ເປັນຫຍັງຕ້ອງແມ່ນຈີນ

2023-11-21 11:13:05 cri

“ປະເທດທີ່ຄ້າຍຄືກັບ “ຈີນ” ຍັງຄົງແມ່ນຈີນ.” ໃນຫຼາຍມື້ມໍ່ໆມານີ້, ຈຸດຢືນຂອງວົງການອຸດສາຫະກຳການຄ້າດັ່ງກ່າວ ທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຍົກຂຶຶ້ນມາໃນໄລຍະຈັດກອງປະຊຸມອົງການອາເປັກ ທີ່ນະຄອນຊານຟຣານຊີສໂກຂອງປະເທດອາເມຣິການັ້ນ, ເຮັດໃຫ້ທົ່ວໂລກສົນໃຈນຳ. ເປັນຫຍັງວົງການອຸດສາຫະກຳການຄ້າທົ່ວໂລກຍັງຄົງເລືອກເອົາຈີນ? ພວກເຮົາຈະຍົກໃຫ້ເຫັນຈາກຕົວເລກຂໍ້ມູນຕ່າງໆ.

ອີງຕາມການຄາດຄະເນຂອງສະຖາບັນຄົ້ນຄວ້າທົ່ວໂລກແມັກກິນຊີ McKinsey ຂອງອາເມຣິກາ, ໃນປີ 2020, ຈີນມີ 55 ຕົວເມືອງຖືກຈັດເຂົ້າໃນຖັນແຖວຕົວເມືອງທີ່ມີລາຍຮັບສູງຂອງທົ່ວໂລກ ເຊິ່ງໄດ້ປົກຄຸມປະຊາກອນ 27% ຂອງຈີນ. ເມື່ອຮອດປີ 2030, ຕົວເມືອງທີ່ມີລາຍຮັບສູງຂອງຈີນຈະເພີ່ມຂຶ້ນເປັນ 93 ແຫ່ງ ເຊິ່ງຈະປົກຄຸມປະຊາກອນຈີນ 44%. ຜົນສະຫຼຸບຂອງເຂົາເຈົ້າແມ່ນ: “ຖ້າຢາກຊອກຫາຈຸດເຕີບໂຕໃນທົ່ວໂລກ, ຈະມີຄຳຕອບຢ່າງຈະແຈ້ງແລ້ວ.”


ຈີນແມ່ນເຄື່ອງຈັກໃຫຍ່ທີ່ສຸດໃນການຊັກນຳການເຕີບໂຕຂອງເສດຖະກິດໂລກ, ປີນີ້, ອັດຕາປະກອບສ່ວນຂອງຈີນຕໍ່ການເຕີບໂຕຂອງເສດຖະກິດທົ່ວໂລກຈະບັນລຸເຖິງ 1 ສ່ວນ 3. ຈີນມີປະຊາກອນ 1,4 ຕື້ກວ່າຄົນ ເຊິ່ງມີຂະໜາດຫຼາຍກວ່າຈຳນວນປະຊາກອນຂອງປະເທດທີ່ພັດທະນາແລ້ວທັງໝົດໃນປັດຈຸບັນ. ຈີນມີປະເພດອຸດສາຫະກຳທີ່ຄົບຖ້ວນ, ມີຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງທີ່ສົມບູນ ພ້ອມທັງມີຜູ້ອອກແຮງງານ ແລະ ນັກທຸລະກິດທີ່ມີຄຸນນະພາບສູງເປັນຈຳນວນຫຼວງຫຼາຍ. ທັງໝົດເຫຼົ່ານີ້ລ້ວນແຕ່ເປັນທ່າແຮງດ້ານການແຂ່ງຂັນທີ່ປະເທດອື່ນຍາກທີ່ຈະບັນລຸໄດ້ໃນໄລຍະສັ້ນ.

ເປັນຫຍັງໄລຍະຕໍ່ໄປຍັງຄົງແມ່ນຈີນເຊັ່ນກັນ? ສະຫຼຸບແລ້ວເຫັນວ່າ, “3 ຢ່າງທີ່ບໍ່ປ່ຽນແປງ” ຂອງຈີນໄດ້ເພີ່ມຄວາມແນ່ນອນ ແລະ ຄວາມໝັ້ນຄົງໃຫ້ແກ່ທົ່ວໂລກ ທີ່ພວມກ້າວເຂົ້າສູ່ໄລຍະປັ່ນປ່ວນ ແລະ ເກີດມີການປ່ຽນແປງເລື້ອຍໆ. ດັ່ງຄຳເວົ້າຂອງທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປທີ່ວ່າ: ຈີນທີ່ເຂັ້ມແຂງ ແລະ ມິດຕະພາບ ຈະນຳເອົາຜົນສະທ້ອນອັນຕັ້ງໜ້າມາໃຫ້ແກ່ພາກພື້ນ ກໍຄືທົ່ວໂລກ.