ໃນ 9 ເດືອນຂອງປີນີ້, ມູນຄ່າການສົ່ງອອກຕໍ່ຈີນຂອງລາວບັນລຸ 177 ລ້ານໂດລາ

2023-11-18 11:55:18 cri

    ຕາມແຫຼ່ງຂ່າວຈາກເວັບໄຊກະຊວງອຸດສາຫະກຳແລະການຄ້າລາວໃຫ້ຮູ້ວ່າ, ໃນ 9 ເດືອນຂອງປີນີ້, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງລາວ ບັນລຸ 1 ຕື້ 6 ລ້ານໂດລາ, ໃນນັ້ນ, ການສົ່ງອອກບັນລຸ 394 ລ້ານໂດລາ, ການນຳເຂົ້າບັນລຸ 612 ລ້ານໂດລາ. ການຂາດດຸນການຄ້າແມ່ນປະມານ 218 ລ້ານໂດລາ.


    ຈີນຍັງຄົງແມ່ນໜຶ່ງໃນປະເທດສົ່ງອອກສິນຄ້າລາຍໃຫຍ່ຂອງລາວ ມີມູນຄ່າສົ່ງອອກ 177 ລ້ານໂດລາ. ຫວຽດນາມເປັນອັບດັບທີ 2 ມີມູນຄ່າປະມານ 74 ລ້ານໂດລາ, ຮອງລົງມາແມ່ນໄທ, ອົສຕຣາລີ ແລະ ສະວິສ ຕາມລຳດັບ.


    ໄທເປັນປະເທດທີ່ລາວນຳເຂົ້າສິນຄ້າຫຼາຍອັນດັບໜຶ່ງ ມີມູນຄ່າປະມານ 264 ລ້ານໂດລາ. ຈີນເປັນອັນດັບສອງ ມີມູນຄ່ານຳເຂົ້າ 223 ລ້ານໂດລາ, ສ່ວນຫວຽດນາມ ເຊິ່ງເປັນປະເທດໃນອາຊຽນນັ້ນ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ມີມູນຄ່າ 25 ລ້ານໂດລາ. ຖັດມາແມ່ນອາເມຣກາ ແລະ ສະວິສ.