ການຫັນເປັນສາກົນຂອງເງິນຢວນຈີນໄດ້ກ້າວຂຶ້ນຢ່າງຕໍ່ເນື່ອງ ແລະ ຫັນໄປສູ່ທົ່ວໂລກ

2023-11-23 15:58:26 cri

ອີງຕາມຂໍ້ມູນທີ່ເປີດເຜີຍໂດຍລະບົບຊຳລະທຶນສາກົນ ຫຼື SWIFT ສະແດງໃຫ້ເຫັນວ່າ:  ອັດຕາສ່ວນຊຳລະເງິນດ້ວຍເງິນຢວນຈີນໃນທົ່ວໂລກໃນເດືອນກັນຍາປີນີ້ໄດ້ເພີ່ມຂຶ້ນແບບສ້າງສະຖິຕິໃໝ່ ໂດຍໄດ້ເພີ່ມຂຶ້ນຈາກ 3,9% ໃນຕົ້ນປີນີ້ມາເປັນ 5,8% ເຊິ່ງໄດ້ລື່ນກາຍອັດຕາສ່ວນຂອງເງິນເອີໂຣເປັນຄັ້ງທຳອິດ ທັງກາຍເປັນສະກຸນເງິນຕາການຄ້າ ແລະ ການລະດົມທຶນໃຫຍ່ອັນດັບ 2 ໃນໂລກ.

ໃນຫຼາຍປີມໍ່ໆມານີ້, ຂະບວນການຫັນເປັນສາກົນຂອງເງິນຢວນຈີນໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງໃນຂອບເຂດທົ່ວໂລກ.

ການຫັນເປັນສາກົນຂອງເງິນຢວນຈີນເປັນໝາກຜົນໂດຍທຳມະຊາດຂອງການພັດທະນາເສດຖະກິດຈີນ. ໃນຫຼາຍສິບປີທີ່ຜ່ານມາ, ເສດຖະກິດຈີນໄດ້ພັດທະນາຢ່າງວ່ອງໄວ ແລະ ການຄ້າກັບພາຍນອກກໍໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ເຮັດໃຫ້ຖານະບົດບາດຂອງເງິນຢວນຈີນໃນດ້ານການຄ້າທົ່ວໂລກນັບມື້ນັບຍົກສູງຂຶ້ນ. ນອກນີ້, ລັດຖະບານຈີນກໍໄດ້ຊຸກຍູ້ການຫັນເປັນສາກົນຂອງເງິນຢວນຈີນຢ່າງຕັ້ງໜ້າ ເຊິ່ງໄດ້ເຮັດໃຫ້ຂະບວນການຫັນເປັນສາກົນຂອງເງິນຢວນຈີນໄດ້ຮັບການເລັ່ງລັດໄວຂຶ້ນ.

ສາເຫດທີ່ເງິນຢວນຈີນໄດ້ລື່ນກາຍເງິນເອີໂຣ ແລະ ກາຍເປັນສະກຸນເງິນຕາການຄ້າ ແລະ ການລະດົມທຶນໃຫຍ່ອັນດັບ 2 ໃນໂລກ ແມ່ນຍ້ອນກຳລັງຕົວຈິງດ້ານເສດຖະກິດຂອງຈີນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ອິດທິພົນຂອງຈີນໃນສາກົນເພີ່ມຂຶ້ນເທື່ອລະກ້າວ. ນີ້ກໍໝາຍຄວາມວ່າ: ຖານະບົດບາດຂອງເງິນຢວນຈີນໄດ້ຮັບການຍອມຮັບຈາກສາກົນນັບມື້ນັບຫຼາຍຂຶ້ນ, ຂະບວນການຫັນເປັນສາກົນຂອງເງິນຢວນຈີນກຳລັງເລັ່ງລັດໄວຂຶ້ນ.

ການຫັນເປັນສາກົນຂອງເງິນຢວນຈີນຈະສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ກັບຈີນ ແລະ ບັນດາປະເທດໃນໂລກ ເຊັ່ນ: ການຫັນເປັນສາກົນຂອງເງິນຢວນຈີນສາມາດຫຼຸດຕົ້ນທຶນດ້ານການຄ້າລະຫວ່າງຈີນ ແລະ ປະເທດອື່ນ, ຊຸກຍູ້ການພັດທະນາຂອງການຄ້າທົ່ວໂລກ; ການຫັນເປັນສາກົນຂອງເງິນຢວນຈີນສາມາດເຮັດໃຫ້ບັນດາປະເທດໃນໂລກຫຼຸດການເພິ່ງພາເງິນໂດລາ ແລະ ເງິນຕາອື່ນໆ, ເຮັດໃຫ້ຕະຫຼາດການເງິນມີຄວາມໝັ້ນທ່ຽງກວ່າເກົ່າ; ການຫັນເປັນສາກົນຂອງເງິນຢວນຈີນມີຜົນດີຕໍ່ການສ້າງລະບົບເງິນຕາສາກົນທີ່ຫັນເປັນຫຼາຍຂົ້ວ, ຊຸກຍູ້ການສ້າງລະບຽບການເສດຖະກິດສາກົນທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.

ແຕ່ວ່າ ເສັ້ນທາງການຫັນເປັນສາກົນຂອງເງິນຢວນຈີນຍັງເຕັມໄປດ້ວຍສິ່ງທ້າທາຍຕ່າງໆນາໆ. ໃນຕະຫຼາດການເງິນທົ່ວໂລກ, ເງິນໂດລາຍັງຖືຄອງຖານະນຳໜ້າທີ່ພົ້ນເດັ່ນ, ຖ້າເງິນຢວນຈີນຢາກບັນລຸການຫັນເປັນເງິນຕາສາກົນຢ່າງແທ້ຈິງ ຍັງຕ້ອງການການປະຕິຮູບ ແລະ ເປີດປະຕູສູຸຸ່ພາຍນອກຕື່ມອີກ ຈຶ່ງຈະສາມາດເພີ່ມຄວາມໝັ້ນໃຈຂອງຕະຫຼາດສາກົນທີ່ມີຕໍ່ເງິນຢວນຈີນ ແລ້ວຊຸກຍູ້ຂະບວນການຫັນເປັນສາກົນຂອງເງິນຢວນຈີນ.

ເຖິງແນວນີ້ກໍຕາມ, ພວກເຮົາຍັງມີຄວາມໝັ້ນໃຈຢ່າງເຕັມທີ່ຕໍ່ອະນາຄົດຂອງການຫັນເປັນສາກົນຂອງເງິນຢວນຈີນ. ເງິນຢວນຈີນໄດ້ລື່ນກາຍເງິນເອີໂຣ ແລະ ກາຍເປັນສະກຸນເງິນຕາການຄ້າ ແລະ ການລະດົມທຶນໃຫຍ່ອັນດັບ 2 ໃນໂລກ ເປັນນິມິດໝາຍທີ່ສຳຄັນໃນຂະບວນການຫັນເປັນສາກົນຂອງເງິນຢວນຈີນ ແລະ ກໍໄດ້ສະແດງໃຫ້ເຫັນເຖິງກຳລັງຕົວຈິງໃນດ້ານເສດຖະກິດ ແລະ ຖະນະບົດບາດຂອງຈີນໃນສາກົນ. ພວກເຮົາຄາດຫວັງວ່າເງິນຢວນຈີນຈະສາມາດເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າໃນເວທີເສດຖະກິດໂລກ ແລະ ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ຄວາມໝັ້ນທ່ຽງ ແລະ ການພັດທະນາຂອງເສດຖະກິດໂລກ.