ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີອູຣູກວາຍ, ປະມຸກລັດສອງປະເທດປະກາດຍົກລະດັບການພົວພັນຈີນ-ອູຣູກວາຍເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ

2023-11-23 14:27:42 cri


ຕອນບ່າຍວັນທີ 22 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານລູອິສ ອານເບີໂຕ ລາຄອມ ປູ ປະທານາທິບໍດີອູຣູ ກວາຍທີ່ພວມຢ້ຽມຢາມຈີນທາງລັດຖະກິດ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງປະເທດຈີນ. ປະມຸກລັດສອງປະເທດໄດ້ປະກາດຍົກລະດັບການພົວພັນຈີນ-ອູຣູກວາຍເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ.



ທ່ານສີຈິ້ນຜິງຊີ້ອອກວ່າ, ປີ 2023 ແມ່ນປີຄົບຮອບ 35 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອູຣູກວາຍ ແລະເປັນປີຄົບຮອບ 5 ປີທີ່ອູຣູກວາຍເຂົ້າຮ່ວມຂໍ້ລິເລີ່ມຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ." ຈີນຍິນດີຮ່ວມກັບອູຣູກວາຍ ຖືເອົາການສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານເປັນຈຸດເລີ່ມຕົ້ນໃໝ່, ແລະຈຸດພິກັດໃໝ່ຍົກສູງລະດັບການພົວພັນສອງຝ່າຍ, ເສີມສ້າງເນື້ອໃນໃຫ້ການຮ່ວມມືລະຫວ່າງສອງປະເທດ.



ທ່ານລາຄອນຢືນຢັນວ່າ: ອູຣູກວາຍ ຕັ້ງໜ້າສະໜັບສະໜູນການຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ"  ແລະ ຫວັງວ່າຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຊີແລະອື່ນໆກັບຈີນ, ຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນແລະດຳເນີນທຸລະກິດຢູ່ອູຣູກວາຍໃຫ້ຫຼາຍກວ່າເກົ່າ.