ໄຂງານວາງສະແດງການຄ້າຈີນ-ອິນໂດເນເຊຍຄັ້ງທີ 5 ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ

2023-11-24 16:48:47 cri

      ງານວາງສະແດງການຄ້າຈີນ-ອິນໂດເນເຊຍຄັ້ງທີ 5 ໄດ້ໄຂຂຶ້ນຢູ່ສູນປະຊຸມວາງສະແດງສາກົນນະຄອນຫຼວງຈາກາຕາປະເທດອິນໂດເນເຊຍໃນວັນທີ 23 ພະຈິກນີ້ ໂດຍມີວິສາຫະກິດຈາກແຂວງເຈີ້ຈ່ຽງ,ແຂວງກວາງຕຸ້ງ,ແຂວງເສສວນ,ແຂວງຈ່ຽງຊູ່ແລະແຫ່ງອື່ນໆຂອງຈີນຫຼາຍກວ່າ 1.018 ແຫ່ງເຂົ້າຮ່ວມ, ຈຳນວນຫ້ອງວາງສະແດງມີເຖິງ 2.000 ຫ້ອງ, ເນື້ອທີ່ວາງສະແດງລວມທັງໝົດມີຫຼາຍກວ່າ 45.000 ຕາແມັດ. ມູນຄ່າການຈັດຊື້ຕາມຄາດໝາຍຈະບັນລຸຫຼາຍກວ່າ 3 ຕື້ໂດລາ.

      ງານວາງສະແດງຄັ້ງນີ້ກວມເອົາຫຼາຍຂະແໜງການແລະຫຼາຍຂົງເຂດເຊິ່ງລວມທັງການວາງສະແດງເຄື່ອງນຸ່ງຫົ່ມແລະແຜ່ນແພ, ການວາງສະແດງອຸປະກອນອຸດສາຫະກຳແລະຊີ້ນສ່ວນອາໄຫຼ່, ການວາງສະແດງເຄື່ອງໃຊ້ໄຟຟ້າໃນເຮືອນແລະການບໍລິໂພກຜະລິດຕະພັນເອເລັກໂຕຣນິກ.