ການຊ້ອມຮົບຮ່ວມຫຼາຍປະເທດ “ສັນຕິພາບມິດຕະພາບ-2023” ສິ້ນສຸດລົງ

2023-11-24 15:17:07 CRI

 

ວັນທີ 22 ພະຈິກນີ້, ການຊ້ອມຮົບຮ່ວມຫຼາຍປະເທດ “ສັນຕິພາບມິດຕະພາບ-2023” ທີ່ດຳເນີນມາເປັນເວລາ 10 ວັນໄດ້ສິ້ນສຸດລົງຢູ່ນະຄອນຈ້ານຈ່ຽງແຂວງກວາງຕຸງຈີນ. ການຊ້ອມຮົບຮ່ວມຄັ້ງນີ້ແມ່ນມາດຕະການຕົວຈິງຂອງການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນດ້ານຍຸດທະສາດລະຫວ່າງທ່ານສີຈິ້ນຜິງ ປະທານປະເທດຈີນກັບປະມຸກລັດປະເທດຕ່າງໆ, ເປັນການສ່ອງແສງຕົວຈິງໃຫ້ເຫັນເຖິງການລົງເລິກປະຕິບັດຕາມແນວຄິດການຕ່າງປະເທດກັບປະເທດອ້ອມຂ້າງທີ່ມີຄວາມສະໜິດສະໜົມ, ມີຄວາມຈິງໃຈຕໍ່ກັນ, ໄດ້ຜົນປະໂຫຍດແກ່ກັນແລະມີຄວາມໂອບເອື້ອອາລີຕໍ່ກັນ, ກໍຄືຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

ການຊ້ອມຮົບຮ່ວມທີ່ຖືເອົາການເຄື່ອນໄຫວດ້ານການທະຫານຕໍ່ຕ້ານການກໍ່ການຮ້າຍແລະການປົກປັກຮັກສາຄວາໝັ້ນຄົງທາງທະເລ ລະຫວ່າງຫຼາຍປະເທດເປັນຫົວຂໍ້, ໄດ້ດຳເນີນການຊ້ອມຮົບຮ່ວມດ້ວຍກຳລັງທະຫານແທ້ດ້ານການຕໍ່ຕ້ານການກໍ່ການຮ້າຍແລະໂຈນປຸ້ນທາງທະເລ. ກຳລັງທະຫານທີ່ມາຈາກ 6 ປະເທດ, ຄືຈີນ, ລາວ, ກຳປູເຈຍ, ມາເລເຊຍ, ໄທ, ຫວຽດນາມຖືກຈັດເປັນກຳລັງທະຫານປະສົມ, ໄດ້ບັນລຸເປົ້າໝາຍຕາມຄາດໝາຍຂອງການຊ້ອມຮົບແລະໄດ້ຮັບຜົນສຳເລັດຢ່າງຈົບງາມ.