ກຳປູເຈຍມີແຜນການຈະກໍ່ສ້າງສະໜາມບິນໃໝ່ 2 ແຫ່ງ ເພື່ອເຊື່ອມຕໍ່ກັບແຫຼ່ງທ່ອງທ່ຽວຢູ່ໃນທົ່ວໂລກ

2023-11-21 15:11:09 cri

 

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສຳນັກງານເລຂາແຫ່ງລັດດ້ານວຽກງານການບິນພົນລະເຮືອນກຳປູເຈຍເປີດເຜີຍໃຫ້ຮູ້ວ່າ: ກຳປູເຈຍພວມກໍ່ສ້າງສະໜາມບິນ 2 ແຫ່ງ, ຂະນະດຽວກັນຍັງມີແຜນການຈະກໍ່ສ້າງສະໜາມບິນໃໝ່ອີກ 2 ແຫ່ງ, ເພື່ອຍົກສູງຄວາມສາມາດດ້ານການບິນພົນລະເຮືອນໃຫ້ເຊື່ອມຕໍ່ກັບບັນດາແຫຼ່ງທ່ອງທ່ຽວຢູ່ກຳປູເຈຍ.

 

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ: ກຳປູເຈຍມີແຜນການຈະກໍ່ສ້າງສະໜາມບິນໃໝ່ 2 ແຫ່ງຢູ່ແຂວງມົນດຸນຄີຣິ ແລະເກາະໂກຣົງຂອງແຂວງໂນໂຣດົມ ສີຫະນຸ, ນີ້ແມ່ນແຜນການກະຕຸ້ນການພັດທະນາການທ່ອງທ່ຽວຂອງລັດຖະບານ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ສະໜາມບິນສາກົນພະນົມເປັນໃໝ່ກຳປູເຈຍ ຫຼືສະໜາມບິນສາກົນເຕໂຈທີ່ພວມກໍ່ສ້າງຢູ່ແມ່ນຮັບເໝົາໂດຍບໍລິສັດຈີນ, ຄາດວ່າຈະສຳເລັດການກໍ່ສ້າງໃນປີ 2024. ສະໜາມບິນອີກແຫ່ງໜຶ່ງທີ່ພວມກໍ່ສ້າງແມ່ນສະໜາມບິນສາກົນດາຣາ ສະເກີຢູ່ແຂວງກອນກົງກຳປູເຈຍ, ໂຄງການນີ້ມີມູນຄ່າກໍ່ສ້າງ 200 ລ້ານໂດລາ, ຮັບເໝົາກໍ່ສ້າງໂດຍບໍລິສັດຈີນ, ມາຮອດປັດຈຸບັນນີ້ແມ່ນເຂົ້າສູ່ຂັ້ນຕອນສຸດທ້າຍແລ້ວ.