ຫຼາຍ ແລະ ເປິກສາຫາລືໃຫ້ຫຼາຍ, ແກ້ໄຂຄວາມເຫັນທີ່ຂັດແຍ້ງກັນ ແລະ ເຫດການສຸກເສີນຢ່າງທຸ່ນທ່ຽງ.


ສາມ, ຮ່ວມກັນຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຈີນ ແລະ ອາເມຣິກາມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງໃນຫຼາຍຂົງເຂດ, ເຊິ່ງລວມທັງຂົງເຂດເກົ່າ ຄື ເສດຖະກິດການຄ້າ, ກະສິກຳ ແລະ ອື່ນໆ; ຍັງມີຂົງເຂດໃໝ່ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ປັນຍາປະດິດ ແລະ ອື່ນໆ. ສອງຝ່າຍຄວນນຳໃຊ້ກົນໄກທີ່ຟື້ນຟູ ຫຼື ສ້າງຂຶ້ນໃນຂົງເຂດການຕ່າງປະເທດ, ເສດຖະກິດ, ການເງິນ, ການຄ້າ, ກະສິກຳ ແລະອື່ນໆນັ້ນໃຫ້ດີຢ່າງເຕັມສ່ວນ, ດຳເນີນການຮ່ວມມືໃນຂົງເຂດຕ້ານຢາເສບຕິດ, ການປະຕິບັດກົດໝາຍ, ຕຸລາການ, ປັນຍາປະດິດ, ວິທະຍາສາດເຕັກນິກ ແລະອື່ນໆ.


ສີ່, ຮ່ວມກັນແບກຫາບຄວາມຮັບຜິດຊອບຂອງປະເທດໃຫຍ່. ການແກ້ ໄຂບັນຫາຄວາມຫຍຸ້ງຍາກທີ່ສັງຄົມມະນຸດປະເຊີນຢູ່ແມ່ນປັດສະຈາກການຮ່ວມມືລະຫວ່າງປະເທດໃຫຍ່ບໍ່ໄດ້. ຈີນ-ອາເມຣິກາຄວນເປັນແບບຢ່າງທີ່ດີ, ເພີ່ມທະວີການຮ່ວມມືແລະປະສານງານໃນບັນຫາພາກພື້ນ ແລະ ສາກົນ, ສະໜອງຜະລິດຕະພັນສາທາລະນະໃຫ້ກັບທົ່ວໂລກຫຼາຍຂຶ້ນກວ່າເກົ່າ. ຂໍ້ລິເລີ່ມທີ່ສະເໜີອອກໂດຍສອງຝ່າຍນັ້ນຄວນເປີດປະຕູຕໍ່ກັນ, ເຊື່ອມໂຍງເຂົ້າກັນເພື່ອປະກອບເປັນກໍາລັງແຮງສັງລວມ.


ຫ້າ, ຮ່ວມກັນຊຸກຍູ້ການແລກປ່ຽນດ້ານວັດທະນະທໍາ. ຕ້ອງເພີ່ມຈໍານວນຖ້ຽວບິນໂດຍກົງລະຫວ່າງສອງປະເທດໃຫ້ຫຼາຍຂຶ້ນ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ເປີດກວ້າງການໄປມາຫາສູ່ກັນຂັ້ນທ້ອງຖິ່ນ, ເພີ່ມທະວີການຮ່ວມມືດ້ານການສຶກສາ, ສົ່ງເສີມ ແລະ ສະໜັບສະໜູນປະຊາຊົນສອງປະເທດໄປມາຫາສູ່ກັນ ແລະ ແລກປ່ຽນສົນທະນາກັນຢູ່ເລື້ອຍໆ.


ທ່ານສີຈິ້ນຜິງຍັງໄດ້ລົງເລິກບັນລະຍາຍຫຼັກໝັ້ນ ແລະ ຫຼັກການຂອງຈີນກ່ຽວກັບ ບັນຫາໄຕ້ຫວັນ ໂດຍຊີ້ໃຫ້ເຫັນວ່າ: ບັນຫາໄຕ້ຫວັນເປັນບັນຫາທີ່ສໍາຄັນ ແລະ ອ່ອນໄຫວທີ່ສຸດໃນສາຍພົວພັນລະຫວ່າງຈີນ-ອາເມຣິກາມາໂດຍຕະຫຼອດ. ຈີນໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ທັດສະນະທ່າທີອັນຕັ້ງໜ້າຂອງອາເມຣິກາໃນການພົບປະກັນຢູ່ເກາະບາຫຼີ ປະເທດອິນໂດເນເຊຍ. ອາເມຣິກາຄວນຈັດຕັ້ງປະຕິບັດທັດສະນະທ່າທີທີ່ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນເປັນເອກະລາດນັ້ນເຂົ້າໃນການກະທໍາຕົວຈິງ, ຍຸດຕິການສົ່ງອາວຸດຍຸດໂທປະກອນໃຫ້ໄຕ້ຫວັນ, ພ້ອມທັງສະໜັບສະໜູນການທ້ອນໂຮມປະເທດຊາດເປັນເອກະພາບໂດຍສັນຕິຂອງຈີນ. ໃນທີ່ສຸດ, ຈີນຈະທ້ອນໂຮມປະເທດຊາດເປັນເອກະພາບໄດ້ຢ່າງແນ່ນອນ.


   ທ່ານສີຈິ້ນຜິງກ່າວຕື່ມວ່າ: ອາເມຣິການໍາໃຊ້ມາດຕະການທີ່ກົດດັນຈີນຢ່າງບໍ່ຢຸດຢັ້ງ ເຊັ່ນ: ການຈຳກັດການສົ່ງອອກ, ການກວດກາການລົງທຶນ, ການລົງໂທດພຽງລໍາພັງແຕ່ຝ່າຍດຽວ ເປັນຕົ້ນ, ເຊິ່ງໄດ້ທໍາລາຍສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຈີນຢ່າງໜັກໜ່ວງ. ການກົດໜ່ວງດ້ານວິທະຍາສາດເຕັກໂນໂລຊີຂອງຈີນແມ່ນການສະກັດກັ້ນການພັດທະນາດ້ວຍຄຸນນະພາບສູງຂອງຈີນ ພ້ອມທັງໄດ້ຕັດສິດການພັດທະນາຂອງປະຊາຊົນຈີນ. ການເຕີບໂຕ ແລະ ການພັດທະນາຂອງຈີນມີຕັກກະດ້ານພາຍໃນ ເຊິ່ງກໍາລັງພາຍນອກແມ່ນບໍ່ສາມາດກີດຂວາງໄດ້. ຫວັງວ່າອາເມຣິກາຈະປະຕິບັດຕໍ່ຄວາມເປັນຫ່ວງຂອງຈີນຢ່າງເຄັ່ງຂຶມ, ນໍາໃຊ້ການກະທຳຕົວຈິງ, ຍົກເລີກການລົງໂທດພຽງລໍາພັງແຕ່ຝ່າຍດຽວ ເພື່ອສະໜອງສະພາບແວດລ້ອມທີ່ ສະເໝີພາບ, ຍຸຕິທຳ ແລະ ບໍ່ຈໍາແນກໃຫ້ແກ່ວິສາຫະກິດຈີນ.


