ພາກພື້ນອາຊີ-ປາຊີຟິກຈະເດີນໄປທາງໃດໃນ 30 ປີຂ້າງໜ້າ

2023-11-19 15:37:53 cri

ປີນີ້ແມ່ນປີຈັດກອງປະຊຸມສົນທະນາບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມມືເສດຖະກິດພາກພື້ນອາຊີ-ປາຊີຟິກ ຫຼື ອາເປັກ ຄັ້ງທຳອິດຄົບຮອບ 30 ປີ. ຄົນທັງຫຼາຍລ້ວນແຕ່ຄິດວ່າ ຈະສ້າງພາກພື້ນອາຊີ-ປາຊີຟິກເປັນຄືແນວໃດເມື່ອຮອດກາງສັດຕະວັດນີ້? ເຮັດແນວໃດເພື່ອສ້າງ “ໄລຍະຄຳຂອງການພັດທະນາ 30 ປີ” ຮອບໜ້າຂອງພາກພື້ນອາຊີ-ປາຊີຟິກ? ວັນທີ 17 ພະຈິກນີ້, ໃນກອງປະຊຸມສົນທະນາບໍ່ເປັນທາງການຂອງຜູ້ນຳອົງການອາເປັກຄັ້ງທີ 30, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮຽກຮ້ອງໃຫ້ຮ່ວມກັນຊຸກຍູ້ການເຕີໂຕຢ່າງມີຄຸນນະພາບສູງຂອງພາກພື້ນອາຊີ-ອາຊີຟິກ ທັງໃຫ້ຄຳໝັ້ນສັນຍາວ່າ: ຈີນຈະສະໜອງໂອກາດໃໝ່ໃຫ້ແກ່ການຊຸກຍູ້ການບັນລຸຄວາມທັນສະໄໝຂອງປະເທດຕ່າງໆໃນໂລກ ດ້ວຍຄວາມທັນສະໄໝແບບຈີນ ເຊິ່ງເປັນການໃຫ້ຄຳຕອບແບບຈີນແກ່ໂລກ.

ວົງການພາຍນອກໄດ້ສົນໃຈວ່າ ໃນໄລຍະຈັດກອງປະຊຸມອາເປັກຄັ້ງນີ້, ກອງປະຊຸມລະດັບລັດຖະມົນຕີຂອງອັນທີ່ເອີ້ນວ່າ “ຂອບເສດຖະກິດອິນໂດ-ປາຊີຟິກ” ຫຼື IPEF ກໍໄດ້ຈັດຂຶ້ນຢູ່ຊານຟຣັນຊີສໂກເຊັ່ນກັນ, ແຕ່ວ່າກອງປະຊຸມຄັ້ງນີ້ບໍ່ໄດ້ບັນລຸສັນຍາໃດໆ ກ່ຽວກັບການຄ້າ ເຊິ່ງເປັນຫົວຂໍ້ທີ່ສຳຄັນທີ່ສຸດຂອງກອງປະຊຸມ, ນີ້ໄດ້ສະແດງໃຫ້ເຫັນວ່າ ຖ້າຢາກໃຊ້ “ອິນໂດ-ປາຊີຟິກ” ເຂົ້າແທນ “ອາຊີ-ປາຊີຟິກ” ແລະ ສ້າງກຸ່ມກ້ອນໃນວົງແຄບ ຈະບໍ່ສອດຄ່ອງກັບກະແສໂລກາພິວັດ ທັງບໍ່ສອດຄ່ອງກັບຈິດໃຈລັດທິຫຼາຍຝ່າຍທີ່ເປີດປະຕູສູ່ພາຍນອກ, ສະນັ້ນຍັງຕ້ອງກັບຄືນຊ່ອງທາງອາເປັກທີ່ເປັນ “ຊ່ອງທາງຫຼັກ”.

 

ໃນໄລຍະດົນນານມານີ້, ຈີນມີອຸດົມການແຕ່ຫົວທີເພື່ອຊຸກຍູ້ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກມາໂດຍຕະຫຼອດ, ບໍ່ພຽງແຕ່ໄດ້ຊີ້ທິດເຍືອງທາງເທົ່ານັ້ນ, ຍັງມີການປະຕິບັດຕົວຈິງອີກດ້ວຍ. ໃນ 30 ປີຄຳຮອບໜ້າ, ຈີນຈະສຸມໃສ່ຊຸກຍູ້ຄວາມທັນສະໄໝແບບຈີນ, ຈະສືບຕໍ່ຊຸກຍູ້ການເຕີບໂຕຢ່າງມີຄຸນນະພາບສູງຂອງພາກພື້ນອາຊີ-ອາຊີຟິກ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວິໄສທັດປູຕຣາຈາຢາປີ 2040 ເພື່ອເພີ່ມພະລັງຂັບເຄື່ອນໃຫ້ແກ່ຄວາມທັນສະໄໝຂອງໂລກ. ຈາກປະຫວັດສາດມາເຖິງປັດຈຸບັນ ແລະ ໄປສູ່ອະນາຄົດ, ພາກພື້ນອາຊີ-ປາຊີຟິກຄວນເປັນເວທີພັດທະນາທີ່ຊ່ວຍຊູຍູ້ໜູນກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍ.