ຍີ່ປຸ່ນເດີນຕາມເສັ້ນທາງກໍ່ອາຊະຍະກຳຕໍ່ມວນມະນຸດຕໍ່ໄປໂດຍບໍ່ມີວັນກັບຄືນ

2023-11-22 15:46:05 cri

ວັນທີ 20 ພະຈິກນີ້, ລັດຖະບານຍີ່ປຸ່ນໄດ້ສິ້ນສຸດການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຮອບທີ 3 ຂອງໂຮງໄຟຟ້ານິວເຄລຍຟຸຄຸຊິມະ. ນັບມາຮອດປັດຈຸບັນ, ນ້ຳປົນເປື້ອນລັງສີນິວເຄລຍທີ່ຍີ່ປຸ່ນປ່ອຍລົງສູ່ທະເລມີເຖິງ 23.000 ໂຕນແລ້ວ, ເທົ່າກັບປະລິມານນ້ຳໃນສະລອຍນ້ຳມາດຕະຖານຂອງໂອລິມປິກ 9200 ແຫ່ງ. ນ້ຳປົນເປື້ອນເຫຼົ່ານີ້ມີທາດລັງສີທີ່ບໍ່ທັນໄດ້ບຳບັດເປັນຈຳນວນຫຼວງຫຼາຍ ເຊິ່ງເປັນໄພຂົ່ມຂູ່ອັນໜັກໜ່ວງຕໍ່ລະບົບນິເວດທາງທະເລ ແລະ ສຸຂະພາບຂອງມວນມະນຸດ.


ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ ບໍ່ພຽງແຕ່ຈະສ້າງຜົນກະທົບຢ່າງເລິກເຊິ່ງຍາວໄກຕໍ່ສິ່ງແວດລ້ອມທຳມະຊາດເທົ່ານັ້ນ, ຫາກຍັງຈະເຮັດໃຫ້ຕ່ອງໂສ້ອຸດສາຫະກຳທີ່ກ່ຽວຂ້ອງຂອງປະເທດອ້ອມຂ້າງ ເຊິ່ງລວມທັງຈີນ ກໍຖືກກະທົບກະເທືອນຢ່າງເປັນກ້າວໆ, ໂດຍສະເພາະແມ່ນອຸດສາຫະກຳທີ່ກ່ຽວຂ້ອງກັບທະເລຕ່າງໆ ເຊັ່ນ: ການປະມົງ, ອາຫານທະເລ, ສິນໃນນ້ຳ, ການທ່ອງທ່ຽວ ແລະ ຂະແໜງການອາຫານການກິນເປັນຕົ້ນ. ຄຽງຄູ່ກັບທົ່ວປວງຊົນມີຄວາມເປັນຫ່ວງນັບມື້ນັບເພີ່ມຂຶ້ນຕໍ່ຄວາມອັນຕະລາຍທີ່ແຝງຊ້ອນຢູ່ຂອງນ້ຳປົນເປື້ອນລັງສີນິວເຄລຍ, ປັດຈຸບັນ, ພວມຕົກເຂົ້າໃນສະພາບຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ.

ເພື່ອປົກປ້ອງຄວາມປອດໄພດ້ານອາຫານ ແລະ ສຸຂະພາບຂອງປະຊາຊົນ, ປະເທດຕ່າງໆ ເຊິ່ງລວມທັງຈີນ ໄດ້ປະຕິບັດມາດຕະການປ້ອງກັນ ແລະ ຮັບມືກັບຜະລິດຕະພັນນ້ຳຕ່າງໆຂອງຍີ່ປຸ່ນຕາມໆກັນ ເຊິ່ງໄດ້ຈຳກັດການນຳເຂົ້າຜະລິດຕະພັນນ້ຳຈາກຍີ່ປຸ່ນຢ່າງເຂັ້ມງວດ. ຕົວເລກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນເປີດເຜີຍໃນວັນທີ 18 ຕຸລາຜ່ານມາສະແດງໃຫ້ເຫັນວ່າ, ເດືອນກັນຍາປີນີ້, ຜະລິດຕະພັນນ້ຳທີ່ຈີນນຳເຂົ້າຈາກຍີ່ປຸ່ນໄດ້ເປັນ “ສູນ” ແລ້ວ.


