ທ່ານສີຈິ້ນຜິງ ພົບປະກັບທ່ານວິຢາເຊັສລັຟ ໂວໂລດິນ ປະທານສະພາດູມາຣັດເຊຍ

2023-11-23 14:30:09 cri


ຕອນບ່າຍວັນທີ 22 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານວິຢາເຊັສລັຟ ໂວໂລດິນ ປະທານສະພາດູມາຣັດເຊຍຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງປະເທດຈີນ.



ທ່ານສີຈິ້ນຜິງ ຊີ້ອອກວ່າ: ປີໜ້ານີ້ແມ່ນປີຄົບຮອບ 75 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງຈີນ-ຣັດເຊຍ, ຈີນຍິນດີຮ່ວມກັບຣັດເຊຍ ລົງເລິກການພົວພັນສອງຝ່າຍ ທີ່ມີໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຢ່າງຖາວອນ, ປະສານງານທາງຍຸດທະສາດຮອບດ້ານແລະການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງບໍ່ຢຸດຢັ້ງ. ຫວັງວ່າສະພາດູມາຣັດເຊຍກັບສະພາປະຊາຊົນແຫ່ງຊາດຈີນຈະເພີ່ມທະວີການແລກປ່ຽນບົດຮຽນດ້ານນິຕິບັນຍັດ, ຮັບປະກັນການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ແລະສະຫະພັນເສດຖະກິດເອີລົບ-ອາຊີ, ລົງເລິກການແລກປ່ຽນແລະການປະສານງານຜ່ານເວທີຫຼາຍຝ່າຍ, ເຊັ່ນ: ອົງການຮ່ວມມືຊຽງໄຮ້, ອົງການປະເທດບຣິກສ ແລະ ກຸ່ມ G20.


ທ່ານໂວໂລດິນກ່າວວ່າ, ຣັດເຊຍຍິນດີຮ່ວມກັບຈີນເພື່ອເພີ່ມທະວີການແລກປ່ຽນແລະການຮ່ວມມືລະຫວ່າງອົງການນິຕິບັນຍັດແລະພັກຂອງສອງປະເທດ, ຕັ້ງໜ້າປະຕິບັດຄວາມເຫັນທີ່ເປັນເອກະພາບທີ່ສຳຄັນຂອງປະມຸກລັດສອງປະເທດ, ລົງເລິກໄມຕີຈິດມິດຕະພາບແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ. ອຳນວຍການຮັບປະກັນດ້ານກົດໝາຍທີ່ເຂັ້ມແຂງໃຫ້ແກ່ການພັດທະນາແບບຍືນຍົງຂອງການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງຣັດເຊຍແລະຈີນໃນຍຸກໃໝ່, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ.