ຫົວໜ້າກອງເລຂາອົງການAPEC:ການສົນທະນາລະຫວ່າງຈີນ-ອາເມຣິກາໄດ້ສ້າງໂອກາດໃໝ່ໃຫ້ແກ່ໂລກ

2023-11-16 01:59:16 CRI



ທ່ານນາງເຣເບກາ ຟາຕິມາ ສະຕາ ມາເຣຍ ຫົວໜ້າກອງເລຂາອົງການຮ່ວມມືເສດຖະກິດອາຊີປາຊີຟິກໃຫ້ສຳພາດຕໍ່ນັກຂ່າວວ່າ, ການສົນທະນາລະຫວ່າງຈີນ-ອາເມຣິກາໄດ້ສ້າງໂອກາດໃໝ່ໃຫ້ແກ່ໂລກ. ເພິ່ນສະເໜີວ່າ: ບັນດາປະເທດບໍ່ຄວນສຸມໃສ່ພຽງແຕ່ຜົນປະໂຫຍດຂອງຕົນເທົ່ານັ້ນ, ແຕ່ຄວນເປີດກວ້າງສາຍຕາຂອງຕົນ, ຮ່ວມມືກັນ ຈຶ່ງຈະສາມາດສ້າງຜົນປະໂຫຍດໂດຍລວມ, ຈຶ່ງຈະສ້າງໂອກາດໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ.