ຈາກຊີອັດໂຕຮອດຊານຟຣານຊີສໂກ ສາຍຜູກພັນມິດຕະພາບທີ່ບໍ່ປ່ຽນແປງ

2023-11-20 10:53:59 cri





ຕອນຄ່ຳວັນທີ15ພະຈິກ2023, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນງານລ້ຽງຕ້ອນຮັບທີ່ຈັດຂຶ້ນໂດຍອົງການຈັດຕັ້ງມິດຕະພາບຕ່າງໆຂອງອາເມຣິກາຢູ່ຊານຟຣານຊີສໂກ.

 

ເມື່ອມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຊານຟຣານຊີສໂກປະເທດອາເມຣິກາເພື່ອເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາແລະກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPECຄັ້ງທີ30ຕາມຄຳເຊີນ, ໃນໄລຍະຢ້ຽມຢາມ, ເພິ່ນໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ຈັດຂຶ້ນໂດຍອົງການຈັດຕັ້ງມິດຕະພາບຂອງອາເມຣິກາໂດຍບັນຍາຍບາງທັດສະນະກ່ຽວກັບການພົວພັນຈີນ-ອາເມຣິກາກໍຄືມິດຕະພາບຈີນ-ອາເມຣິກາ.

 

  ເມື່ອ8ປີກ່ອນ, ຢູ່ນະຄອນຊີອັດໂຕ ອາເມຣິກາ, ໃນເວລາເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ອົງການປົກຄອງລັດວໍຊິງຕັນແລະອົງການຈັດຕັ້ງມິດຕະພາບຂອງອາເມຣິກາຮ່ວມກັນຈັດຂຶ້ນນັ້ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໂດຍເນື້ອໃນບາງຕອນໄດ້ຍົກເອົາຄຳບູຮານຈີນທີ່ວ່າ “ແສງຕາເວັນແລະແສງຈັນເຖິງຈະບໍ່ຄືກັນ ແຕ່ຫາກຕ່າງເໝາະສົມກັບກາງເວັນແລະກາງຄືນ” ເຊິ່ງໄດ້ບັນຍາຍຢ່າງມີຊີວິດຊີວາກ່ຽວກັບແນວຄັດປັດຊະຍາແຫ່ງການເຕົ້າໂຮມສິ່ງທີ່ຄືກັນແລະແກ້ໄຂສິ່ງທີ່ແຕກຕ່າງກັນ ພ້ອມທັງໄດ້ເນັ້ນໜັກຄວາມສຳຄັນແຫ່ງການບຳລຸງສ້າງມິດຕະພາບລະຫວ່າງປະຊາຊົນຢ່າງກວ້າງຂວາງ.

 

ຫຼັງຈາກນັ້ນ8ປີ, ຢູ່ຊານຟຣານຊີສໂກ ອີກຕົວເມືອງໜຶ່ງຂອງອາເມຣິກາ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນງານລ້ຽງຕ້ອນຮັບທີ່ຈັດຂຶ້ນໂດຍອົງການຈັດຕັ້ງມິດຕະພາບຕ່າງໆຂອງອາເມຣິກາ ໂດຍໄດ້ຫວນຄືນປະຫວັດຄວາມເປັນມາ100ປີແຫ່ງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດຈີນ-ອາເມຣິກາ, ຝາກຄວາມຫວັງໄວ້ວ່າ ຕົ້ນໄມ້ມິດຕະພາບປະຊາຊົນຍ່ອມຈະສາມາດຜ່ານຜ່າຟ້າຝົນລົມແຮງໄດ້ຢ່າງແນ່ນອນ.

 

ຈາກຊີອັດໂຕຮອດຊານຟຣານຊີສໂກ, ບໍ່ວ່າສະຖານະການຈະຜັນແປໄປຄືແນວໃດກໍຕາມ, ບາງສິ່ງບາງຢ່າງທີ່ມີຄຸນຄ່າທີ່ສຸດໂດຍໄດ້ຜ່ານຜ່າຟ້າຝົນລົມແຮງແຫ່ງປະຫວັດສາດຈົນສາມາດຄົງຕົວມາເຖິງປັດຈຸບັນແມ່ນບໍ່ໄດ້ປ່ຽນແປງ ແລະຈະບໍ່ປ່ຽນແປງ.

