ກຳແພງນະຄອນຈຸ່ງກິ່ງກັບແຂວງຈຳປາສັກຂອງລາວ ກາຍເປັນເມືອງແຮກສ່ຽວ

2023-11-23 14:24:22 cri


ວັນທີ 22 ພະຈິກນີ້, ກຳແພງນະຄອນຈຸ່ງກິ່ງຂອງຈີນກັບແຂວງຈຳປາສັກຂອງລາວ ໄດ້ເຊັນສັນຍາກ່ຽວກັບການສ້າງການພົວພັນເມືອງແຮກສ່ຽວ ຢູ່ກຳແພງນະຄອນຈຸ່ງກິ່ງ, ສອງຝ່າຍຈະດຳເນີນການແລກປ່ຽນແລະການຮ່ວມມືໃນດ້ານການຄ້າການລົງທຶນ, ວັດທະນະທຳແລະທ່ອງທ່ຽວ, ການສຶກສາ ແລະຂົງເຂດອື່ນໆ.


ຕາມສັນຍາດັ່ງກ່າວ, ສອງຝ່າຍຈະດຳເນີນການແລກປ່ຽນແລະການຮ່ວມມືດ້ວຍຫຼາຍຮູບແບບ ເຊັ່ນ: ການຄ້າການລົງທຶນ, ການຈຳລະຈອນສິນຄ້າແລະຄົມມະນາຄົມ, ວັດທະນະທຳແລະທ່ອງທ່ຽວ, ກະສິກຳ, ການສຶກສາ, ສາທາລະນະສຸກແລະອື່ນໆ, ເພື່ອຊຸກຍູ້ຄວາມຈະເລີນຮຸ່ງເຮືອງແລະການພັດທະນາຮ່ວມກັນ. ການນຳແລະພາກສ່ວນທີ່ກ່ຽວຂອງຂອງທັງສອງຝ່າຍ ຈະຮັກສາການຕິດຕໍ່ພົວພັນກັນເປັນປົກກະຕິ, ດຳເນີນການເປິກສາຫາລືເປັນປະຈຳກ່ຽວກັບວຽກງານທີ່ແລກປ່ຽນແລະຮ່ວມມືກັນ ພ້ອມດ້ວຍບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.