ທ່ານຫຼີ້ສຽງຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດີໂອຂອງຜູ້ນຳກຸ່ມG20

2023-11-21 17:55:40 cri

 



ວັນທີ21ພະຈິກນີ້ ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານສາທາລະນະລັດອິນເດຍ, ທ່ານຫຼີ້ສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດີໂອຂອງຜູ້ນຳກຸ່ມ20ປະເທດຫຼື G20 ໃນວັນທີ22ພະຈິກນີ້.