ໄລຍະ 10 ເດືອນປີນີ້ຈີນດຶງດູດທຶນຕ່າງປະເທດໄດ້ 987,01 ຕື້ຢວນ

2023-11-21 15:59:10 CRI

 

ອີງຕາມຕົວເລກຫຼ້າສຸດທີ່ກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນຫາເດືອນຕຸລາປີນີ້, ຢູ່ທົ່ວປະເທດຈີນສ້າງຕັ້ງວິສາຫະກິດ ໃໝ່ທີ່ມີການລົງທຶນຂອງຕ່າງປະເທດ 41.947 ແຫ່ງ, ເພີ່ມຂຶ້ນ 32,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ນຳໃຊ້ທຶນຕ່າງປະເທດຕົວຈິງ 987,01 ຕື້ຢວນ, ຫຼຸດລົງ 9,4% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.

 

 ເມື່ອງເບິ່ງຈາກຂະແໜງການ, ອຸດສາຫະກຳການຜະລິດສາມາດດຶງດູດ ການລົງທຶນຂອງຕ່າງປະເທດໄດ້ 283,44 ຕື້ຢວນ, ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂະແໜງການ ບໍລິການສາມາດດຶງດູດທຶນໄດ້ 672,10 ຕື້ຢວນ, ຫຼຸດລົງ 15,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ຂະແໜງການກໍ່ສ້າງ, ໄດ້ເພີ່ມຂຶ້ນ 30,0%ແລະຂົງເຂດບໍລິການດ້ານການຄົ້ນຄວ້າພັດທະນາກັບການອອກແບບບໍລິການເພີ່ມຂຶ້ນ 15,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

 

 ເມື່ອເບິ່ງຈາກແຫຼ່ງລົງທຶນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການລົງທຶນຕົວຈິງຢູ່ຈີນຈາກການາດາເພີ່ມຂຶ້ນ110,3%, ຈາກອັງກິດເພີ່ມຂຶ້ນ 94,6%, ຈາກຝຣັ່ງເພີ່ມຂຶ້ນ 90,0%, ຈາກສະວິສເພີ່ມຂຶ້ນ 66,1% ແລະຈາກໂຮນລັງເພີ່ມຂຶ້ນ 33,0%.