ຍ້ອນວ່າການສົ່ງອອກຜະລິດຕະພັນນ້ຳຖືກກະທົບກະເທືອນ, ຊາວປະມົງ ແລະ ກຸ່ມການຄ້າຕ່າງໆຂອງຍີ່ປຸ່ນປະສົບກັບວິກິດການທີ່ສ່ຽງຕໍ່ການລົ້ມລະລາຍເປັນຈຳນວນຫຼວງຫຼາຍ, ທັງໝົດເຫຼົ່ານີ້ກໍຍ້ອນວ່າ, ລັດຖະບານຍີ່ປຸ່ນໄດ້ທຳການຕັດສິນໂດຍບໍ່ມີຄວາມຮັບຜິດຊອບ ເພື່ອປະຢັດເງິນ. ແຕ່ວ່າ, ລັດຖະບານຍີ່ປຸ່ນພັດບໍ່ໄດ້ສຳນຶກຄວາມຜິດ, ຍັງຕັ້ງໃຈປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຢູ່ຄືເກົ່າ. ໃນການພົບປະລະຫວ່າງປະມຸກລັດຈີນ ແລະ ຍີ່ປຸ່ນທີ່ຈັດຂຶ້ນໃນວັນທີ 16 ພະຈິກນີ້, ທ່ານຟຸມີໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນຍັງສະເໜີຕໍ່ຈີນວ່າ, ຫວັງວ່າຈີນຈະປົດຄຳສັ່ງຫ້າມບໍ່ໃຫ້ນຳເຂົ້າຜະລິດຕະພັນນ້ຳຈາກຍີ່ປຸ່ນ, ຄວາມຮຽກຮ້ອງທີ່ໄຮ້ເຫດຜົນແບບນີ້ຖືກຝ່າຍຈີນປະຕິເສດໂດຍບໍ່ຕ້ອງສົງໄສ.

ນ້ຳເປັນແຫຼ່ງກຳເນີດຊີວິດຂອງໂລກ ແລະ ບຳລຸງສ້າງທຸກຊີວິດໃນໂລກ. ລັດຖະບານຍີ່ປຸ່ນຕັ້ງໃຈປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ເຮັດໃຫ້ຊັບພະຍາກອນນ້ຳທີ່ລ້ຳຄ່າທີ່ສຸດໃນໂລກ ຖືກທຳລາຍໂດຍບໍ່ມີທາງແກ້ໄຂຫວນກັບໄດ້ອີກ, ໄດ້ສ້າງຜົນຮ້າຍຕໍ່ປະຊາຊົນປະເທດຕ່າງໆໃນໂລກ, ການກະທຳແບບນີ້ໄດ້ຖືກປະເທດຕ່າງໆໃນໂລກຄັດຄ້ານຢ່າງຮຸນແຮງໂດຍບໍ່ຕ້ອງສົງໄສ.


ລັດຖະບານຍີ່ປຸ່ນຄວນຮັບຮູ້ວ່າ, ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ບໍ່ພຽງແຕ່ຈະທຳລາຍພາບພົດໃນເວທີສາກົນ ແລະ ຊື່ສຽງຂອງຍີ່ປຸ່ນເທົ່ານັ້ນ, ຫາກຍັງຈະສ້າງຜົນກະທົບໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຍີ່ປຸ່ນກັບປະເທດອ້ອມຂ້າງອີກດ້ວຍ. ຖ້າຢາກສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະເທດທີ່ກ່ຽວຂ້ອງ, ຍີ່ປຸ່ນກໍຄວນຍຸດຕິການປ່ອຍນ້ຳປົນເປື້ອງລັງສີນິວເຄລຍລົງສູ່ທະເລເສຍກ່ອນ. ລັດຖະບານຍີ່ປຸ່ນບໍ່ຄວນເດີນສູ່ເສັ້ນທາງທີ່ຜິດພາດທີ່ເປັນການກໍ່ອາຊະຍະກຳຕໍ່ມວນມະນຸດອີກຕໍ່ໄປ, ຫາກຄວນພະຍາຍາມຮ່ວມກັບປະຊາຄົມໂລກ, ຮ່ວມກັນປົກປ້ອງສິ່ງແວດລ້ອມທາງທະເລ ແລະ ສຸຂະພາບຂອງມວນມະນຸດ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.