ຈີນມີບົດບາດນັບມື້ນັບຫຼາຍຂຶ້ນໃນການຊຸກຍູ້ສັນຕິພາບໂລກ

2023-11-20 15:18:03 cri

ນັບແຕ່ວັນທີ 1 ພະຈິກເປັນຕົ້ນມາ, ຈີນເປັນປະເທດປະທານໝູນວຽນປະຈຳເດືອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ພາຍໃຕ້ການເປັນປະທານຂອງຈີນ, ວັນທີ 15 ພະຈິກນີ້, ສະພາຄວາມໝັ້ນຄົງໄດ້ຈັດກອງປະຊຸມ ໂດຍໄດ້ຜ່ານມະຕິສະບັບໜຶ່ງທີ່ສຸມໃສ່ຄວາມເອົາໃຈໃສ່ດ້ານມະນຸດສະທຳ ແລະ ເນັ້ນໃສ່ການປົກປ້ອງເດັກນ້ອຍ ກ່ຽວກັບສະຖານະການປາແລັດສະຕິນກັບອິດສະຣາແອນໃນປັດຈຸບັນ ດ້ວຍການລົງຄະແນນສຽງ.


ນີ້ແມ່ນສະພາຄວາມໝັ້ນຄົງໄດ້ຜ່ານມະຕິເປັນຄັ້ງທຳອິດ ພາຍຫຼັງເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ນັບແຕ່ວັນທີ 7 ຕຸລາຜ່ານມາເປັນຕົ້ນມາ ແລະ ກໍແມ່ນມະຕິສະບັບທຳອິດກ່ຽວກັບບັນຫາປາແລັດສະຕິນກັບອິດສະຣາແອນຂອງສະພາຄວາມໝັ້ນຄົງນັບແຕ່ທ້າຍປີ 2016 ເປັນຕົ້ນມາ. ກ່ອນໜ້ານີ້, ສະພາຄວາມໝັ້ນຄົງເຄີຍຈັດກອງປະຊຸມຫຼາຍຄັ້ງກ່ຽວກັບບັນຫາ ປາແລັດສະຕິນກັບອິດສະຣາແອນ, ແຕ່ມີຮ່າງມະຕິ 4 ສະບັບບໍ່ໄດ້ຜ່ານການຮັບຮອງຍ້ອນອາເມຣິກາໄດ້ປ່ອນບັດຢັບຢັ້ງ. ການຜ່ານມະຕິກ່ຽວກັບບັນຫາປາແລັດສະຕິນກັບອິດສະຣາແອນໃນຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ.

ວັນທີ 15 ພະຈິກນີ້, ພໍດີຖືກກັບທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ແລະ ເຂົ້າຮ່ວມກອງປະຊຸມການສົນທະນາບໍ່ເປັນທາງການຂອງຜູ້ນຳອົງການອາເປັກຄັ້ງທີ 30 ຢູ່ນະຄອນຊານຟຣານຊີສໂກຂອງອາເມຣິກາ. ໃນໄລຍະຢ້ຽມຢາມອາເມຣິກາ, ທ່ານສີຈິ້ນຜິງກ່າວວ່າ: ເຖິງວ່າສະຖານະການສາກົນປ່ຽນແປງເລື້ອຍໆກໍຕາມ, ແຕ່ຫົວຂໍ້ຂອງຍຸກສະໄໝ ຄືສັນຕິພາບ ແລະ ການພັດທະນາບໍ່ຄ່ອຍມີການປ່ຽນແປງ. ຄຽງຄູ່ກັບປະເທດຕະຫຼາດຈະເລີນໃໝ່ ແລະ ກຸ່ມປະເທດພວມພັດທະນາເຕີບໃຫຍ່ຂະຫຍາຍຕົວ, ກຳລັງທີ່ຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກກໍໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສຽງຮຽກຮ້ອງ ແລະ ຄວາມປາຖະໜາໃຫ້ເພີ່ມຄວາມສາມັກຄີ ແລະ ປະສານງານກັນ ເພື່ອສະແຫວງຫາການພັດທະນາຮ່ວມກັນ ນັບມື້ນັບສູງຂຶ້ນ. ການໄດ້ຮັບຄວາມຄືບໜ້າເບື້ອງຕົ້ນໃນບັນຫາປາແລັດສະຕິນກັບອິດສະຣາແອນຄັ້ງນີ້ຂອງສະພາຄວາມໝັ້ນຄົງ ກໍໄດ້ພິສູດຈຸດຢືນຂອງທ່ານສີຈິ້ນຜິງທີ່ວ່າ: ປະເທດຕະຫຼາດຈະເລີນໃໝ່ ແລະ ປະເທດພວມພັດທະນາມີບົດບາດນັບມື້ນັບສຳຄັນໃນເວທີສາກົນ ເຊິ່ງຈະສາມາດເພີ່ມພະລັງທາງບວກ ແລະ ຄວາມໝັ້ນຄົງໃຫ້ແກ່ໂລກທີ່ພວມຕົກຢູ່ໃນໄລຍະປັ່ນປ່ວນຄັ້ງໃໝ່.

ໃນໄລຍະທີ່ຈີນເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງ, ພາຍໃຕ້ການສະເໜີຂອງຈີນ, ສະພາຄວາມໝັ້ນຄົງຈະຈັດກອງປະຊຸມອະພິປາຍທົ່ວໄປແບບເປີດກວ້າງພາຍໃຕ້ຫົວຂໍ້ “ພັດທະນາຮ່ວມກັນ ເພື່ອຊຸກຍູ້ສັນຕິພາບທີ່ຍືນຍົງ” ໃນວັນທີ 20 ພະຈິກນີ້ ໂດຍຈະສະເໜີໃຫ້ປະຕິບັດມາດຕະການທີ່ເຂັ້ມແຂງກວ່າເກົ່າ ເພື່ອຊຸກຍູ້ການຢຸດຍິງຢູ່ເຂດກາຊາ, ໃຫ້ປະຊາຊົນທຳມະດາສາມັນ ແລະ ເດັກນ້ອຍຢູ່ເຂດກາຊາຫ່າງຈາກແປວໄຟສົງຄາມ ແລະ ຊຸກຍູ້ໃຫ້ແກ້ໄຂບັນຫາປາແລັດສະຕິນຢ່າງຮອບດ້ານ, ຍຸດຕິທຳ ແລະ ຖາວອນ.

ຈີນພວມເສີມຂະຫຍາຍບົດບາດຂອງຕົນ ເພື່ອເພີ່ມຄວາມໝັ້ນຄົງ ແລະ ຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ຍຸກສະໄໝທີ່ເກີດມີຄວາມປັ່ນປ່ວນ ດ້ວຍການກະທຳຕົວຈິງ ເຊິ່ງໄດ້ກາຍເປັນກຳລັງນັບມື້ນັບເຂັ້ມແຂງໃນການຊຸກຍູ້ສັນຕິພາບຂອງໂລກ.