ຈັດການເຝິກຊ້ອມຮ່ວມການບັນຊາການຊ້ອມຮົບຮ່ວມຫຼາຍປະເທດ “ສັນຕິພາບມິດຕະພາບ-2023”

2023-11-22 14:21:10 CRI

 

ວັນທີ 21 ພະຈິກນີ້, ການຊ້ອມຮົບຮ່ວມຫຼາຍປະເທດພາຍໃຕ້ລະຫັດ“ສັນຕິພາບມິດຕະພາບ-2023”ໄດ້ເຂົ້າສູ່ໄລຍະເຝິກຊ້ອມຮ່ວມການບັນຊາ. ໃນຂະບວນການເຝິກຊ້ອມ, ຜູ້ບັນຊາການແລະເສນາທິການທີ່ມາຈາກ 6 ປະເທດຄືຈີນ, ລາວ, ກຳປູເຈຍ, ມາເລເຊຍ, ໄທແລະຫວຽດນາມໄດ້ດຳເນີນການແລກປ່ຽນຢ່າງຮອບດ້ານແລະເລິກເຊິ່ງກ່ຽວກັບການໝູນໃຊ້ກຳລັງປະສົມ, ການຮັບປະກັນແລະຄ້ຳຊູຮ່ວມລວມທັງຫົວຂໍ້ອື່ນໆ.

 

ຂ່າວແຈ້ງໃຫ້ຮູ້ວ່າ, ການບັນຊາຊ້ອມຮົບຮ່ວມຄັ້ງນີ້ມີຈຸດປະສົງເພື່ອຍົກສູງຄວາມສາມາດດ້ານການຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງຫຼາຍຢ່າງຮ່ວມກັນ.

 

ການຊ້ອມຮົບຮ່ວມຫຼາຍປະເທດ “ສັນຕິພາບມິດຕະພາບ-2023” ຈັດຂຶ້ນຢູ່ນະຄອນຈ້ານຈ່ຽງແຂວງກວາງຕຸງຈີນໃນວັນທີ13 ພະຈິກນີ້, ນີ້ແມ່ນການຊ້ອມຮົບຮ່ວມລະບົບນີ້ຢູ່ຈີນຄັ້ງທຳອິດແລະແມ່ນເທື່ອທຳອິດທີ່ມີຈຳນວນປະເທດເຂົ້າຮ່ວມຫຼາຍທີ່ສຸດ.