ຂະບວນລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທຂະບວນທໍາອິດຂອງຈີນເດີນທາງໄປສູ່ໄທໃນວັນທີ 17 ພະຈິກນີ້

2023-11-18 14:13:42 CRI

   ຕອນເຊົ້າວັນທີ 17 ພະຈິກນີ້, ຂະບວນລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທຂະບວນທໍາອິດຂອງຈີນໄດ້ອອກເດີນທາງຈາກທ່າບົກທາງລົດໄຟສາກົນເສີງຕູ່ມຸ່ງໜ້າສູ່ປະເທດໄທ. ຜ່ານການຂົນສົ່ງທາງລົດໄຟໃນຕະຫຼອດໄລຍະທາງ, ເຮັດໃຫ້ 3 ປະເທດຈີນ-ລາວ-ໄທໄດ້ບັນລຸການເຊື່ອມຈອດກັນຢ່າງລາບລື້ນ ພ້ອມທັງໄດ້ເປີດກວ້າງຂອບເຂດບໍລິການຂອງທາງລົດໄຟຈີນ-ລາວຕື່ມອີກ. ໃນໄລຍະຕໍ່ໜ້າ, ການຂົນສົ່ງສິນຄ້າທາງລົດໄຟຈາກນະຄອນເສີງຕູ່ປະເທດຈີນຫາປະເທດໄທຈະສາມາດໄປເຖິງຈຸດໝາຍປາຍທາງໂດຍກົງໃຊ້ເວລາພຽງແຕ່ 5 ວັນເທົ່ານັ້ນ.



   ແຕກຕ່າງຈາກຮູບແບບຂົນສົ່ງໂດຍແບ່ງເປັນຕອນໃນໄລຍະຜ່ານມາ, ຂະບວນລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທ ໄລຍະທາງຂາໄປ ແລະ ຂາກັບລ້ວນແຕ່ມີພາກສ່ວນດໍາເນີນງານຂອງຂະບວນລົດໄຟສາກົນນະຄອນເສີງຕູ່ຮັບຜິດຊອບຕະຫຼອດໄລຍະທາງ ເຊິ່ງບໍລິສັດທີ່ຢາກໃຊ້ບໍລິການຈອງພື້ນທີ່ຂົນສົ່ງ ຜ່ານພາກສ່ວນດັ່ງກ່າວນີ້, ຈະສາມາດນໍາໃຊ້ການບໍລິການແບບ “ມອບສິດເທື່ອດຽວ, ກໍານົດພື້ນທີ່ຈັດສົ່ງ, ເລີ່ມແຕ່ສະຖານທີ່ຈັດສົ່ງຮອດຈຸດໝາຍປາຍທາງໃຊ້ໃບສັ່ງສິນຄ້າພຽງແຕ່ໃບດຽວ ແລະ ຊໍາລະເງິນດ້ວຍໃບບິນໃບດຽວ”. ສິ່ງນີ້ບໍ່ພຽງແຕ່ສາມາດຫຼຸດເວລາການຂົນສົ່ງໃຫ້ໜ້ອຍລົງຢ່າງຫຼວງຫຼາຍເທົ່ານັ້ນ, ແຕ່ຍັງສາມາດຫຼຸດຜ່ອນຕົ້ນທຶນການຂົນສົ່ງໄດ້ຫຼາຍກວ່າ 20% ນໍາອີກ.