ພົບກັບທ່ານສີຈິ້ນຜິງ / ຍິນດີຕ້ອນຮັບໄປທ່ຽວຊົມປະເທດຈີນ

2023-11-19 08:07:28 CRI


    ປີ 2015, ໃນໄລຍະທີ່ທ່ານສີຈິ້ນຜິງປະທານປະເທດຈີນ ຢ້ຽມຢາມອາເມຣິກາ, ເພິ່ນໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມລິນຄອນ ເຊິ່ງເປັນໂຮງຮຽນສາມັນແຫ່ງໜຶ່ງຕັ້ງຢູ່ນະຄອນທາໂຄມາລັດວໍຊິງຕັນ. ທ່ານສີຈິ້ນຜິງ ກັບຄູ ແລະ ນັກຮຽນຂອງໂຮງຮຽນມັດທະຍົມລິນຄອນໄດ້ແລກປ່ຽນຂອງຂວັນກັນ, ທ່ານຍັງໄດ້ເຊີນຄູ ແລະ ນັກຮຽນຈຳນວນ 100 ຄົນຂອງໂຮງຮຽນມັດທະຍົມລິນຄອນໄປເປັນແຂກຢ້ຽມຢາມຈີນໃນປີຕໍ່ມາ. ຄູ ແລະ ນັກຮຽນ ຂອງໂຮງຮຽນມັດທະຍົມລິນຄອນເຫັນວ່າ: ທ່ານປະທານສີຈິ້ນຜິງມີຄວາມເປັນມິດ ແລະ ຮັກແຂກແພງຄົນ, ເປັນຄົນທີ່ເປັນກັນເອງ, ພ້ອມທັງເປັນຜູ້ນຳທີ່ເຮັດໃຫ້ຄົນປະທັບໃຈຫຼາຍ.