ຮອງນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ເລື່ອງລາວຂອງຈີນເປັນໜ້າແບ່ງປັນໃຫ້ຄົນຮັບຮູ້ຫຼາຍຂຶ້ນ

2023-11-22 15:18:08 cri

 

ທ່ານຟາດິລາ ຢູໂສຟ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການປູກຝັງ ແລະສິນຄ້າມາເລເຊຍໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນ ຫຼືCMGຢູ່ນະຄອນຫຼວງປັກກິ່ງເມື່ອບໍ່ດົນມານີ້ວ່າ: ເລື່ອງລາວຂອງຈີນເປັນໜ້າແບ່ງປັນໃຫ້ຄົນຮັບຮູ້ຫຼາຍຂຶ້ນ, ຊຸກຍູ້ໃຫ້ບັນດາປະເທດພັດທະນາຮ່ວມກັນ ແລະບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

 

ທ່ານກ່າວຕື່ມວ່າ: ຈີນແມ່ນປະເທດໃຫຍ່, ເຖິງວ່າບັນດາຊົນເຜົ່າມີວັດທະນະທຳແຕກຕ່າງກັນ, ຫາກລ້ວນແຕ່ໄດ້ສຸມໃສ່ການພັດທະນາປະເທດ ແລະຄວາມຜາສຸກຂອງປະຊາຊົນ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະສູ້ຊົນເຮັດວຽກເພື່ອກ້າວໄປຂ້າງໜ້າ. ມາເລເຊຍ ແລະຈີນໄດ້ແລກປ່ຽນແນວຄິດການພັດທະນານຳກັນຢ່າງເລິກເຊິ່ງ, ຮ່ວມມືກັນລຶບລ້າງຄວາມທຸກຍາກ ແລະບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

 

ນອກນີ້, ທ່ານຟາດິລາຍັງໄດ້ສະແດງຄວາມງຶດງໍ້ຕໍ່ການພັດທະນາຂອງຈີນໃນຂົງເຂດວິທະຍາສາດ ແລະເຕັກນິກ, ໂດຍສະເພາະແມ່ນຈີນໄດ້ຍົກສູງປະລິມານການຜະລິດສະບຽງອາຫານໂດຍນຳໃຊ້ວິທະຍາສາດ ແລະເຕັກນິກ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ໃນສະພາບທີ່ມີປະຊາກອນຈຳນວນຫຼວງຫຼາຍ ແລະມີຄວາມຕ້ອງການທີ່ເຂັ້ມແຂງ, ການຕອບສະໜອງສະບຽງອາຫານສຳລັບ 1 ຕື້ 400 ລ້ານຄົນແມ່ນຜົນສຳເລັດທີ່ໜ້າງຶດງໍ້. ເລື່ອງລາວເຫຼົ່ານີ້ຕ້ອງໄດ້ແບ່ງປັນໃຫ້ຄົນຮັບຮູ້ຫຼາຍຂຶ້ນເຊັ່ນດຽວກັນ.