ການຮ່ວມມືອາຊີ-ປາຊີຟິກອອກເດີນທາງອີກຄັ້ງໃໝ່ ແລະ ຮ່ວມກັນຂຽນປະຫວັດສາດໜ້າໃໝ່ແຫ່ງ “3 ທົດສະວັດຄຳ” ຕໍ່ໄປ

2023-11-21 15:11:44 cri

ຕອນເຊົ້າວັນທີ 17 ພະຈິກນີ້, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 30 ໄດ້ຈັດຂຶ້ນຢູ່ນະຄອນຊານຟຣານຊິສໂກປະເທດອາເມຣິກາ. ກອງປະຊຸມບໍ່ເປັນທາງການໃນຄັ້ງນີ້ ເປັນການໂຮມຊຸມກັນຄັ້ງທີ 30 ຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ແລະ ມີຄວາມໝາຍສຳຄັນເປັນພິເສດ.

ໃນຮອບ 30 ປີທີ່ຜ່ານມາ, ການເປີດປະຕູສູ່ພາຍນອກ ແລະ ຄວາມກວມລວມເປັນກະແສຕົ້ນຕໍຂອງການຮ່ວມມືຮ່ວມມືອາຊີ-ປາຊີຟິກ. ໃນ 30 ປີມານີ້, ການຮ່ວມມືລະຫວ່າງກຸ່ມເສດຖະກິດຕ່າງໆໃນພາກພື້ນອາຊີ-ປາຊີຟິກໄດ້ເດີນຢູ່ຕາມແຖວໜ້າຂອງການເປີດກວ້າງ ແລະ ການພັດທະນາຂອງທົ່ວໂລກ, ການຄ້າ ແລະ ການລົງທຶນພາຍໃນພາກພື້ນໄດ້ບັນລຸເສລີພາບ ແລະ ຄວາມສະດວກສະບາຍ, ເສດຖະກິດ ແລະ ເຕັກໂນໂລຊີໄດ້ຮັກສາພັດທະນາດ້ວຍຄວາມໄວສູງ, ມີການໄປມາຫາສູ່ກັນດ້ານບຸກຄະລາກອນ ແລະ ການແລກປ່ຽນກັນດ້ານວັດຖຸສິນຄ້າເປັນຈຳນວນຫຼວງຫຼາຍ, ລະດັບພາສີສະເລ່ຍໃນພາກພື້ນອາຊີ-ປາຊີຟິກໄດ້ຫຼຸດລົງຈາກ 17% ມາເປັນ 5%, ອັດຕາປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກບັນລຸເຖິງ 70% ເຊິ່ງເປັນການສ້າງ “ຄວາມມະຫັດສະຈັນຂອງອາຊີ-ປາຊີຟິກ” ທີ່ປະຈັກຕາຊາວໂລກ.

ໃນຊຸມປີຜ່ານມານີ້, ກະແສແນວຄິດຝືນໂລກາພິວັດໄດ້ຟື້ນຕົວຄືນໃໝ່ຢ່າງບໍ່ຢຸດຢັ້ງ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງຍົກສູງຂຶ້ນຢ່າງຈະແຈ້ງ, ຄວາມສ່ຽງດ້ານການເມືອງພູມີພາກຮຸນແຮງຂຶ້ນ, ບັນຫາສິ່ງແວດລ້ອມຮ້າຍແຮງຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມແຕກໂຕນກັນລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກນັບມື້ນັບຫຼາຍຂຶ້ນ. ໂລກໃນປັດຈຸບັນໄດ້ເຂົ້າສູ່ໄລຍະພັດທະນາອັນໃຫຍ່ຫຼວງ, ມີການປ່ຽນແປງໃຫຍ່ ແລະ ປັບຕົວຢ່າງໃຫຍ່ຫຼວງ, ຄວາມບໍ່ໝັ້ນທ່ຽງ ແລະ ຄວາມບໍ່ແນ່ນອນຂອງການພັດທະນາຂອງໂລກນັບມື້ນັບພົ້ນເດັ່ນກວ່າເກົ່າ. ສະນັ້ນ, ໃນຖານະເປັນກຳລັງຂັບເຄື່ອນຂອງການພັດທະນາຂອງທົ່ວໂລກ, ພາກພື້ນອາຊີ-ປາຊີຟິກຈະແບກຫາບຄວາມຮັບຜິດຊອບແຫ່ງຍຸກສະໄໝໃຫ້ຫຼາຍກວ່າເກົ່າ.

ຈະສ້າງ “3 ທົດສະວັດຄຳ” ແຫ່ງການຮ່ວມມືອາຊີ-ປາຊີຟິກຕໍ່ໄປແນວໃດ? ໃນກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກຄັ້ງທີ 30, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມຂອງຕົນ ຄື: ຍຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່, ຍຶດໝັ້ນການເປີດປະຕູສູ່ພາຍນອກເປັນທິດທາງການນຳພາ, ຍຶດໝັ້ນການພັດທະນາແບບສີຂຽວ ແລະ ຍຶດໝັ້ນການສ້າງຜົນປະໂຫຍດທົ່ວເຖິງ ແລະ ຊົມໃຊ້ຮ່ວມກັນ. ບັນດາຝ່າຍຄວນຍຶດໝັ້ນອຸດົມການແຕ່ຫົວທີຂອງການຮ່ວມມືອາຊີ-ປາຊີຟິກ, ຕອບຮັບຄວາມຮຽກຮ້ອງຂອງຍຸກສະໄໝດ້ວຍນ້ຳໃຈຮັບຜິດຊອບ, ຮ່ວມມືກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ, ຈັດຕັ້ງປະຕິບັດວິໄສທັດປູຕຣາຈາຢາຢ່າງຮອບດ້ານ, ສ້າງປະຊາຄົມອາຊີ-ປາຊີຟິກທີ່ເປີດກວ້າງ, ມີຊີວິດຊີວາ, ໜຽວແໜ້ນ ແລະ ສັນຕິພາບ, ບັນລຸຄວາມຈະເລີນຮ່ວມກັນຂອງປະຊາຊົນ ແລະ ລູກຫຼານຂອງພາກພື້ນອາຊີ-ປາຊີຟິກ.

ດັ່ງທີ່ທ່ານສີຈິ້ນຜິງເວົ້າວ່າ: ປະຫວັດສາດໜ້າໃໝ່ແຫ່ງ “ຄວາມມະຫັດສະຈັນອາຊີ-ປາຊີຟິກ” ຕ້ອງໃຫ້ບັນດາຝ່າຍຂຽນຮ່ວມກັນ. ຝ່າຍຕ່າງໆຂອງອາຊີ-ປາຊີຟິກມີແຕ່ຮ່ວມມືກັນຢ່າງສຸດຂີດ ແລະ ອອກເດີນທາງອີກຄັ້ງໃໝ່ຈາກຈຸດເລີ່ມໃໝ່ ຈຶ່ງຈະສາມາດສ້າງ “3 ທົດສະວັດຄຳ” ຂອງພາກພື້ນອາຊີປາຊີຟິກຕໍ່ໄປໄດ້.