ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການAPECຄັ້ງທີ30ແລະກ່າວຄຳປາໄສສຳຄັນ

2023-11-18 08:35:11 CRI



ຕອນເຊົ້າວັນທີ17ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPECຄັ້ງທີ30ທີ່ຈັດຂຶ້ນຢູ່ສູນປະຊຸມໂມສຄອນ ນະຄອນຊານຟຣານຊິສໂກ ປະເທດອາເມຣິກາພ້ອມທັງໄດ້ກ່າວຄຳປາໄສສຳຄັນພາຍໃນຫົວຂໍ້:“ຍຶດໝັ້ນອຸດົມການແຕ່ຫົວທີ, ສາມັກຄີຮ່ວມມືກັນເພື່ອຊຸກຍູ້ການເຕີບໂຕ ດ້ວຍຄຸນນະພາບສູງຂອງອາຊີປາຊີຟິກ”

 


ທ່ານສີຈິ້ນຜິງໄດ້ສະເໜີຂໍ້ສະເໜີ4ຂໍ້ກ່ຽວກັບການຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ຮ່ວມກັນສ້າງປະຊາຄົມອາຊີປາຊີຟິກທີ່ເປີດກວ້າງ, ມີຊີວິດຊີວາ, ເຂັ້ມແຂງແລະມີສັນຕິພາບ. 

 ໜຶ່ງ: ຍຶດໝັ້ນຂັບເຄື່ອນການພັດທະນາດ້ວຍການປະດິດສ້າງ. ຄວນຊຸກຍູ້ການແລກປ່ຽນແລະຮ່ວມມືດ້ານວິທະຍາສາດເຕັກນິກຢ່າງຕັ້ງໜ້າກວ່າເກົ່າ, ຮ່ວມກັນສ້າງສະພາບແວດລ້ອມການພັດທະນາວິທະຍາສາດເຕັກນິກທີ່ເປີດກວ້າງ, ຍຸຕິທຳ, ທ່ຽງທຳແລະບໍ່ມີການຈຳແນກ.ສອງ: ຍຶດໝັ້ນທິດທາງເປີດກວ້າງ.  ຄວນປົກປັກຮັກສາການຄ້າແລະການລົງທຶນແບບເສລີແລະເປີດກວ້າງ , ຄັດຄ້ານການຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ,ເປັນອາວຸດແລະຂະຫຍາຍນິຍາມຄວາມໝັ້ນຄົງແບບຊະຊາຍ. ສາມ: ຍຶດໝັ້ນການພັດທະນາສີຂຽວ. ຄວນຍຶດໝັ້ນຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ເລັ່ງຊຸກຍູ້ຮູບການພັດທະນາຫັນເປັນແບບສີຂຽວແລະກາກບອນຕ່ຳ. ສີ່: ຍຶດໝັ້ນການໃຫ້ຜົນປະໂຫຍດຢ່າງທົ່ວເຖິງແລະຊົມໃຊ້ຮ່ວມກັນ. 

ທ່ານສີຈິ້ນຜິງກ່າວເນັ້ນໜັັ້ກວ່າ: ຈີນພວມຊຸກຍູ້ການສ້າງສາປະເທດເຂັ້ມແຂງແລະພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາດຊາດຈີນດ້ວຍຄວາມທັນສະໄໝແບບຈີນ. ຈີນຍິນດີຮ່ວມກັບບັນດາຝ່າຍສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ການຮ່ວມມືອາຊີປາຊີຟິກໃຫ້ໄດ້ຮັບຜົນສຳເລັດອຸດົມສົມບູນກວ່າເກົ່າ,ຮ່ວມກັນສ້າງ “3ທົດສະວັດຄຳ”ຄັ້ງຕໍ່ໄປຂອງອາຊີປາຊີຟິກ. 

ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເປັນປະທານກອງປະຊຸມພາຍໃຕ້ຫົວຂໍ້ “ສ້າງອະນາຄົດທີ່ເຂັ້ມແຂງແລະຍືນຍົງໃຫ້ທຸກຄົນ”.

 ກອງປະຊຸມໄດ້ອອກຖະແຫຼງການຊານຟຣານຊິສໂກຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ2023.