 

ຕອນຄ່ຳວັນທີ15ພະຈິກ2023, ໃນເວລາກ່າວຄຳປາໄສຢູ່ຊານຟຣານຊີສໂກ, ທ່ານສີຈິ້ນຜິງໄດ້ນຳໃຊ້ຄຳວ່າ “3ບໍ່ປ່ຽນແປງ” ເພື່ອເພີ່ມຄວາມໝັ້ນໃຈແລະແຮງຂັບເຄື່ອນໃຫ້ແກ່ການສືບສານມິດຕະພາບຈີນ-ອາເມຣິກາແລະເສີມຂະຫຍາຍສາຍພົວພັນຈີນ-ອາເມຣິກາຄື:

 

“ຄວາມສົມເຫດສົມຜົນດ້ານປະຫວັດສາດທີ່ຈີນ-ອາເມຣິກາຢູ່ຮ່ວມກັນໂດຍສັນຕິຈະບໍ່ປ່ຽນແປງ”, “ຄວາມປາດຖະໜາພື້ນຖານຂອງປະຊາຊົນສອງຊາດທີ່ຫວັງຢາກແລກປ່ຽນການຮ່ວມມືກັນນັ້ນຈະບໍ່ປ່ຽນແປງ”, “ຄວາມຄອງຄອຍໂດຍທົ່ວໄປຂອງປະຊາຊົນໂລກທີ່ມີຕໍ່ການພັດທະນາຢ່າງໝັ້ນທ່ຽງຂອງການພົວພັນຈີນ-ອາເມຣິການັ້ນຈະບໍ່ປ່ຽນແປງ”.

 



ຕອນຄ່ຳວັນທີ15ພະຈິກ2023, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນງານລ້ຽງຕ້ອນຮັບທີ່ຈັດຂຶ້ນໂດຍອົງການຈັດຕັ້ງມິດຕະພາບຕ່າງໆຂອງອາເມຣິກາຢູ່ຊານຟຣານຊີສໂກ, ບຸກຄົນທີ່ເຂົ້າຮ່ວມງານໄດ້ຕັ້ງໃຈຮັບຟັງຄຳປາໄສຂອງທ່ານສີຈິ້ນຜິງ.



“ພວກເຮົາມີຂອງຂວັນນ້ອຍໆອັນໜຶ່ງສຳລັບທ່ານ.” ກ່ອນງານລ້ຽງຈັດຂຶ້ນ, ທ່ານຄາວິນ ນີວຊຳ ເຈົ້າຄອງລັດຄາລີຟໍເນຍ ອາເມຣິກາໄດ້ມອບເສື້ອກິລາບານ ບ້ວງທີມGolden State Warriorsຜືນໜຶ່ງໃຫ້ທ່ານສີຈິ້ນຜິງເພື່ອເປັນຂອງຂວັນ.

 

ທ່ານສີຈິ້ນຜິງເວົ້າດ້ວຍໃບໜ້າຍີ້ມແຍ້ມແຈ່ມໃສວ່າ: “ເມື່ອນຸ່ງເສື້ອຜືນນີ້ແລ້ວ ຂ້າພະເຈົ້າກໍຈະເກັ່ງກ້າຄືແນວນັ້ນບໍ່?”

 

ເມື່ອທ່ານສີຈິ້ນຜິງເວົ້າສຸດ,ຢູ່ໃນຫ້ອງຮັບແຂກມີສຽງຫົວແລະສຽງຕົບມືດັງຂຶ້ນທັນທີ. ສ່ວນບັນຍາກາດທີ່ມ່ວນຊື່ນແລະອົບອຸ່ນທ່າມກາງການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນ-ອາເມຣິກາແບບນີ້, ທ່ານສີຈິ້ນພິງແມ່ນມີປະສົບການຕົວຈິງມາຫຼາຍຄັ້ງແລ້ວ.

