ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມສົນທະນາບໍ່ເປັນທາງການລະຫວ່າງຜູ້ນຳອົງ ການAPECກັບແຂກເຈົ້າພາບກໍຄືງານລ້ຽງອາຫານທ່ຽງເພື່ອເຮັດວຽກ

2023-11-17 09:48:56 CRI


ຕອນທ່ຽງ ວັນທີ16ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາບໍ່ເປັນທາງການລະຫວ່າງຜູ້ນຳອົງການAPECກັບແຂກເຈົ້າພາບກໍຄືງານລ້ຽງອາຫານທ່ຽງເພື່ອເຮັດວຽກທີ່ຈັດຂຶ້ນຢູ່ນະຄອນຊານຟຣານຊີສໂກ ປະເທດອາເມຣິກາ.


ທ່ານສີຈິ້ນຜິງຊີ້ອອກວ່າ: ການພັດທະນາແບບຍືນຍົງເປັນ “ກຸນແຈຄຳ” ທີ່ສາມາດແກ້ໄຂບັນຫາທົ່ວໂລກໃນປັດຈຸບັນ. ຊຸມປີມໍ່ໆມານີ້, ອົງການAPEC ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕສີຂຽວ ແລະຍືນຍົງຂອງໂລກ. ພາຍໃຕ້ສະພາບປັດຈຸບັນ, ພວກເຮົາຄວນເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຕື່ມອີກ, ສຸມໃສ່ການເຄື່ອນໄຫວ, ເພີ່ມແຮງຂັບເຄື່ອນຫຼາຍກວ່າເກົ່າເຂົ້າໃນພາລະກິດການພັດທະນາແບບຍືນຍົງຂອງໂລກ.


ໜຶ່ງ, ຄວນເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ; ສອງ, ສ້າງຊ່ອງທາງໃໝ່ແຫ່ງການຫັນປ່ຽນຮູບການພັດທະນາຕາມທິດສີຂຽວ; ສາມ, ເຕົ້າໂຮມກຳລັງແຮງຂອງໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ຈີນລົງເລິກຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່, ຊຸກຍູ້ໃຫ້ເສດຖະກິດສັງຄົມຫັນປ່ຽນຮູບການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳຢ່າງຮອບດ້ານ, ຈີນໄດ້ປະກອບສ່ວນເຂົ້າໃນການຮ່ວມກັນສ້າງໜ່ວຍໂລກທີ່ມວນມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ຈີນຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຕາມທິດສີຂຽວ, ຈະລົງເລິກການຮ່ວມມືໃນຂົງເຂດ ພື້ນຖານໂຄງລ່າງສີຂຽວ, ພະລັງງານສີຂຽວ, ຄົມມະນາຄົມສີຂຽວ ແລະອື່ນໆຢ່າງຕໍ່ເນື່ອງ, ຜ່ານຈາກກອງທຶນສະເພາະແຫ່ງການຮ່ວມມືໃຕ້ໃຕ້ດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພື່ອສະໜັບສະໜູນປະເທດພວມພັດທະນາຈຳນວນຫຼວງຫຼາຍຍົກລະດັບຄວາມສາມາດ. ຈີນຍິນດີຮ່ວມກັບຝ່າຍຕ່າງໆ ສຸມຄວາມພະຍາຍາມປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງປະຊາຄົມການພັດທນະຂອງໂລກ, ສ້າງໂລກທີ່ສະອາດ ແລະ ສວຍງາມ.