ການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 135 ເລີ່ມຂຶ້ນແລ້ວ

2023-11-22 15:19:00 cri

 

ວັນທີ 21 ພະຈິກນີ້, ຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນລາຍງານວ່າ: ເວລາ 8 ໂມງມື້ດຽວກັນນີ້, ກຳປັ່ນ 53102 ແລະ 53107 ຂອງຈີນໄດ້ເດີນທາງອອກຈາກທ່າເຮືອດ່ານຕຳຫຼວດກ່ວນເຫຼີຍກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາແຂວງຢຸນນານຈີນ ເຊິ່ງໝາຍຄວາມວ່າການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 135 ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.

 

ການເຄື່ອນໄຫວຄັ້ງນີ້, ພາກສ່ວນປະຕິບັດກົດໝາຍຈີນ, ລາວ, ມຽນມາ ແລະໄທໄດ້ສົ່ງກຳປັ່ນປະຕິບັດກົດໝາຍ 7 ລຳ, ໃນການເຄື່ອນໄຫວລາດຕະເວນຄັ້ງນີ້, ຈີນຈະສົ່ງໜ່ວຍແພດດຳເນີນການປິ່ນປົ່ວໂດຍບໍ່ເສຍຄ່າພາຍໃຕ້ຫົວຂໍ້ “ສຸຂະພາບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຢູ່ເມືອງມອມຂອງລາວ.