 

ໃນເວລາກ່າວຄຳປາໄສໃນງານລ້ຽງຕ້ອນຮັບຢູ່ຊານຟຣານຊີສໂກເທື່ອນີ້, ທ່ານສີຈິ້ນຜິງໄດ້ເລົ່າສູ່ຟັງວ່າ: “ປີ1985, ຂ້າພະເຈົ້າຢ້ຽມຢາມອາເມຣິກາເທື່ອທຳອິດແມ່ນເຂົ້າເມືອງອາເມຣິກາຈາກຊານຟຣານຊີສໂກ, ຄວາມປະທັບໃຈທຳອິດກ່ຽວກັບອາເມຣິກາຂອງຂ້າພະເຈົ້າແມ່ນມາຈາກຊານຟຣານຊີສໂກ, ຈົນມາເຖິງທຸກມື້ນີ້ ຂ້າພະເຈົ້າຍັງຮັກສາຮູບຖ່າຍຮ່ວມກັບຂົວປະຕູຄຳໃນຕອນນັ້ນໃບໜຶ່ງ.”, “ນີ້ຄືເທື່ອທຳອິດທີ່ຂ້າພະເຈົ້າພົວພັນກັບປະຊາຊົນອາເມຣິກາແບບເຊີ່ງໜ້າ ທັງເປັນປະສົບການທີ່ຫຼົງລືມໄດ້ຍາກຕອນທີ່ດຳລົງຊີວິດຮ່ວມກັນກັບປະຊາຊົນອາເມຣິກາ. ເວົ້າສຳລັບຂ້າພະເຈົ້າແລ້ວ, ເຂົາເຈົ້າກໍແມ່ນອາເມຣິກາ, ຂ້າພະເຈົ້າຍັງສັງເກດເຫັນວ່າ ເຖິງວ່າສອງປະເທດມີວັດທະນະທຳປະຫວັດສາດ,ລະບອບສັງຄົມແລະເສັ້ນທາງການພັດທະນາທີ່ແຕກຕ່າງກັນກໍຕາມ,ແຕ່ປະຊາຊົນສອງຊາດລ້ວນແຕ່ມີຄວາມເມດຕາປານີ, ເປັນມິດ, ດຸໝັ່ນ,ຕິດແທດຕົວຈິງ, ລ້ວນແຕ່ຮັກປະເທດຊາດ,ຮັກຄອບຄົວ,ຮັກຊີວິດ, ຕ່າງກໍມີຄວາມຮູ້ສຶກທີ່ດີແລະຄວາມສົນໃຈຕໍ່ກັນ.”

 

ປີນີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ຕ້ອນຮັບເພື່ອນມິດອາເມຣິກາຫຼາຍທ່ານເຊັ່ນ ທ່ານແຮນຣີ ກີຊີງເກີ ອະດີດລັດຖະມົນຕີການຕ່າງປະເທດອາເມຣິກາ, ທ່ານບິວເກດ ປະທານຮ່ວມມູນນິທິບິວແລະເມຣິນດາ ເກດ ອາເມຣິກາ, ທ່ານຊູເມີ ພ້ອມສະມາຊິກສະພາສູງອາເມຣິກາຫຼາຍທ່ານ ແລະຍັງມີທ່ານຄາວິນ ນີວຊຳ ເຈົ້າຄອງລັດຄາລີຟໍເນຍ ອາເມຣິກາຕື່ມອີກ. ທ່ານສີຈິ້ນຜິງໄດ້ກ່າວເຖິງທັດສະນະກ່ຽວກັບການຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ຂະຫາຍາຍຕົວຄື: “ພື້ນຖານການພົວພັນຈີນ-ອາເມຣິກາແມ່ນຢູ່ນຳປະຊາຊົນ,ຄວາມຫວັງແມ່ນຢູ່ນຳປະຊາຊົນ, ອະນາຄົດແມ່ນຢູ່ນຳຊາວໜຸ່ມແລະພະລັງຊີວິດຊີວາແມ່ນຢູ່ນຳທ້ອງຖິ່ນ.”

 



ກ່ອນງານລ້ຽງຕ້ອນຮັບຈະເລີ່ມຂຶ້ນ, ທ່ານສີຈິ້ນຜິງໄດ້ພົບໜ້າກັບບັນດາເພື່ອນມິດເກົ່າແລະໄດ້ຖ່າຍຮູບຮ່ວມກັບເຂົາເຈົ້າ.

