ເຈົ້າໜ້າທີ່ທາງລົດໄຟຫຼາຍປະເທດສະມາຂິກອາຊຽນໄດ້ຮັບການເຝິກອົບຮົມຢູ່ນະຄອນຄຸນໝິງ ເພີ່ມທະວີການຮ່ວມມືສາກົນດ້ານທາງລົດໄຟ

2023-11-21 15:25:46 CRI

 

   ວັນທີ 20 ພະຈິກນີ້, ນັກຂ່າວໄດ້ຮັບຂໍ້ມູນຈາກວິທະຍາໄລເຕັກນິກວິຊາຊີບ ທາງລົດໄຟຄຸນໝິງແຂວງຢູນໜານຈີນວ່າ: ຊຸດເຝິກອົບຮົມເຈົ້າໜ້າທີ່ຄຸ້ມຄອງ ທາງລົດໄຟຄວາມໄວສູງອາຊຽນປີ 2023 ໄດ້ສຳເລັດລົງຢູ່ນະຄອນຄຸນ ໝິງໃນຫວ່າງມໍ່ໆມານີ້. ຊຸດເຝິກອົບຮົມຄັ້ງນີ້ມີເຈົ້າໜ້າທີ່ທາງລົດໄຟ ແລະຜູ້ຮັບຜິດຊອບຂອງສະຖາບັນການສຶກສາຊັ້ນສູງທີ່ມາຈາກ 6 ປະເທດສະມາຊິກອາຊຽນ ຄື: ລາວ, ມຽນມາ, ກຳປູເຈຍ, ໄທ, ຫວຽດນາມແລະ ຟີລິບປີນເຂົ້າຮ່ວມ, ມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືສາກົນດ້ານ ທາງລົດໄຟລະຫວ່າງຈີນ-ປະເທດສະມາຊິກອາຊຽນຕື່ມອີກ.


 


  ທ່ານຫຼີຢຸ້ຍຫຼີນ, ອະທິການບໍດີວິທະຍາໄລເຕັກນິກວິຊາຊີບທາງລົດໄຟ ຄຸນໝິງກ່າວວ່າ: ທາງວິທະຍາໄລໄດ້ແນໃສ່ຕອບສະໜອງຄວາມຕ້ອງການ ຂອງເຈົ້າໜ້າທີ່ ທາງລົດໄຟຄວາມໄວສູງຂອງປະເທດສະມາຊິກອາຊຽນ, ໄດ້ສ້າງຮູບແບບເຝິກອົບຮົມ ທີ່ມີທັງ “ທິດສະດີ+ລົງພາກປະຕິບັດຕົວຈິງ, ທັດສະນະສຶກສາ+ແລກປ່ຽນຄົ້ນຄວ້າເປິກສາຫາລື”, ນຳໃຊ້ອຸປະກອນເຝິກອົບຮົມ ຕົວຈິງປະເພດຕ່າງໆຂອງສູນເຝິກອົບຮົມຕົວຈິງສາທາລະນະເຕັກນິກລົດໄຟຄວາມໄວສູງຂອງວິທະຍາໄລຢ່າງເຕັມທີ່, ເຮັດໃຫ້ສຳມະນາກອນສາມາດປະຕິບັດ ຕົວຈິງຕາມ ທິດສະດີທີ່ໄດ້ເຝິກອົບຮົມມາ.