ທ່ານຫວາງຢີ້ສົນທະນາທາງໂລທະສັບກັບລັດຖະມົນຕີການຕ່າງປະເທດສິງກະໂປ

2023-11-23 13:03:49 CRI

 

ວັນທີ 22 ພະຈິກນີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານວີວຽນ ບາລາກຣິສນານ, ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຕາມການນັດໝາຍຂອງຝ່າຍສິງກະໂປ.

 

ທ່ານວີວຽນ ບາລາກຣິສນານກ່າວວ່າ, ສິງກະໂປຍິນດີນຳໃຊ້ມາດຕະການໃໝ່ທີ່ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງບຸກຄະລາກອນຂອງສອງປະເທດ, ເພີ່ມທະວີການໄປມາຫາສູ່ກັນດ້ານການບິນລະຫວ່າງສອງປະເທດຕື່ມອີກ. ສິງກະໂປຍິນດີຮ່ວມກັບຝ່າຍຈີນ, ເສີມຂະຫຍາຍບົດບາດກອງປະຊຸມກົນໄກການຮ່ວມມືສອງຝ່າຍຢ່າງເຕັມທີ່, ແລະລົງເລິກການຮ່ວມມືສອງຝ່າຍຕື່ມອີກ.

 

ທ່ານຫວາງຢີ້ກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດລະຫວ່າງຜູ້ນຳສອງປະເທດ, ການຮ່ວມມືໃນແຕ່ລະຂົງເຂດລະຫວ່າງຈີນ-ສິງກະໂປໄດ້ຮັກສາທ່ວງທ່າຢ່າງແຂງແຮງ. ຈີນຍິນດີຮ່ວມກັບຝ່າຍສິງກະໂປ, ສະໜອງເງື່ອນໄຂທີ່ມີຄວາມສະດວກກວ່າເກົ່າໃຫ້ແກ່ການຟື້ນຟູການໄປມາຫາສູ່ກັນລະຫວ່າງບຸກຄະລາກອນຂອງສອງຝ່າຍຕື່ມອີກ, ຊຸກຍູ້ໃຫ້ການຮ່ວມມືລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບສູງກວ່າເກົ່າ. ສອງຝ່າຍຕ້ອງນຳໃຊ້ກົນໄກການຮ່ວມມືສອງຝ່າຍລະຫວ່າງຈີນ-ສິງກະໂປໃຫ້ດີ, ຊຸກຍູ້ໃຫ້ການຮ່ວມມືລະຫວ່າງສອງປະເທດໄດ້ຮັບຜົນສຳເລັດຫຼາຍກວ່າເກົ່າ.