ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາມີຄວາມໝັ້ນທ່ຽງ ແລະ ດີຂຶ້ນຢ່າງແທ້ຈິງ

2023-11-16 01:56:00 CRI


ໃນກອງປະຊຸມເວທີເປິກສາຫາລືສາຂາທີ່ມີຫົວຂໍ້ວ່າ “ສະແຫວງຫາຄວາມຮັບຮູ້ທີ່ເປັນເອກະພາບກັນໃນການແຂ່ງຂັນ” ຂອງກອງປະຊຸມເວທີເປິກສາຫາລືສັນຕິພາບປາຣີ, ທ່ານນາງຟູ້ຢິງ ອະດີດເອກອັກຄະລັດທູດຈີນປະຈຳອັງກິດກ່າວວ່າ, ຈີນບໍ່ເຈຕະນາກາຍເປັນຜູ້ນຳຂອງໂລກ, ແຕ່ອາເມຣິກາເປັນຫ່ວງວ່າຈີນເຕີບໃຫຍ່ຂຶ້ນໄວເກີນໄປ, ຈະຖືກຈີນທົດແທນ ຈຶ່ງໄດ້ກໍ່ການແຂ່ງຂັນທາງຍຸດທະສາດຂຶ້ນ. ປະມຸກລັດຈີນ ແລະ ອາເມຣິກາໃກ້ຈະພົບປະກັນຢູ່ຊານຟຣານຊິສໂກ, ທ່ານນາງຟູ້ຢິງຫວັງວ່າສອງຝ່າຍຈະສົນທະນາກັນຢ່າງກົງໄປກົງມາ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາມີຄວາມໝັ້ນທ່ຽງ ແລະ ດີຂຶ້ນຢ່າງແທ້ຈິງ, ຮ່ວມກັນຮັບມືກັບສິ່ງທ້າທາຍຂອງໂລກ.