ກ່ອນງານລ້ຽງຕ້ອນຮັບຈະເລີ່ມຂຶ້ນ, ທ່ານສີຈິ້ນຜິງໄດ້ພົບໜ້າກັບບັນດາເພື່ອນມິດເກົ່າ,ໃນນັ້ນມີ ນັກຮົບເກົ່າຂອງກອງທະຫານອາກາດອາສາສະໝັກອາເມຣິກາຫຼື Flying Tigers (ກຳລັງເສືອບິນ)ເຊິ່ງເຄີຍໄດ້ຊ່ວຍເຫຼືອປະຊາຊົນຈີນຕໍ່ຕ້ານຟາຊິດຍີ່ປຸ່ນໃນສະໄໝສົງຄາມໂລກຄັ້ງທີ2, ຄົນຮຸ່ນຫຼັງຂອງນາຍພົນ ສະຕິນແວວ,  “ເພື່ອນມິດກູຫຼິງ” ເຊິ່ງເປັນເພື່ອນມິດຊາວອາເມຣິກາທີ່ມີສາຍຜູກພັນກັບກູຫຼິງແຂວງຟູຈ້ຽນຈີນ, ເພື່ອນມິດຈາກລັດໄອໂອວາແລະລັດວໍຊິງຕັນ.



ປີ1985, ທ່ານສີຈິ້ນຜິງ ເລຂາຄະນະພັກເມືອງເຈີ້ງຕີ້ງແຂວງເຫີເປີຍໃນເວລານັ້ນໄດ້ນຳພາຄະນະຜູ້ແທນໄປຢ້ຽມຢາມອາເມຣິກາ, ເພິ່ນຖ່າຍຮູບຮ່ວມກັບຂົວປະຕູຄຳທີ່ຊານຟຣານຊີສໂກ.

 

ເມື່ອເພື່ອນມິດເຫຼົ່ານີ້ຍ່າງເຂົ້າສູ່ຫ້ອງຮັບແຂກ, ທ່ານສີຈິ້ນຜິງໄດ້ຍີ້ມໃຫ້ເຂົາເຈົ້າເພື່ອເປັນການທັກຖາຍ. ຜູ້ທີ່ຍ່າງຢູ່ທາງໜ້າໝູ່ແມ່ນ ທ່ານນາງ ຊາຣາ ລານດີ ທີ່ເດີນທາງໄກມາຈາກເມືອງມັສຄາຕິນ ລັດໄອໂອວາ ເພື່ອມາເຂົ້າຮ່ວມງານເປັນການສະເພາະ. ປີ1985, ທ່ານສີຈິ້ນຜິງ ເລຂາຄະນະພັກເມືອງເຈີ້ງຕີ້ງແຂວງເຫີເປີຍໃນເວລານັ້ນໄດ້ນຳພາຄະນະຜູ້ແທນໄປຢ້ຽມຢາມເມືອງມັສຄາຕິນ, ທ່ານນາງ ລານດີເປັນຜູ້ຮັບຜິດຊອບວຽກງານຕ້ອນຮັບ. ປີ2012, ທ່ານສີຈິ້ນຜິງ ຮອງປະທານປະເທດຈີນໃນເວລານັ້ນໄດ້ເດີນທາງໄປຢ້ຽມຢາມເມືອງມັສຄາຕິນອີກຄັ້ງໜຶ່ງ, ໂດຍໄດ້ໄປຢ້ຽມຢາມທ່ານນາງລານດີພ້ອມດ້ວຍເພື່ອນມິດເກົ່າທັງຫຼາຍ. ສ່ວນໃນງານລ້ຽງຄັ້ງນີ້, ພວກເພິ່ນໄດ້ພົບໜ້າກັນຄືນອີກ, ທ່ານສີຈິ້ນຜິງຄ່ອຍໆຈັບແຂນຂອງທ່ານນາງລານດີ ພ້ອມທັງໂອ້ລົມເລື່ອງລາວຊີວິດປະຈຳວັນແລະມິດຕະພາບແບບສະໜິດສະໜົມ.

 



ວັນທີ15ກຸມພາ2012, ທ່ານສີຈິ້ນຜິງໄປຢ້ຽມຢາມທ່ານນາງລານດີຢູ່ໃນເຮືອນຂອງທ່ານນາງພ້ອມໂອ້ລົມສົນທະນາກັບເພື່ອນມິດເກົ່າທັງຫຼາຍ.

