ເວທີເປິກສາຫາລືເຈົ້າເມືອງຈີນ-ອາຊຽນຈັດຂຶ້ນຢູ່ນະຄອນກຸ້ຍລິນປະເທດຈີນ

2023-11-20 14:10:55 cri

ວັນທີ 19 ພະຈິກນີ້, ເວທີເປິກສາຫາລືເຈົ້າຄອງເມືອງຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນກຸ້ຍລິນ ເຂດກວາງຊີປະເທດຈີນ ໂດຍສຸມໃສ່ຫົວຂໍ້: “ຮ່ວມກັນສ້າງສາບ້ານເມືອງ, ຮ່ວມກັນຊຸກຍູ້ຄວາມຈະເລີນຮຸ່ງເຮືອງ, ຊ່ວຍກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າຜ່ານການຮ່ວມມືລະຫວ່າງຕົວເມືອງດ້ວຍຄຸນນະພາບສູງ”. ເວທີເປິກສາຫາລືຄັ້ງນີ້ໄດ້ດຳເນີນການແລກປ່ຽນ ແລະ ການເປິກສາຫາລືຜ່ານຫຼາຍຊ່ອງທາງ, ຫຼາຍລະດັບ ແລະ ຫຼາຍຂົງເຂດລະຫວ່າງເຈົ້າເມືອງກັບເຈົ້າເມືອງ, ເຈົ້າເມືອງກັບນັກວິຊາການ, ເຈົ້າເມືອງກັບນັກທຸລະກິດ ແລະ ອື່ນໆ, ຮ່ວມກັນເປິກສາຫາລືກ່ຽວກັບແຜນການພັດທະນາແບບຍືນຍົງຂອງຕົວເມືອງ.