ເຈົ້າໜ້າທີ່ການທູດຜູ້ອາວຸໂສຂອງອາເມຣິກາ:ເຈຕະນາທີ່ຢາກທຳລາຍຜົນປະໂຫຍດຜູ້ອື່ນ ແລະນຳເອົາຜົນປະໂຫຍດໃຫ້ແກ່ຕົນເອງນັ້ນບໍ່ສອດຄ່ອງກັບຄວາມຈິງ

2023-11-16 01:53:02 CRI


ທ່ານຊາສ ເຟຣແມນ ເຈົ້າໜ້າທີ່ການທູດຜູ້ອາວຸໂສຂອງອາເມຣິກາ ທັງເປັນຫົວໜ້ານາຍພາສາຂອງທ່ານນິກຊອນ ອະດີດປະທານາທິບໍດີອາເມຣິກາທີ່ເຄີຍໄປຢ້ຽມຢາມຈີນນັ້ນໄດ້ໃຫ້ສຳພາດວ່າ: ຈີນມີທ່າທີທີ່ຊັດເຈນຕໍ່ສາຍພົວພັນຈີນ-ອາເມຣິກາ, ຄື ບໍ່ຢາກເຮັດໃຫ້ສາຍພົວພັນກັບອາເມຣິກາຮ້າຍແຮງລົງ, ແຕ່ອາເມຣິກາບໍ່ໄດ້ກ້າວໄປສູ່ເປົ້າໝາຍດຽວກັນກັບຈີນ. “ການຕັດສາຍພົວພັນ” ຈະເກີດມີຜົນກະທົບຕໍ່ທັງສອງຝ່າຍ, ເຈຕະນາທີ່ຢາກທຳລາຍຜົນປະໂຫຍດຜູ້ອື່ນ ແລະນຳເອົາຜົນປະໂຫຍດໃຫ້ແກ່ຕົນເອງນັ້ນບໍ່ສອດຄ່ອງກັບຄວາມຈິງ.