ທ່ານໂຈ ໄບເດັນກ່າວວ່າ, ຂ້າພະເຈົ້າມີຄວາມເຫັນມາໂດຍຕະຫຼອດວ່າ, ສາຍພົວພັນອາເມຣິກາ-ຈີນເປັນສາຍພົວພັນສອງຝ່າຍສຳຄັນທີ່ສຸດຢູ່ໃນໂລກ, ການປະທະກັນລະຫວ່າງອາເມຣິກາ ແລະຈີນແມ່ນສິ່ງທີ່ສາມາດຫຼີກລ່ຽງໄດ້. ປະເທດຈີນທີ່ໝັ້ນຄົງ ແລະ ພັດທະນາແມ່ນສອດຄ່ອງກັບຜົນປະໂຫຍດຂອງອາເມຣິກາ ກໍຄືຂອງໂລກ, ການເຕີບໂຕດ້ານເສດຖະກິດຂອງຈີນມີຜົນດີຕໍ່ອາເມຣິກາ ກໍຄືທົ່ວໂລກ. ສາຍພົວພັນອາເມຣິກາ-ຈີນຮັກສາຄວາມໝັ້ນທ່ຽງ, ປ້ອງກັນບໍ່ໃຫ້ເກີດການປະທະກັນ, ຄຸ້ມຄອງຄວາມເຫັນທີ່ຂັດແຍ້ງກັນ, ພ້ອມທັງດຳເນີນການຮ່ວມມືໃນຂົງເຂດທີ່ສອດຄ່ອງກັບຜົນປະໂຫຍດຂອງທັງສອງຝ່າຍ, ມີຜົນດີຕໍ່ສອງປະເທດໃນການຮັບມືກັບບັນຫາຂອງຕົນ ກໍຄືບັນຫາຮ່ວມກັນ. ຂ້າພະເຈົ້າຂໍຢ້ຳຄືນຄຳໝັ້ນສັນຍາ 5 ຂໍໃນການພົບປະກັນຢູ່ເກາະບາຫຼີຂອງອິນໂດເນເຊຍ, ຄື: ບໍ່ສະແຫວງຫາການປ່ຽນແປງລະບອບຂອງຈີນ, ບໍ່ສະແຫວງຫາ “ສົງຄາມເຢັນຄັ້ງໃໝ່”, ບໍ່ສະແຫວງຫາການຄັດຄ້ານຈີນໂດຍຜ່ານການເສີມສ້າງການພົວພັນພັນທະມິດ, ບໍ່ສະໜັບສະໜູນການ “ແບ່ງແຍກໄຕ້ຫວັນເປັນເອກະລາດ”, ບໍ່ມີເຈຕະນາປະທະກັບຈີນ. ເສດຖະກິດອາເມຣິກາ ແລະ ຈີນອາໄສເຊິ່ງກັນ ແລະກັນ, ອາເມຣິກາຍິນດີເຫັນປະເທດຈີນພັດທະນາ ແລະ ຮັ່ງມີຂຶ້ນ, ບໍ່ສະແຫວງຫາການກົດໜ່ວງ ຫຼື ສະກັດກັ້ນການພັດທະນາຂອງຈີນ, ບໍ່ສະແຫວງຫາການຕັດສາຍພົວພັນກັບຈີນ, ອາເມຣິກາປະຕິບັດຕາມນະໂຍບາຍປະເທດຈີນດຽວ, ຍິນດີໃຫ້ພາກສ່ວນ ແລະ ຂັ້ນຕ່າງໆຂອງສອງຝ່າຍດຳເນີນການສົນທະນາກັນ, ຍິນດີສືບຕໍ່ຮັກສາການແລກປ່ຽນແບບກົງໄປກົງມາກັບຈີນ, ເພີ່ມທະວີຄວາມເຂົ້າໃຈກັນ, ຫຼີກລ່ຽງຄວາມເຂົ້າໃຈຜິດ, ຄຸ້ມຄອງຄວາມເຫັນທີ່ຂັດແຍ້ງກັນ. ອາເມຣິກາຍິນດີຂະຫຍາຍການພົວພັນດ້ານເສດຖະກິດການຄ້າກັບຈີນຢ່າງຕໍ່ເນື່ອງ, ເພີ່ມທະວີການຮ່ວມມືໃນຂົງເຂດສຳຄັນ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການຕ້ານຢາເສບຕິດ, ປັນຍາປະດິດ ແລະອື່ນໆ, ຍິນດີໃຫ້ສອງປະເທດເພີ່ມຖ້ຽວບິນໂດຍກົງ, ເປີດກວ້າງການແລກປ່ຽນດ້ານການສຶກສາ ວິທະຍາສາດເຕັກນິກ ແລະ ການໄປມາຫາສູ່ກັນດ້ານບຸຄະລາກອນ.

 

ປະມຸກລັດສອງປະເທດໄດ້ເຫັນດີຕໍ່ຄວາມພະຍາຍາມຂອງສອງຝ່າຍໃນການເປິກສາຫາລືຫຼັກການຊີ້ນໍາຕໍ່ການພົວພັນລະຫວ່າງຈີນ-ອາເມຣິກາພາຍຫຼັງການພົບປະກັນຢູ່ເກາະບາຫຼີ, ພ້ອມທັງເນັ້ນໜັກວ່າ: ຕ້ອງເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮັກສາການແລກປ່ຽນກັນ, ປ້ອງກັນບໍ່ໃຫ້ເກີດການປະທະກັນ, ປົກປັກຮັກສາກົດບັດສະຫະປະຊາຊາດ, ດໍາເນີນການຮ່ວມມືໃນຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ, ຄວບຄຸມປັດໄຈການແຂ່ງຂັນໃນການພົວພັນສອງຝ່າຍດ້ວຍຄວາມຮັບຜິດຊອບສູງ.ປະມຸກລັດສອງປະເທດຍັງສະແດງຄວາມຍິນດີຕໍ່ຄະນະຂອງສອງຝ່າຍສືບຕໍ່ເປິກສາຫາລືກັນກ່ຽວກັບເລື່ອງນີ້.


   ປະມຸກລັດສອງປະເທດເຫັນດີຊຸກຍູ້ ແລະ ເພີ່ມທະວີການຮ່ວມມື ແລະ ການສົນທະນາໃນຂົງເຂດຕ່າງໆລະຫວ່າງຈີນ-ອາເມຣິກາ ເຊິ່ງລວມມີ: ສ້າງການສົນທະນາລະຫວ່າງອົງການປົກຄອງດ້ວຍປັນຍາປະດິດ; ສ້າງຕັ້ງໜ່ວຍງານຮ່ວມມືຕ້ານຢາເສບຕິດຈີນ-ອາເມຣິກາ ເພື່ອດໍາເນີນການຮ່ວມມືຕ້ານຢາເສບຕິດ; ຟື້ນຟູການແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງກອງທັບ, ການພົບປະກັນລະຫວ່າງກະຊວງປ້ອງກັນປະເທດຈີນ-ອາເມຣິກາ, ກອງປະຊຸມກົນໄກເປິກສາຫາລືຄວາມໝັ້ນຄົງດ້ານການທະຫານເທິງທະເລຈີນ-ອາເມຣິກາຄືນໃໝ່ ແລະ ດໍາເນີນການໂອ້ລົມທາງໂທລະສັບລະຫວ່າງຜູ້ນໍາເຂດສູ້ຮົບຂອງສອງກອງທັບຈີນ-ອາເມຣິກາບົນພື້ນຖານສະເໝີພາບກັນ ແລະ ເຄົາລົບເຊິ່ງກັນແລະກັນ; ເຫັນດີໃຫ້ເພີ່ມຈໍານວນຖ້ຽວບິນຢ່າງຫຼວງຫຼາຍຕື່ມອີກໃນປີໜ້າ; ເປີດກວ້າງການແລກປ່ຽນໃນຂົງເຂດການສຶກສາ, ນັກສຶກສາ, ຊາວໜຸ່ມ, ວັດທະນະທໍາ, ກິລາ, ອຸດສາຫະກໍາ-ການຄ້າ ແລະ ອື່ນໆ.


ນອກນີ້,ປະມຸກລັດສອງປະເທດຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນທີ່ຈີນ-ອາເມຣິກາຮ່ວມກັນເລັ່ງລັດຄວາມພະຍາຍາມໃນການຮັບມືກັບວິກິດການດ້ານດິນຟ້າອາກາດໄລຍະ 10 ປີທີ່ເປັນຂໍກຸນແຈສຳຄັນໃນປັດຈຸບັນ, ຊົມເຊີຍທູດພິເສດດ້ານດິນຟ້າອາກາດຂອງສອງປະເທດດໍາເນີນການເປິກ ສາຫາລືຢ່າງຫ້າວຫັນໃນໄລຍະມໍ່ໆມານີ້, ເນື້ອໃນເປິກສາຫາລືລວມມີ: ການເຄື່ອນໄຫວຫຼຸດຜ່ອນການລະບາຍກາກບອນພາຍໃນປະເທດໃນຊຸມປີ 2020, ຮ່ວມກັນຊຸກຍູ້ໃຫ້ກອງປະຊຸມປະເທດພາຄີສົນທິສັນຍາຂອບວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP28 ທີ່ນະຄອນດູໄບ, ເປີດນໍາໃຊ້ໜ່ວຍງານເພື່ອເພີ່ມທະວີການເຄື່ອນໄຫວດ້ານດິນຟ້າອາກາດຊຸມປີ 2020ຈີນ-ອາເມຣິກາ ເພື່ອເລັ່ງລັດການເຄື່ອນໄຫວດ້ານດິນຟ້າອາກາດທີ່ເປັນຮູບປະທຳ.