ທ່ານນາງລານດີກ່າວວ່າ: “ມິດຕະພາບຜ່ານເວລາເຫີງນານນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ມິດຕະພາບລະຫວ່າງທ່ານປະທານສີຈິ້ນຜິງກັບເມືອງມັສຄາຕິນແລະລັດໄອໂອວາແມ່ນໄດ້ຂ້າມຜ່ານການເວລາ, ສ່ວນການເວລາໄດ້ເປັນສັກຂີພິຍານໃຫ້ກັບຂະບວນການທີ່ທ່ານປະທານສີຈິ້ນຜິງກັບພວກເຮົາຫັນຈາກເພື່ອນມິດທຳມະດາກາຍມາເປັນເພື່ອນມິດທີ່ສະໜິດສະໜົມ.”

 

ມະຫາສະໝຸດປາຊີຟິກອັນກວ້າງໃຫຍ່ໄພສານແມ່ນບໍ່ສາມາດກີດກັ້ນຄວາມປາດຖະໜາແລະຄວາມກະຕື້ລືລົ້ນແຫ່ງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດຈີນ-ອາເມຣິກາໄດ້.

 



ວັນທີ29ຕຸລາ2023, ທ່ານໂມເຢ ນັກຮົບເກົ່າກຳລັງເສືອບິນພ້ອມຄະນະໄດ້ຖ່າຍຮູບຮ່ວມຢູ່ແຫຼ່ງທ່ອງທ່ຽວກຳແພງເມືອງຈີນຕອນປ່າຕາຫຼິ້ງທີ່ນະຄອນຫຼວງປັກກິ່ງ

ເມື່ອມໍ່ໆມານີ້, ທ່ານຮາຣີ ໂມເຢ  ອາຍຸ 103ປີ ແລະທ່ານເມນວິນ ແມັກມາເລນ ອາຍຸ98ປີ  ທີ່ເປັນນັກຮົບເກົ່າກຳລັງເສືອບິນໄດ້ເດີນທາງໄປຈີນແລ້ວໄດ້ຂຶ້ນກຳແພງເມືອງຈີນ. ໃນນັ້ນ, ທ່ານໂມເຢໄດ້ອະຖິຖານໂດຍຂໍໃຫ້ໂລກມີສັນຕິພາບແລະມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາຈົ່ງໝັ້ນຍືນ.

 

ທ່ານໂມເຢກ່າວວ່າ: “ຂ້າພະເຈົ້າຮັກຈີນຢ່າງເລິກເຊິ່ງມາໂດຍຕະຫຼອດ, ເມື່ອຂ້າພະເຈົ້າຢຽບດິນແດນຈີນຜືນນີ້, ໄດ້ສຳຜັດກັບປະຊາຊົນຈີນ,ຂ້າພະເຈົ້າກໍຢາກຢູ່ຕໍ່ເລີຍ, ຄວາມຮູ້ສຶກແບບນີ້ໄດ້ໄຫຼເຂົ້າມາໃນໃຈຂ້າພະເຈົ້າໂດຍກົງເລີຍ”, ທ່ານໂມເຢຍັງໃຫ້ຮູ້ຕື່ມວ່າ: “ຕອນນັ້ນ ຂ້າພະເຈົ້າເປັນນັກບິນຂັບຍົນສູ້ຮົບ P—40, ຂ້າພະເຈົ້າໄດ້ເລືອກໄປຈີນ ເພາະຂ້າພະເຈົ້າຮູ້ວ່າ ປະຊາຊົນຈີນຍັງຄົງຖືກກອງທັບຟາຊິດຍີ່ປຸ່ນຖິ້ມລະເບີດໃສ່ຢູ່ ພວມປະສົບໄພພິບັດຄືກັນກັບປະຊາຊົນອາເມຣິກາ.” ທ່ານໂມເຢເຊື່ອໝັ້ນຢູ່ຕະຫຼອດວ່າ ນີ້ຄື “ທາງເລືອກທີ່ຖືກຕ້ອງ”.

 

“ເຮັດສິ່ງທີ່ຖືກຕ້ອງ, ກາລະໂອກາດໃດກໍເປັນກາລະໂອກາດທີ່ດີ.” ໃນເວລາກ່າວຄຳປາໄສຢູ່ຊີອັດໂຕເມື່ອປີ2015, ທ່ານສີຈິ້ນຜິງໄດ້ຍົກເອົາສຳນວນຄວາມນີ້ຂອງທ່ານມາຕິນລູເຊີຄິງ (Martin Luther King)ນັກເຄື່ອນໄຫວສັງຄົມທີ່ມີຊື່ສຽງຂອງອາເມຣິກາມາກ່າວຢູ່ໃນບົດປາໄສຄັ້ງນັ້ນ.

