ເຈົ້າຄອງນະຄອນຊານຟຣານຊິສໂກ: ສ້າງຂົວຕິດຕໍ່ແຫ່ງການແລກປ່ຽນ ຍິນດີຕ້ອນຮັບແຂກຈາກປະເທດຈີນ

2023-11-16 02:02:46 CRI


ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ໄດ້ເປີດສາກຢູ່ທ່າມກາງຄວາມສົນໃຈຂອງຄົນທັງຫຼາຍ, ປະມຸກລັດຈີນ ແລະ ອາເມຣິກາຈະພົບປະກັນ. ທ່ານນາງລອນດອນ ບຣີດ ເຈົ້າຄອງນະຄອນຊານຟຣານຊິສໂກຊຸດທີ 45 ເປັນເຈົ້າຄອງເພດຍິງເຊື້ອສາຍອາຟຣິກາຜູ້ທຳອິດຂອງຕົວເມືອງແຫ່ງນີ້. ທ່ານນາງລອນດອນ ບຣີດກ່າວວ່າ: “ຊານຟຣານຊິສໂກເປັນປະຕູທີ່ເຊື່ອມຕໍ່ພາກພື້ນອາຊີປາຊີຟິກ, ຍິນດີຕ້ອນຮັບແຂກຈາກທຸກທິດມາໂດຍຕະຫຼອດ, ຫວັງວ່າຈະສ້າງຂົວຕິດຕໍ່ກັນ.” ເພິ່ນຍັງໄດ້ເວົ້າເຖິງໂຄມໄຟສີແດງຢູ່ໄຊນາທອນຂອງຊານຟຣານຊິສໂກເປັນພິເສດວ່າ: “ໃນໄລຍະຈັດກອງປະຊຸມAPEC, ໂຄມໄຟເຫຼົ່ານີ້ຈະເຫຼືອງເຫຼື້ອມກວ່າເກົ່າ.”