ເຮັດໃຫ້ “ວິໄສທັດຊານຟຣານຊີສໂກ” ບັນລຸຄວາມເປັນຈິງ

2023-11-19 15:39:31 cri

ສວນນິຄົມໃຫຍ່ຟີໂລລີທີ່ໃກ້ກັບນະຄອນຊານຟຣານຊີສໂກຂອງອາເມຣິກາຂຶ້ນຊື່ລືນາມຍ້ອນມີທິວທັດທຳມະຊາດທີ່ສວຍງາມ. ວັນທີ 15 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ພົບປະກັນຢູ່ທີ່ນີ້ເປັນເວລາເກືອບ 4 ຊົ່ວໂມງ ແລະ ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນ 20 ກວ່າລາຍການໃນຂົງເຂດຕ່າງໆ ເຊັ່ນ: ການເມືອງ, ການຕ່າງປະເທດ, ການແລກປ່ຽນດ້ານວັດທະນະທຳ, ການບໍລິຫານທົ່ວໂລກ, ຄວາມໝັ້ນຄົງດ້ານການທະຫານ ແລະອື່ນໆ ເຊິ່ງໄດ້ກາຍເປັນ “ວິໄສທັດຊານຟຣານຊີສໂກ” ທີ່ອວ່າຍໜ້າສູ່ອະນາຄົດ ແລະ ໄດ້ຊີ້ທິດເຍືອງທາງໃຫ້ແກ່ການປັບປຸງ ແລະ ຂະຫຍາຍການພົວພັນຈີນ-ອາເມຣິກາ ພ້ອມທັງໄດ້ເພີ່ມຄວາມແນ່ນອນ ແລະ ຄວາມໝັ້ນຄົງໃຫ້ແກ່ໂລກທີ່ເຕັມໄປດ້ວຍຄວາມປັ່ນປ່ວນ ແລະ ການປ່ຽນແປງ. ບໍລິສັດກະຈາຍສຽງອັງກິດ ຫຼື ບີບີຊີເຫັນວ່າ, “ການພົບປະລະຫວ່າງປະມຸກລັດສອງປະເທດຈີນ-ອາເມຣິກາໃນຄັ້ງນີ້ໄດ້ມີຄວາມຄືບໜ້າໃນຫຼາຍດ້ານ.”


ນີ້ແມ່ນທ່ານປະທານສີຈິ້ນຜິງຢ້ຽມຢາມອາເມຣິກາເປັນຄັ້ງທີ 2 ໃນຮອບ 6 ປີ ແລະ ກໍແມ່ນປະມຸກລັດຈີນ ແລະ ອາເມຣິກາພົບປະກັນແບບເຊີ້ງໜ້າອີກຄັ້ງໜຶ່ງໃນຮອບ 1 ປີ. ດ້ວຍຄວາມພະຍາຍາມຮ່ວມຂອງສອງຝ່າຍ, ຈີນ ແລະ ອາເມຣິກາໄດ້ສ້າງເງື່ອນໄຂ “ກັບຄືນເກາະບາຫຼີ ແລະ ໄປສູ່ຊານຟຣານຊີສໂກ”. ບໍ່ວ່າການເລືອກສະຖານທີ່ພົບປະ ຫຼື ການປູຜ້າພົມແດງໃນສະຖານທີ່ພົບປະ ຫຼືວ່າປະມຸກລັດສອງປະເທດຍ່າງຮຽງກັນ, ລ້ວນແຕ່ສະແດງໃຫ້ເຫັນວ່າ ຝ່າຍອາເມຣິກາໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພົບປະຄັ້ງນີ້.

ມື້ນີ້, ຊານຟຣານຊີສໂກຄວນກາຍເປັນຈຸດເລີ່ມຕົ້ນໃໝ່ຂອງການພົວພັນຈີນ-ອາເມຣິກາ. ຫວັງວ່າ ຝ່າຍອາເມຣິກາຈະຖອດຖອນບົດຮຽນທາງລົບຈາກການກະທຳທີ່ຂັດກັບຈິດໃຈການພົບປະກັນທີ່ເກາະບາຫຼີ, ຢ່າເຮັດຜິດຄືເກົ່າອີກ, ຄວນພະຍາຍາມຮ່ວມກັບຝ່າຍຈີນຢ່າງແທ້ຈິງ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງປະມຸກລັດສອງປະເທດ. ກ້າວເດີນໄປໜ້າອີກຄັ້ງໃໝ່ໂດຍເລີ່ມຈາກຊານຟຣານຊີສໂກ ແລະ ເຮັດໃຫ້ວິໄສທັດບັນລຸຄວາມເປັນຈິງ.