ທ່ານ ສີຈິ້ນຜິງ ກ່າວວ່າ: ເຕົ້າໂຮມພະລັງແຮງຂອງປະຊາຊົນສອງປະເທດເພື່ອຊຸກຍູ້ພາລະກິດໄມຕີຈິດມິດຕະພາບຈີນ-ອາເມຣິກາ

2023-11-16 15:57:25 CRI

   ຕອນຄໍ່າວັນທີ 15 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ຈັດໂດຍອົງການຈັດຕັ້ງໄມຕີຈິດມິດຕະພາບຂອງອາເມຣິກາ ແລະ ກ່າວປາຖະກະຖາ.


   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ຢືນຢັນວ່າ: ອະນາຄົດຂອງການພົວພັນລະຫວ່າງຈີນ-ອາເມຣິກາແມ່ນສ້າງໂດຍປະຊາຊົນ. ເວລາຍິ່ງຫຍຸ້ງຍາກກໍຍິ່ງຕ້ອງຮັດແໜ້ນສາຍໃຍຜູກພັນລະຫວ່າງປະຊາຊົນ ແລະ ເພີ່ມທະວີການເຊື່ອມສານຈິດໃຈລະຫວ່າງປະຊາຊົນໃຫ້ເຂົ້າກັນ, ພ້ອມດຽວກັນນີ້ກໍຍິ່ງຕ້ອງການມີຄົນອອກມາເພີ່ມພູນຄູນສ້າງສາຍພົວພັນລະຫວ່າງຈີນ-ອາເມຣິກາໃຫ້ຫຼາຍກວ່າເກົ່າ. ພວກເຮົາຄວນສ້າງຂົວຕໍ່ ແລະ ປູທາງໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ຫຼາຍກວ່າເກົ່າ, ແຕ່ຫາກບໍ່ແມ່ນວາງອຸປະສັກຕ່າງໆນານາ. ພວກເຮົາຄອງຄອຍປະຊາຊົນສອງປະເທດໄປມາຫາສູ່ກັນ, ຢ້ຽມຢາມ ແລະ ແລກປ່ຽນເຊິ່ງກັນແລະກັນຫຼາຍຂຶ້ນ ເພື່ອຮ່ວມກັນຂຽນເລື່ອງລາວແຫ່ງໄມຕີຈິດມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາໃນຍຸກໃໝ່.


   ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ບໍ່ວ່າສະພາບການຈະຜັນແປໄປຄືແນວໃດກໍຕາມ, ການຢູ່ຮ່ວມກັນໂດຍສັນຕິລະຫວ່າງຈີນ-ອາເມຣິກາຈະບໍ່ປ່ຽນແປງ, ຄວາມປາດຖະໜາພື້ນຖານທີ່ຫວັງຢາກແລກປ່ຽນ ແລະ ຮ່ວມມືກັນຂອງປະຊາຊົນສອງປະເທດຈະບໍ່ປ່ຽນແປງ ແລະ ຄວາມຄອງຄອຍໂດຍທົ່ວໄປຂອງປະຊາຊົນໂລກທີ່ມີຕໍ່ການພົວພັນລະຫວ່າງຈີນ-ອາເມຣິກາໃຫ້ໄດ້ຮັບການພັດທະນາຢ່າງໝັ້ນທ່ຽງນັ້ນ ຈະບໍ່ປ່ຽນແປງ. ພາລະກິດອັນຍິ່ງໃຫຍ່ໃດໜຶ່ງຖ້າຢາກປະສົບຜົນສໍາເລັດໄດ້, ລ້ວນແຕ່ຕ້ອງຊອກຫາພື້ນຖານຢູ່ທ່າມກາງປະຊາຊົນ, ເຕົ້າໂຮມພະລັງແຮງຂອງປະຊາຊົນ ແລະ ຮ່ວມກັນເຮັດສໍາເລັດໂດຍປະຊາຊົນ. ໄມຕີຈິດມິດຕະພາບລະຫວ່າງຈີນ-ອາເມຣິກາເປັນພາລະກິດອັນຍິ່ງໃຫຍ່ຄືແນວນີ້. ພວກເຮົາຈົ່ງເຕົ້າໂຮມພະລັງແຮງຂອງປະຊາຊົນສອງປະເທດ, ສືບສານໄມຕີຈິດມິດຕະພາບຈີນ-ອາເມຣິກາ, ຊຸກຍູ້ສາຍພົວພັນລະຫວ່າງຈີນ-ອາເມຣິກາ ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສຸມຄວາມພະຍາຍາມເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກຕື່ມອີກ!