 

ສ່ວນເວົ້າສຳລັບສອງປະເທດຈີນ-ອາເມຣິກາແລ້ວ, ສິ່ງທີ່ຖືກຕ້ອງແນ່ນອນທີ່ສຸດຕ້ອງແມ່ນການໄປມາຫາສູ່ກັນດ້ວຍດີ.

 

ໃນຖານະເປັນການພົວພັນສອງຝ່າຍສຳຄັນທີ່ສຸດຢູ່ໃນໂລກ, ຈີນ-ອາເມຣິກາຈະໄປມາຫາສູ່ກັນຄືແນວໃດ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຫຼາຍເທື່ອແລ້ວວ່າ: ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິແລະຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ໃນເວລາກ່າວຄຳປາໄສຢູ່ງານລ້ຽງຕ້ອນຮັບທີ່ຊານຟຣານຊີສໂກ, ທ່ານສີຈິ້ນຜິງໄດ້ບັນຍາຍຢ່າງເລິກເຊິ່ງອີກຄັ້ງໜຶ່ງກ່ຽວກັບລັກສະນະທາດແທ້ແລະເນື້ອໃນຄວາມໝາຍຂອງຄວາມທັນສະໄໝແບບຈີນພ້ອມດ້ວຍອະນາຄົດແຫ່ງການພັດທະນາແລະເຈດຈຳນົງທາງຍຸດທະສາດຂອງຈີນ. ເພິ່ນກ່າວວ່າ: “ສິ່ງທີ່ຈີນສະແຫວງຫານັ້ນບໍ່ແມ່ນຄວາມທັນສະໄໝແບບເຫັນແກ່ຜົນປະໂຫຍດສ່ວນຕົວເທົ່ານັ້ນ,ແຕ່ຫາກຍິນດີຮ່ວມກັບບັນດາປະເທດເພື່ອບັນລຸຄວາມທັນສະໄໝຂອງໂລກທີ່ມີການພັດທະນາໂດຍສັນຕິ, ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ!”

 

ໂລກຕ້ອງການສາຍພົວພັນຈີນ-ອາເມຣິກາທີ່ໝັ້ນທ່ຽງໂດຍລວມ, ສອງປະເທດຈີນ-ອາເມຣິກາຈະສາມາດຢູ່ຮ່ວມກັນຢ່າງຖືກຕ້ອງໄດ້ຫຼືບໍ່ນັ້ນແມ່ນພົວພັນເຖິງອະນາຄົດແລະຊາຕາກຳຂອງມວນມະນຸດ. ໜ່ວຍໂລກທີ່ກວ້າງໃຫຍ່ໄພສານແມ່ນສາມາດຮອງຮັບຈີນແລະອາເມຣິກາຕ່າງຝ່າຍຕ່າງພັດທະນາ ແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນໄດ້.

 

  ພື້ນຖານຂອງການພົວພັນຈີນ-ອາເມຣິກາແມ່ນສ້າງຂຶ້ນໂດຍປະຊາຊົນ, ປະຕູແຫ່ງການພົວພັນຈີນ-ອາເມຣິກາແມ່ນເປີດໂດຍປະຊາຊົນ,ເລື່ອງລາວການພົວພັນຈີນ-ອາເມຣິກາແມ່ນຂຽນໂດຍປະຊາຊົນ,ອະນາຄົດຂອງການພົວພັນຈີນ-ອາເມຣິກາແມ່ນສ້າງຂຶ້ນໂດຍປະຊາຊົນ. ຕົ້ນໄມ້ມິດຕະພາບລະຫວ່າງປະຊາຊົນສອງປະເທດຈີນ-ອາເມຣິກາໄດ້ເຕີບໂຕຂຶ້ນແລ້ວ, ຍ່ອມຈະສາມາດຜ່ານຜ່າຟ້າຝົນລົມແຮງແລະງອກງາມຕະຫຼອດປີໄດ້ຢ່າງແນ່ນອນ.