ບ້ານຮ້າວຢ້ວນພູເຮີ້ລານ

2023-11-22 16:20:17 CRI

 

    ບ້ານຮ້າວຢ້ວນຕັ້ງຢູ່ເຂດທະເລຊາຍໂກບີທິດຕາເວັນອອກຂອງຕີນພູເຮີ້ລານ, ຢູ່ດິນແດນທີ່ແຫ້ງແລ້ງຕອນນີ້, ການຂຸດຄົ້ນຫີນແຮ່ເຄີຍເປັນອຸດສາຫະກໍາພຽງຢ່າງດຽວເທົ່ານັ້ນ.

    

    ປີ 2008, ນະຄອນ ຢິນຊວນ ເທສະບານເຂດປົກຄອງຕົນເອງເຜົ່າຫຸຍ ໜິງເຊ້ຍ ໄດ້ເພີ່ມທະວີການອະນຸລັກ ແລະ ຟື້ນຟູສິ່ງແວດລ້ອມນິເວດ ໂດຍຕົກລົງປູກໝາກລະແຊັງ. ຜ່ານການປູກໝາກລະແຊັງ, ເຮັດໃຫ້ທະເລຊາຍໂກບີຢູ່ທິດຕາເວັນອອກຂອງຕີນພູເຮີ້ລານໃນເນື້ອທີ່ 23.330 ກວ່າເຮັກຕານັ້ນໄດ້ກາຍເປັນສີຂຽວ, ພ້ອມທັງໄດ້ສ້າງເປັນຮົ້ວປ້ອງກັນດ້ານນິເວດທີ່ສວຍງາມສາຍໜຶ່ງຢູ່ເຂດຕາເວັນຕົກສຽງເໜືອຂອງຈີນນໍາອີກ.


    #ພູຂຽວນໍ້າໃສກໍແມ່ນພູເງິນພູຄໍາ

    #ຄວາມທັນສະໄໝແບບຈີນ