ເປັນຫຍັງແຜນການກ່ຽວກັບບັນຫາປາແລັດສະຕິນກັບອິດສະຣາແອນຂອງຈີນຈິ່ງໄດ້ຮັບການຍອມຮັບຈາກປະຊາຄົມໂລກ

2023-11-23 16:03:06 cri

ນັບມາຮອດປັດຈຸບັນ, ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ໄດ້ແກ່ຍາວເປັນເວລາໜຶ່ງເດືອນປາຍແລ້ວ, ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 15.500 ຄົນ, ໃນນັ້ນ, ລວມທັງເດັກນ້ອຍໃນເຂດກາຊາ 5.800 ກວ່າຄົນໃນເຂດກາຊາ. ພາຍໃຕ້ສະພາບການດັ່ງກ່າວ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີ 3 ຈຸດທີ່ຮີບດ່ວນ ຄືຮຽກຮ້ອງໃຫ້ຝ່າຍຕ່າງໆໃນການປະທະກັນຢຸດຍິງໃນທັນທີ, ຮັບປະກັນຊ່ອງທາງຊ່ວຍເຫຼືອດ້ານມະນຸດສະທຳລຸລ່ວງດ້ວຍດີ ແລະ ປ້ອງກັນບໍ່ໃຫ້ການປະທະກັນຂະຫຍາຍວົງກວ້າງອອກ.


ຈີນໄກກັບຕາເວັນອອກກາງຫຼາຍ, ແຕ່ກໍໄດ້ຕິດຕາມກິດຈະການຕາເວັນອອກກາງມາໂດຍຕະຫຼອດ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຈຸດຢືນ 4 ຂໍ້ໃນການແກ້ໄຂບັນຫາປາແລັດສະຕິນກັບອິດສະຣາແອນໃນປີ 2013 ແລະ ປີ 2017, ທ່ານໄດ້ສະເໜີຈຸດຢືນອີກ 3 ຂໍ້ຂອງຈີນ ໃນເວລາພົບປະກັບທ່ານອັບບາສ ປະທານາທິບໍດີປາແລັດສະຕິນ ທີ່ເດີນທາງມາຢ້ຽມຢາມຈີນໃນເດືອນມິຖຸນາປີນີ້, ນອກນີ້, ທ່ານສີຈິ້ນຜິງຍັງໄດ້ພົບປະກັບທ່ານມັດບູຣີ ນາຍົກລັດຖະມົນຕີເອຢິບ ພາຍຫຼັງເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ ໂດຍໄດ້ບັນຍາຍເຖິງຫຼັກໝັ້ນບົນຫຼັກການຂອງຈີນອີກເທື່ອໜຶ່ງ, ເນື້ອໃນນະໂຍບາຍຈີນກ່ຽວກັບບັນຫາປາແລັດສະຕິນກັບອິດສະຣາແອນ ນັບມື້ນັບອຸດົມສົມບູນຂຶ້ນ, ແຕ່ເນື້ອໃນໃຈກາງບໍ່ໄດ້ປ່ຽນແປງຈັກເທື່ອ, ນັ້ນກໍຄືຊຸກຍູ້ໃຫ້ຢຸດຍິງ, ຍຶດໝັ້ນຊຸກຍູ້ການເຈລະຈາສັນຕິພາບ ແລະ ຈັດຕັ້ງປະຕິບັດ “ແຜນການສອງປະເທດ”.


ມວນຊົນໄດ້ໃຫ້ຄວາມໃສ່ໃຈວ່າ, ກ່ອນທ່ານສີຈິ້ນຜິງກ່າວຄຳປາໄສມື້ໜຶ່ງ, ຄະນະຜູ້ແທນປະສົມ ທີ່ປະກອບດ້ວຍລັດຖະມົນຕີການຕ່າງປະເທດບັນດາປະເທດອາຣັບ ແລະ ອິສລາມໄດ້ເດີນທາງມາຢ້ຽມຢາມຈີນ. ພວກທ່ານໄດ້ເລືອກຈີນເປັນປະເທດທຳອິດໃນການໄກ່ເກ່ຍການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນໃນສາກົນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງປະເທດເຫຼົ່ານີ້ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຈີນໃນລະດັບສູງ ແລະ ມີຄວາມເຫັນດີເຫັນພ້ອມຕໍ່ຫຼັກໝັ້ນອັນຍຸດຕິທຳຂອງຈີນ.

ເປັນຫຍັງຈຸດຢືນຂອງຈີນຈິ່ງໄດ້ຮັບການຍອມຮັບໂດຍທົ່ວໄປຈາກສອງຝ່າຍທີ່ປະທະກັນ ແລະ ປະຊາຄົມໂລກ? ນີ້ແມ່ນຍ້ອນວ່າ, ຊາວຈີນຮັກຫອມສັນຕິພາບ ແລະ ຄັດຄ້ານການໃຊ້ຄວາມຮຸນແຮງ, ມີກິລິຍາວ່າຈາທີ່ທ່ຽງທຳມາໂດຍຕະຫຼອດ. ໃນບັນຫາປາແລັດສະຕິນກັບອິດສະຣາແອນ, ຈີນຈະຕ່າງກັບນະໂຍບາຍ “ເຂົ້າຂ້າງຝ່າຍດຽວ” ຂອງອາເມຣິກາ, ຈີນບໍ່ມີຜົນປະໂຫຍດທີ່ເຫັນແກ່ຕົວຫຍັງ ແລະ ບໍ່ເຂົ້າຂ້າງຝ່າຍໃດ ມີແຕ່ຫວັງຢ່າງຈິງໃຈວ່າ, ປາແລັດສະຕິນກັບອິດສະຣາແອນສາມາດຢຸດຍິງ ແລະ ຢູ່ຮ່ວມກັນໂດຍສັນຕິເທົ່ານັ້ນ.

ພາຍໃຕ້ຄວາມພະຍາຍາມຮ່ວມຂອງຝ່າຍຕ່າງໆ, ວັນທີ 22 ພະຈິກນີ້ຕາມເວລາທ້ອງຖິ່ນ, ລັດຖະບານອິດສະຣາແອນ ແລະ ອົງການຮາມາສຕ່າງປະກາດວ່າ, ໄດ້ກ້າວເຖິງຂັ້ນເຊັນສັນຍາຢຸດຍິງເປັນເວລາ 4 ວັນສະບັບໜຶ່ງ. ແຕ່ວ່າ, ການຢຸດຍິງເປັນການຊົ່ວຄາວຈະບໍ່ສາມາດແກ້ໄຂບັນຫາປາແລັດສະຕິນກັບອິດສະຣາແອນໂດຍພື້ນຖານໄດ້, ແຕ່ແຜນການແກ້ໄຂໂດຍພື້ນຖານທີ່ຈີນສະເໜີອອກມານັ້ນ ສົມຄວນທີ່ສອງຝ່າຍຄືປາແລັດສະຕິນກັບອິດສະຣາແອນ ແລະ ປະຊາຄົມໂລກພິຈາລະນາຢ່າງເລິກເຊິ່ງ.